ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ສັນ​ຕະ​ປາ​ປາ ຮຽກ​ຮ້ອງ​ໃຫ້ ຜູ້​ນຳ​ໂລກ ປະ​ຖິ້ມ​ລະ​ເບີດ ນິວ​ເຄ​ລຍ


ປະ​ສັນ​ຕະ​ປາ​ປາ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ສວນ​ລະ​ເບີດ​ປະ​ລະ​ມາ​ນູ ໃນ​ແຂວງ ນາ​ກາ​ຊາ​ກິ, ຍີ່​ປຸ່ນ. 24 ພະ​ຈິກ, 2019. Vatican Media/­Handout
ປະ​ສັນ​ຕະ​ປາ​ປາ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ສວນ​ລະ​ເບີດ​ປະ​ລະ​ມາ​ນູ ໃນ​ແຂວງ ນາ​ກາ​ຊາ​ກິ, ຍີ່​ປຸ່ນ. 24 ພະ​ຈິກ, 2019. Vatican Media/­Handout

ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ສ ໄດ້​ຮຽກ​ຮ້ອງ​ບັນ​ດາ​ຜູ້​ນຳ​ໂລກໃຫ້​ສະຫຼະ​ຖິ້ມ​ອາ​ວຸດ​ປະ​ລະ​ມາ​ນູ ແລະ ຄຳ​ສອນ ກ່ຽວ​ກັບ ການ​ຍັບ​ຢັ້ງ​ສະ​ໄໝ​ສົງ​ຄາມ​ເຢັນ, ໂດຍໄດ້ເວົ້າ​ວັນ​ອາ​ທິດມື້ນີ້​ວ່າ ການ​ສະ​ສົມ​ອາ​ວຸດ​ນິວ​ເຄ​ລຍຈະຫຼຸດ​ຜ່ອນ​ຄວາມ​ປອດ​ໄພ, ​ສິ້ນເປືອງ​ເງິນ ແລະ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ມວນ​ມະ​ນຸດ.

ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ສ ໄດ້​ຕຳ​ໜິ​ວິ​ຈານການ​ສິ້ນ​ສຸດ​ຂອງ​ສົນ​ທິ​ສັນ​ຍາ​ການ​ຄວບ​ຄຸມ​ອາ​ວຸດ ໃນ​ເວ​ລາ​ທີ່​ເພິ່ນ​ຢ້ຽມ​ຢາມ​ແຂວງ ນາ​ກາ​ຊາ​ກິ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ແຫ່ງ​ທີ​ສອງໃນ ຍີ່​ປຸ່ນ ​ທີ່​ຖືກ​ລະ​ເບີດ​ປະ​ລາ​ມາ​ນູ ສະ​ຫະ​ລັດ ໃນ​ປີ 1945.

ຫຼັງ​ຈາກ​ໄດ້​ວາງ​ພວງ​ມາ​ລາ ແລະ ສູດ​ມົນ​ຢູ່​ອາ​ນຸ​ສອນ​ສະ​ຖານ​ຂອງ​ຜູ້​ເຄາະ​ຮ້າຍ​ນັ້ນ, ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ສ ໄດ້​ກ່າ​ວ່າ ສະ​ຖານ​ທີ່​ດັ່ງ​ກ່າວ​ເປັນ​ຕົວ​ແທນ​ຂອງ​ເຄື່ອງ​ເຕືອນ​ໃຈ “ກ່ຽວ​ກັບ ຄວາມ​ເຈັບ​ປວດ ແລະ ຄວາມ​ເປັນ​ຕາ​ຢ້ານ​ທີ່​ມະ​ນຸດ​ພວກ​ເຮົາ ສາ​ມາດ​ສ້າງ​ຄວາມ​ເຈັບ​ປວດ​ໃຫ້​ກັບ​ແລະ​ກັນ.”

ພະ​ອົງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ໂລກ​ທີ່ບໍ່​ມີ​ອາ​ວຸດ​ນິວ​ເຄ​ລຍ ແມ່ນ​ເປັນ​ໄປ​ໄດ້ ແລະ​ ຈຳ​ເປັນ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ບັນ​ດາ​ຜູ້​ນຳ​ໂລກ ບໍ່​ໃຫ້​ລືມ​ວ່າ ອາ​ວຸດ​ນີ້ບໍ່​ໄດ້​ປົກ​ປ້ອງ​ພວກ​ເຮົາ​ຈາກ​ໄພ​ຂົ່ມ​ຂູ່​ໃນ​ປັດ​ຈຸ​ບັນ​ຕໍ່​ຄວາມ​ປອດ​ໄພ​ສຳ​ລັບ​ປະ​ເທດ ແລະ ສາ​ກົນ.”

ບັນ​ຍາ​ກາດ​ດັ່ງ​ກ່າວ​ແມ່ນສະ​ຫງົບ​ ແລະ ມິດ​ງຽບ, ມືດ​ຄຶ້ມ​ໂດຍ​ຝົນ​ຕົກ​ທີ່​ໄດ້​ເຮັດ​ໃຫ້ດິນ ແລະ ທົ່ງ​ນາ​ຂອງ​ແຂວງ​ນາ​ກາ​ຊາ​ກິ ປຽກ ແລະ ປະ​ຊາ​ຊົນ ຍີ່​ປຸ່ນ ຫຼາຍ​ພັນ​ຄົນ​ຜູ້​ທີ່​ໄດ້​ໃສ່​ເສື້ອ​ກັນ​ຝົນ​ອອກ​ມາ​ທາງນອກ ເພື່ອ​ເປັນ​ສັກ​ຂີ​ພິ​ຍານ​ພະ​ສັນ​ຕະ​ປາ​ປາ​ອົງ​ທີ​ສອງ ຜູ້​ທີ່​ໄດ້​ມາ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຜູ້​ເຄາະ​ຮ້າຍ​ຂອງ​ລະ​ເບີດ​ນັ້ນ.

ພະ​ສັນ​ຕະ​ປາ​ປາ​ໄດ້​ຢ້ຽມ​ຢາມ​ແຂວງ ນາ​ກາ​ຊາ​ກິ ແລະ ແຂວງ ຮິ​ໂຣ​ຊິ​ມາ ໃນ​ເວ​ລາ​ຕໍ່​ມາ, ໃນ​ການ​ເລີ່ມ​ຕົ້ນ​ຂອງ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ສາມ​ວັນທີ່​ມີ​ເປົ້າ​ໝາຍ​ເນັ້ນ​ຄວາມ​ສຳ​ຄັນ ກ່ຽວ​ກັບ ການ​ຮຽກ​ຮ້ອງ​ຂອງ​ເພິ່ນ ສຳ​ລັບ​ການ​ຫ້າມ​ອາ​ວຸດ​ປະ​ລະ​ມາ​ນູ​ທົ່ວ​ໂລກ. ແຂວງ​ນາ​ກາ​ຊາ​ກິ ແມ່ນ​ບ່ອນ​ທີ່​ດີ​ທີ່​ສຸ​ດ​ເພື່ອ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຂອງ​ເພິ່ນ, ເຊິ່ງ​ແມ່ນ​ບ່ອນ​ເກີດ​ຂອງ​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ໃນ ຍີ່​ປຸ່ນ ແລະ ເປັນ​ຈຸດ​ສູນ​ກາງ​ຂອງ​ລະ​ເບີດ​ປະ​ລະ​ມາ​ນູ.

ບັນ​ຍັດ​ຂອງ​ພະ​ສັນ​ຕະ​ປາ​ປາ ແມ່ນໃນ​ນຶ່ງ​ໃນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ເຊັນ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຫ້າມ​ອາ​ວຸດ​ນິວ​ເຄ​ລຍ​ສະ​ບັບ​ໃໝ່ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ສ ເອງກໍ​ໄດ້​ເຮັດ​ເກີນ​ພະ​ສັນ​ຕະ​ປາ​ປາ​ຄົນ​ໃດໆ​ທີ່​ມີ​ຕຳ​ແໜ່ງ​ກ່ອນ​ໜ້າ​ເພິ່ນ ໃນ​ການ​ເວົ້າ​ວ່າ ບໍ່​ພຽງ​ແຕ່​ການ​ໃຊ້, ແຕ່​ການ​ຄອບ​ຄອງ​ອາ​ວຸດ​ປະ​ລະ​ມາ​ນູເທົ່າ​ນັ້ນ ແມ່ນ “ສົມຄວນ​ຖືກ​ກ່າວ​ປະ​ນາມ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG