ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະສັນຕະປາປາ ໃຫ້ຄຳໂອວາດ ແກ່ບັນດາ ຜູ້ນຳ ສາສະໜາ ໃນປະເທດ ເຄັນຢາ


ປະຊາຊົນ ລໍຖ້າການເດີນທາງມາຮອດຂອງ ພະສັນຕະປາປາ Francis ເພື່ອສະເຫຼີມສະຫຼອງ ພິທີສາສະໜາ ຄຣິສ ທີ່ມະຫະວິທະຍາໄລ ແຫ່ງ Nairobi, ເຄັນຢາ, 26 ພະຈິກ, 2015.
ປະຊາຊົນ ລໍຖ້າການເດີນທາງມາຮອດຂອງ ພະສັນຕະປາປາ Francis ເພື່ອສະເຫຼີມສະຫຼອງ ພິທີສາສະໜາ ຄຣິສ ທີ່ມະຫະວິທະຍາໄລ ແຫ່ງ Nairobi, ເຄັນຢາ, 26 ພະຈິກ, 2015.

ພະສັນຕະປາປາ Francis ໄດ້ຊົງ​ໃຫ້​ຄຳ​ໂອວາດຕໍ່ບັນດາຜູ້ຟັງ ທີ່ເປັນຜູ້ນຳ ສາສະນາຄຣິສ ແລະ ມຸສລິມ ໃນນະຄອນຫຼວງຂອງ ປະເທດ ເຄັນຢາ ວ່າ ພວກເຂົາເຈົ້າຄວນເຂົ້າຮ່ວມໃນການສົນທະ ນາເພື່ອປ້ອງກັນຕໍ່ຕ້ານພວກຫົວຮຸນແຮງ ແລະ ການກຳທຳທີ່ເປັນ ຄວາມຮຸນແຮງໃນຊື່ຂອງພະເຈົ້າ.

​ໃນການກ່າວຕໍ່ກອງປະຊຸມ ຂອງຜູ້ທີ່ມີຄວາມເຊື່ອຖືແຕກຕ່າງກັນ ໃນພາລະກິດ ທາງການທູດ ຂອງນະຄອນ ວາຕິກັນ ໃນນະຄອນ ຫຼວງ Nairobi, ພະສັນຕະປາປາຊົງກ່າວວ່າ ການສົນທະນາຂອງ ຜູ້ທີ່ມີຄວາມເຊື່ອຖືຕ່າງກັນແມ່ນ “ມີຄວາມສຳຄັນ,” ມັນບໍ່ພຽງແຕ່ ເປັນທາງເລືອກໜຶ່ງ ຫຼື ຄວາມຫຼູຫຼາອັນໜຶ່ງ. ພະອົງໄດ້ຊົງກ່າວ ເຖິງການໂຈມຕີຂອງພວກຫົວຮຸນແຮງ ອິສລາມ ເມື່ອບໍ່ດົນມານີ້ໃນປະເທດ ເຄັນຢາ,​ລວມທັງ ການໂຈມຕີ ມະຫາວິທະຍາໄລ Garissa ຢູ່ທາງພາກຕາເວັນອອກສຽງເໜືອຂອງ ເຄັນຢາ ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ, ເຊິ່ງປະຊາຊົນ 150 ຄົນໄດ້ເສຍຊີວິດ ​ແລະ ການໂຈມຕີຫ້າງຊັບພະ ສິນຄ້າ Westgate ຂອງນະຄອນຫຼວງ Nairobi ໃນປີ 2013 ທີ່ຜ່ານມາເຊິ່ງໄດ້ເຮັດໃຫ້ 67 ຄົນຖືກຂ້າຕາຍ.

ພະສັນຕະປາປາ ຍົກມືທັກທາຍປະຊາຊົນ ທີ່ຖະໜົນທາງຫຼວງ ໃນຂະນະທີ່ເດີນທາງໄປ ສະພາລັດ ຂອງນະຄອນຫຼວງ Nairobi, 25 ພະຈິກ 2015.
ພະສັນຕະປາປາ ຍົກມືທັກທາຍປະຊາຊົນ ທີ່ຖະໜົນທາງຫຼວງ ໃນຂະນະທີ່ເດີນທາງໄປ ສະພາລັດ ຂອງນະຄອນຫຼວງ Nairobi, 25 ພະຈິກ 2015.

ກຸ່ມຫົວຮຸນແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບ ​ໃນການໂຈມຕີດັ່ງກ່າວ. ພວກ ເຂົາໄດ້ຄັດຄ້ານຕໍ່ການຕັດສິນໃຈຂອລັດຖະບານ ເຄັນຢາ ໃນການສົ່ງທະຫານໄປປະເທດ Somalia ທີ່ຢູ່ໃກ້ຄຽງ ເພື່ອຊ່ວຍເຫຼືອໃນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ.

ໃນວັນສຸກມື້ອື່ນ ​ນີ້, ຫົວໜ້າສາສະໜາໂຣມັນ ກາໂຕລິກ ແມ່ນຈະໄດ້ໄປຢ້ຽມຢາມຄົນທຸກຍາກ ຢູ່ເຂດຄຸ້ມສະລຳ Kangemi ຂອງນະຄອນຫຼວງ Nairobi ແລະ ໄປຢ້ຽມຢາມຊາວໜຸ່ມທີ່ ສະໜາມກິລາ Kasarani.

ໃນການຢຸດ​ແວ່ບ່ອນຕໍ່ໄປ, ພະອົງແມ່ນມີກຳນົດທີ່ຈະທຳການຢ້ຽມຢາມມໍລະນະສະຖານຂອງ ຜູ້ສະຫຼະຊີບຊາວຄຣິສຕຽນ ໃນປະເທດ ອູການດາ, ແລະ ຈະຢ້ຽມຢາມວັດອິສລາມ ແລະ ຄ້າຍອົບພະຍົບ ໃນສາທາລະນະລັດ ອາຟຣິກາກາງ. ການ​ປົວ​ແປງ​ຮອຍ​ແຕກ​ແຫງລະຫວ່າງ ສາສະໜາອິສລາມ ແລະ ຄຣິສຕຽນ ແມ່ນຈຸດປະສົງໜຶ່ງຂອງການຢ້ຽມຢາມຄັ້ງທຳອິດຕໍ່ ອາຟຣິກາ ຂອງພະອົງ.

Pope Africa
please wait
Embed

No media source currently available

0:00 0:00:31 0:00

Pope Francis has told an audience of Christian and Muslim leaders in the Kenyan capital that they must engage in dialogue to guard against radicalization and acts of violence in the name of God.

Speaking at an interfaith meeting at the Vatican's diplomatic mission in Nairobi, the pope said interfaith dialogue is "essential," not just an option or a luxury. He made mention of several recent radical Islamist attacks in Kenya, including the April Garissa University attack in northeastern Kenya, in which 150 people died, and the 2013 attack on Nairobi's Westgate Mall in which 67 people were killed.

The al-Shabab militant group has claimed responsibility for those attacks. It opposes the Kenyan government's decision to send troops to neighboring Somalia to help in the fight against the radical group.

On Friday, the head of the Roman Catholic church is to visit with the poor in Nairobi's Kangemi slum, and visit with youth at Kasarani Stadium.

In his later stops, he is scheduled to make a visit to a shrine to Christian martyrs in Uganda, and to visit a mosque and a refugee camp in the Central African Republic.Bridging Muslim - Christian rifts is one theme of his first tour of Africa.

During his trip the pontiff also is expected to highlight the effects of climate change, having previously said the underprivileged are disproportionately affected by changes in weather patterns.

XS
SM
MD
LG