ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປາປາ ເບເນດິກ ສະເດັດປະພາດ ຄີວບາ (ເບິ່ງສະໄລດ໌ກັບວີດີໂອ)


ປະຊາຊົນໄປຮ່ວມພິທີທາງສາສະໜາຈັດຂຶ້ນພາຍໃຕ້ການເປັນປະທານຂອງພະສັນຕະປະປາເບເນດິກທີ່ຈະຕຸລັດ ປະຕິວັດໃນເມືອງ Santiago de Cuba (26 ມີນາ 2012)
ປະຊາຊົນໄປຮ່ວມພິທີທາງສາສະໜາຈັດຂຶ້ນພາຍໃຕ້ການເປັນປະທານຂອງພະສັນຕະປະປາເບເນດິກທີ່ຈະຕຸລັດ ປະຕິວັດໃນເມືອງ Santiago de Cuba (26 ມີນາ 2012)

ພະສັນຕະປາປາ Benedict ຈະ​ຊົງເຂົ້າ​ຢ້ຽມ​ຄໍານັບ​ນັກບຸນທີ່​ໃຫ້ການ​ຄຸ້ມ​ຄອງຄີວບາ ໃນ​
ວັນ​ອັງຄານ​ມື້​ນີ້ ຫຼັງ​ຈາກ​ທໍາ​ການ​ພົບ​ປະ​ສົນທະນາ​ກັບ​ບັນດາ​ຜູ້​ນໍາ​ຄອມ​ມີ​ວນິດ​ຄີວບາແລ້ວ.

ທີ່​ນະຄອນ Santiago ສັນຕະປາປາ​ໄດ້​ຊົງ​ສະເດັດ​ປະພາດ​ປູຊະນີຍະສະຖານ​ Virgin
of Charity of El Cobre ​ເພື່ອລະນຶກເຖິງ​ວັນ​ຂີດ​ໝາຍ​ຄົບຮອບ 400 ປີ​ຂອງ​ການ​ຄົ້ນ
ພົບ​ສະຖານ​ທີ່​ດັ່ງກ່າວ​ໂດ​ຍພວກ​ຊາວ​ປະມົງ 3 ຄົນ. ຮູບ​ແກະ​ສະ​ລັກທີ່​ເຮັດ​ດ້ວຍ​ໄມ້ຂະ
ໜາດ​ຕຸກກະຕາ​ແມ່ນໄດ້​ຮັບ​ການ​ເຄົາລົບ​ນັບຖື​ໃນ​ຄີວບາ​ແລະ​ພາຍ​ໃນ​ສາສະໜາ​ໂຣມັງ​
ກາ​ໂຕ​ລິກນັ້ນ.

ຫຼັງຈາກ​ການສະ​ແຫວ​ງບຸນ​ທາງ​ສ່ວນ​ຕົວ​ ທີ່​ປູຊະນີຍະສະຖານ​ດັ່ງກ່າວຂອງ​ພະ​ອົງ​ແລ້ວ
ສັນ​ຕະປະ​ປາ Benedict ຈະ​ຊົງ​ບິນ​ໄປ​ຍັງ​ກຸງ​ຮາ​ວາ​ນາ ​ເພື່ອ​ທໍາ​ການ​ພົບ​ປະ​ກັບ​ປະທາ
ນາທິບໍດີ Raul Castro ​ແລະ​ອາດ ເປັນ​ໄປ​ໄດ້​ ຊົງ​ພົບ​ປະກັບ​ທ່ານ Fidel Castro
ອ້າຍ​ຂອງ​ທ່ານ Raul ທີ່​ເປັນຜູ້​ຄອງ​ອໍານາດ​ກ່ອນ​ໜ້າ​ນັ້ນ. ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ
ສັນ​ຕະປາປາ​ຈະ​ຊົງ​ພົບ​ປະ​ກັບ​ປະທານາທິບໍດີ Hugo Chavez ​ແຫ່ງ Venezuela ທີ່
ກໍາລັງຮັບ​ການ​ປິ່ນປົວ​ໂລກ​ມະ​ເຮັງ​ຢູ່​ທີ່​ນັ້ນຫຼືບໍ່.

ຄາດ​ກັນ​ວ່າ ພະ​ອົງ​ຈະ​ບໍ່​ພົບ​ປະ​ກັບ​ພວກ​ຊາວ​ຄີວບາທີ່ຕໍ່ຕ້ານ​ລັດຖະບານ​ ຮວມທັງ​ພວກ
ແມ່ຍິງ​ນຸ່ງ​ຂາວ​ຫຼື Ladies of White ຊຶ່ງ​ເປັນ​ກຸ່ມ​ຂອງ​ພວກພັນ​ລະ​ຍາແລະແມ່​ຂອງ​ພວກ
ຄັດຄ້ານ​ລັດຖະບານ 75 ຄົນ​ທີ່​ຖືກ​ຂັງ​ຢູ​ໃນ​ຄຸກ​ໃນ​ການ​ປາບ​ປາມ​ຂອງ​ລັດຖະບານ​ຕໍ່​ຝ່າຍ​
ຄ້ານ​ໃນ​ປີ 2003 ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບ ​ປູຊະນີຍະສະຖານ​ Virgin of Charity of El Cobre

XS
SM
MD
LG