ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປະປາ ສະເດັດປະພາດ ເລບານອນ


ພວກນັກສິລປະສະແດງຕໍ່ໜ້າພະສັນຕະປະປາ ເບເນດິກ XVI ທີ່ໄປເຖິງທຳນຽບຂອງປະທານາທິບໍດີ Baabda ໃນວັນເສົາທີ 15 ມື້ນີ້ ໃນກຸງເບຣຸດ ປະເທດເລບານອນ.
ພວກນັກສິລປະສະແດງຕໍ່ໜ້າພະສັນຕະປະປາ ເບເນດິກ XVI ທີ່ໄປເຖິງທຳນຽບຂອງປະທານາທິບໍດີ Baabda ໃນວັນເສົາທີ 15 ມື້ນີ້ ໃນກຸງເບຣຸດ ປະເທດເລບານອນ.
ເປັນທີ່ຄາດກັນວ່າ ພະສັນຕະປະປາ ເບເນດິກ ຈະຊົງໄດ້ພົບປະ
ກັບພວກຜູ້ ນໍາຊາວມຸສລິມທັງຫລາຍ ຢູ່ໃນເລບານອນ ໃນວັນ
ເສົາມື້ນີ້ ອັນເປັນພາກສ່ວນ ນຶ່ງໃນການສະເດັດປະພາດ ພາກ ຕາເວັນອອກກາງເປັນເວລາ 3 ມື້ຂອງພະອົງ.

ເມື່ອໄປເຖິງເລບານອນໃນວັນສຸກວານນີ້ ພະສັນຕະປະປາກ່າວ
ວ່າ ພະອົງສະເດັດໄປຍັງຂົງເຂດນັ້ນ ໃນນາມ “ຜູ້ສະແຫວງບຸນ
ເພື່ອໃຫ້ເກີດສັນຕິພາບ.” ການສະເດັດປະພາດຂອງພະອົງ ມີ
ຂຶ້ນບໍ່ພໍເທົ່າໃດມື້ ລຸນຫລັງມີການລຸກຮືຂຶ້ນ ຂອງຊາວມຸສລິມ ຢູ່
ໃນຂົງເຂດດັ່ງກ່າວ ຍ້ອນຮູບເງົາເລື້ອງນຶ່ງທີ່ສ້າງຂຶ້ນຢູ່ໃນສະຫະ
ລັດ ທີ່ໄດ້ເຍາະເຍີ້ຍພະສາສະດາ Muhammad, ທີ່ເປັນຜູ້ນໍາ
ຂອງສະໜາອິສລາມນັ້ນ.

ຜູ້ຄົນໄດ້ພາກັນຢືນລຽນກັນເປັນແຖວຢູ່ໃນກຸງເບຣຸດ ໃນຂະນະທີ່ຂະບວນລົດຂອງພະສັນ ຕະປະປາ ແລ່ນໄປຫາທຳນຽບຂອງປະທານາທິບໍດີ ໃນວັນເສົາມື້ນີ້ ຊຶ່ງນະທີ່ນັ້ນພະອົງຈະ ໄດ້ຖືກຕ້ອນຮັບໂດຍປະທານາທິບໍດີ Michel Suleiman. ຄາດກັນວ່າ ພະສັນຕະປະປາ ຈະໃຫ້ໂອວາດ ກ່ຽວກັບການດໍາເນີນຄວາມພະຍາຍາມໃຫ້ມີສັນຕິພາບ ແລະຄວາມຖືກ ຕ້ອງປອງດອງກັນລະຫວ່າງ ຊາວຄຣິສຕຽນ ແລະຊາວມຸສລິມ.

ພະສັນຕະປະປາ ເບເນດິກ ໂບກມືໃສ່ປວງຊົນ ທີ່ໄປຕ້ອນຮັບພະອົງທີ່ເດີ່ນບິນສາກົນ ທີ່ກຸງ Beirut
ພະສັນຕະປະປາ ເບເນດິກ ໂບກມືໃສ່ປວງຊົນ ທີ່ໄປຕ້ອນຮັບພະອົງທີ່ເດີ່ນບິນສາກົນ ທີ່ກຸງ Beirut

ພະສັນຕະປະປາຊົງກ່າວວ່າ ພະອົງບໍ່ເຄີຍຄິດຈະຍົກເລີກການ
ເດີນທາງໄປຍັງ ເລບານອນ ຍ້ອນຄິດເປັນຫ່ວງເລື່ອງຄວາມ
ປອດໄພ ທີ່ເກີດຂຶ້ນຍ້ອນການກໍ່ຄວາມຮຸນແຮງຢູ່ໃນຂົງເຂດນັ້ນ
ຈັກເທື່ອ.

ເປັນທີ່ຄາດກັນວ່າ ພະອົງຈະປະກອບພິທີທາງສາສະໜາກາງແຈ້ງສອງແຫ່ງ.
XS
SM
MD
LG