ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປະປາ ຊົງແຕ່ງຕັ້ງ ພະຄາດີນານ ລາວ ອົງທຳອິດ


ແຜນທີ່ປະເທດລາວ
ແຜນທີ່ປະເທດລາວ

ພະສັນຕະປະປາແຟຣນຊິສ​ຊົງແຕ່ງຕັ້ງ ພະຄາດີນານ ອົງທຳອິດສໍາລັບ ສປປ ລາວ ເມື່ອວັນອາທິດແລ້ວນີ້ ອີງຕາມລາຍງານຂ່າວຈາກວາຕິກັນ.

ພະສັງຄະຣາດ ຫລຸຍສ໌-ມາຣີ ລິງ ມັງຄະເນຂຸນ (Louis-Marie Ling Mangkha-
nekhoun) ອາຍຸ 73 ປີ ໄດ້ບວດເປັນພະສົງ ໃນປີ 1972 ແລະເປັນພະສັງຄະຣາດ ປະຈຳສັງຄະມົນທົນປາກເຊ ນັບແຕ່ປີ 2001 ເປັນຕົ້ນມາ.

ປັດຈຸບັນ​ນີ້ ເພິ່ນໄດ້ຮັບໜ້າທີ່ປະຈຳ​ທີ່ສັງຄະມົນທົນວຽງຈັນ.

ຢູ່ ສປປ ລາວ ມີວັດກາໂຕລິກຢູ່ 67 ແຫ່ງ ແລະມີພະສົງປະຕິບັດສາສະໜາກິດຢູ່ 17
ອົງ. ອີງຕາມປື້ມຂໍ້ມູນຂອງສາສະໜາກາໂຕລິກແລ້ວ ໝົດປະເທດ ມີຜູ້​ເຂົ້າຮັບ​ການ​
ສຶກສາ​ເປັນເນນ ຢູ່ 20 ຄົນ ມີນາງຊີ​ 93 ຄົນ ແລະຜູ້ເຫລື້ອມໃສໃນສາສະໜາທັງໝົດ
46,000 ຄົນ ຄືປະກອບເປັນບໍ່ຮອດນຶ່ງເປີເຊັນຂອງພົນລະເມືອງຂອງປະເທດ.

ພະຄາດີນານໃໝ່ທັງໝົດ 5 ອົງ ທີ່ພະສັນຕະປະປາແຟຣນຊິສ ຊົງແຕ່ງ ຕັ້ງ​ໃນ​ວັນ​ອາ
ທິດ​ແລ້ວນີ້ 4 ປະເທດແມ່ນບໍ່ເຄີຍມີຄາດີນານມາກ່ອນ ປະ ກອບດ້ວຍ ສປປ ລາວ
ແອລຊານວາດໍ, ມາລີ ແລະສະວີເດັນ. ມີແຕ່ສະເປນປະ​ເທດ​ດຽວທີ່ເຄີຍມີກາດີນານ
ມາ​ແລ້ວ.

XS
SM
MD
LG