ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະສັນຕະປາປາ ແຟຣນຊິສ ມຸ້ງໜ້າສູ່ ຟີລາແດລເຟຍ ເພື່ອມ້ວນທ້າຍ ການຢ້ຽມຢາມ ສະຫະລັດ


ພະສັນຕະປາປາ Francis ໂບກມືຕໍ່ຝູງຊົນ ຈາກລົດພະທີ່ ນັ່ງພິເສດ.
ພະສັນຕະປາປາ Francis ໂບກມືຕໍ່ຝູງຊົນ ຈາກລົດພະທີ່ ນັ່ງພິເສດ.

ພະສັນຕະປາປາແຟຣນຊິສຈະສະເດັດໄປນະຄອນ Phila-
delphia ໃນລັດ Pennsylvania ໃນວັນເສົາມື້ນີ້ ຊຶ່ງເປັນ
ບ່ອນຢຸດແວ່ແຫ່ງທີສາມ ໃນການ ເດີນທາງມາຢ້ຽມຢາມ
ສະຫະລັດ ທີ່ຮວມທັງການເຈລະຈາຫາລືກັບປະທານາ
ທິບໍດີບາຣັກ ໂອບາມາ ການກ່າວຄຳປາໄສຕໍ່ລັດຖະສະ
ພາແລະການປະກອບພິທີທາງສາສະໜາ ຢູ່ Madison
Square Garden ທີ່ມີຊື່ສຽງໃນນະຄອນນິວຢອກ.

ທີ່ນະຄອນ Philadelphia ພະສັນຕະປາປາ ແຟຣນຊິສ
ຈະຈັດພິທີສູດມົນພາວະນາ ຢູ່ທີ່ພະວິຫານນັກບຸນ Peter
ແລະ Paul ສະເດັດໄປຢ້ຽມຢາມສະ ໜາມຫຼວງເອກກະ
ລາດ ແລະເຂົ້າຮ່ວມບຸນສະຫຼອງຄອບຄົວ.

Pope Francis Visits, Prays at US 9/11 Memorial
please wait

No media source currently available

0:00 0:02:04 0:00

ພະອົງໄດ້ມ້ວນທ້າຍການສະເດັດຢ້ຽມຢາມນະຄອນນິວຢອກໃນວັນສຸກວານນີ້ ດ້ວຍພິທີ
ສູດມົນພາວະນາທີ່ມີຜູ້ເຂົ້າຮ່ວມປະມານ 20,000 ຄົນ.

ໃນການເທດສະໜາຂອງພະອົງນັ້ນ ພະສັນຕະປາປາແຟຣນຊິສຊົງກ່າວວ່າ ຜູ້ຄົນຂອງ
ພະຜູ້ເປັນເຈົ້າ ໄດ້ຖືກຮຽກໃຫ້ໄຕ່ຕອງພິຈາລະນາ ເບິ່ງແສງສະຫວ່າງ ອັນຍິ່ງໃຫຍ່ກ່ຽວ
ກັບການມີໜ້າຂອງພະຜູ້ເປັນເຈົ້າຢູ່ໃນໝູ່ພວກເຂົາເຈົ້າ.

Pope Calls for Action on Climate Change, Fighting Poverty
please wait

No media source currently available

0:00 0:02:18 0:00

ພິທີທາງສາສະໜາໄດ້ມ້ວນທ້າຍມື້ທີ່ເຕັມໄປດ້ວຍກິດຈະການຕ່າງໆແບບບໍ່​ໄດ້​ຢູ່​ໄດ້​ເຊົາ
ໃນນະຄອນນິວຢອກ. ພະອົງໄດ້ຊົງຮຽກຮ້ອງ ໃຫ້ພວກທີ່ໄປຮ່ວມ ປະຕິເສດຕໍ່ການໝົກ
ມຸ່ນຫຼືໃຫ້ຄວາມສົນໃຈແຕ່ຕົນເອງແລະຈົດຈຳພວກທີ່ຂັດສົນຂາດ ແຄນ.

ຝູງຊົນເປັນຈຳນວນຫຼວງຫຼາຍໄດ້ພາກັນຕ້ອນຮັບພະສັນຕະປາປາ ທີ່ມີພະຊົນ 78 ປີ ທີ່
ຊົງປະທັບເທິງລົດຂອງພະອົງຜ່ານສວນ Central Park ໃນຂະນະທີ່ພະອົງຊົງໂບກມື
ໃຫ້ແກ່ຫຼາຍພັນຄົນທີ່ພາກັນຮ້ອງເຊຍແລະຕົບມື ກ່ອນພິທີ ທາງສາສະໜາ.

ພວກແມ່ຊີ ພາກັນຍາດກັນ ຖ່າຍຮູບ ພະສັນຕະປາປາ
ພວກແມ່ຊີ ພາກັນຍາດກັນ ຖ່າຍຮູບ ພະສັນຕະປາປາ

ກ່ອນໜ້ານັ້ນ ພະອົງກໍໄດ້ສະເດັດໄປຢ້ຽມຢາມໂຮງຮຽນ Our Lady Queen of Angels
ທີ່ຄຸ້ມ Harlem ຕາເວັນອອກ.

ຢູ່ທີ່ໂຮງຮຽນ ພະອົງກໍໄດ້ໂອ້ລົມກັບພວກນັກຮຽນເປັນພາສາສະເປນ ຊົມໂຄງ ການຕ່າງໆ
ຂອງພວກເຂົາ ແລະບອກພວກນັກຮຽນວ່າ ໂຮງຮຽນສາມາດເປັນ ເຮືອນຫຼັງທີສອງໄດ້.

ໃນຕອນເຊົ້າວັນສຸກວານນີ້ ໃນການກ່າວຄຳປາໄສຕໍ່ສະມັດໃຫຍ່ສະຫະປະຊາຊາດນັ້ນ

ພະສັນຕະປາປາແຟຣນຊິສ ຊົງແນະນຳໃຫ້ບັນດາປະທານາທິບໍດີ ແລະນາຍົກລັດຖະມົນ
ຕີຂອງປະເທດຕ່າງໆ ສະແດງຄວາມເປັນຜູ້ນຳໃນການ ຮັບມືກັບການປ່ຽນແປງຂອງດິນ
ຟ້າອາກາດ ແລະຄວາມທຸກຍາກ ແລະໃຫ້ການ ປົກປ້ອງຄຸ້ມຄອງພວກອົບພະຍົບທີ່ພາ
ກັນຫລົບໜີບັນຫາຂັດແຍ້ງຕ່າງໆ.

Pope US
please wait
Embed

No media source currently available

0:00 0:01:56 0:00

XS
SM
MD
LG