ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ຄຣິສຕຽນພາກັນ ສະເຫຼີມສະຫຼອງວັນ ອີສເຕີ


ພະສັນຕະປາປາ ຊົງອວຍພອນ "Urbi et Orbi" ຕໍ່ຊາວເມືອງ ແລະ ທົ່ວໂລກ ຈາກລະບຽງຂອງໂບດ ເຊັນ ປີເຕີສ ຫຼັງຈາກການຊຸມນຸມ ວັນອາທິດ ອີສເຕີ,​ ນະຄອນ ວາຕິກັງ. 1 ເມສາ 2018.
ພະສັນຕະປາປາ ຊົງອວຍພອນ "Urbi et Orbi" ຕໍ່ຊາວເມືອງ ແລະ ທົ່ວໂລກ ຈາກລະບຽງຂອງໂບດ ເຊັນ ປີເຕີສ ຫຼັງຈາກການຊຸມນຸມ ວັນອາທິດ ອີສເຕີ,​ ນະຄອນ ວາຕິກັງ. 1 ເມສາ 2018.

ຊາວຄິສຕຽນທົ່ວໂລກ ໃນວັນອາທິດມື້ນີ້ ໄດ້ສະເຫຼີມສະຫຼອງວັນ ອີສເຕີ, ເຊິ່ງແມ່ນວັນ
ທີ່ເຂົາເຈົ້າເຊື່ອວ່າ ພະເຍຊູໄດ້ກຳເນີດເກິດຄືນຈາກຄວາມຕາຍ. ມັນແມ່ນວັນທີ່ສັກສິດ
ທີ່ສຸດໃນປະຕິທິນສາສະໜາ ຄຣິສ.

ວັນອີສເຕີ “ແມ່ນພິທີສະຫຼອງທີ່ເກີດຂຶ້ນ ໃນວັນທີ່ແຕກຕ່າງກັນ” ຂອງສາສະໜາຄຣິສ
ຕຽນ, ເຊິ່ງເກີດຂຶ້ນ ໃນວັນທີ່ແຕກຕ່າງກັນ ສຳລັບແຕ່ລະປີ. ໂບດ ຄຣິສຕຽນ ຕາເວັນ
ຕົກທັງຫຼາຍ ຈະສະເຫຼີມສະຫຼອງວັນ ອີສເຕີ ໃນວັນອາທິດທຳອິດ ລຸນຫຼັງພະຈັນເຕັມ
ດວງ ຫຼັງຈາກວັນເລີ່ມຕົ້ນລະດູບານໃໝ່.

ປະຊາຊົນທີ່ມີຄວາມເຊື່ອຫຼາຍພັນຄົນ ໄດ້ເຕົ້າໂຮມກັນ ໃນຈະຕຸລັດ ເຊັນ ປີເຕີສ ຂອງ
ນະຄອນ ວາຕິກັງ ເພື່ອຮັບຟັງຄຳປາໄສວັນອີສເຕີ “Urbi et Orbi” ເຊິ່ງໝາຍຄວາມວ່າ
“ເພື່ອຕົວເມືອງ ແລະ ເພື່ອໂລກ” ຂອງພະສັນຕາປາປາ ຟຣານຊິສ.

ວັນອີສເຕີ ແມ່ນຂີດໝາຍຂອງການສິ້ນສຸດສັບປະດາສັກສິດ, ເຊິ່ງແມ່ນສັບປະດາກ່ອນ
ວັນ ອີສເຕີ ແລະ ລວມທັງວັນພະຫັດກ່ອນວັນອີສເຕີ, ເປັນວັນທີ່ພະເຍຊູໄດ້ຮັບປະທານ
ອາຫານຄາບສຸດທ້າຍກັບພວກສາວົກຂອງພະອົງ. ສັບປະດາສັກສິດດັ່ງກ່າວຍັງລວມມີ
ວັນ ກູດ ຟຣາຍເດ “Good Friday”, ເຊິ່ງແມ່ນວັນທີ່ພະເຍຊູຖືກນຳໄປແຂວນໃສ່ໄມ້
ກາງເຂນ.

ໂບດອໍໂຕດັອກສ ຕາເວັນອອກ ຈະສະເຫຼີມສະຫຼອງວັນ ອີສເຕີ ໃນວັນອາທິດໜ້າ, ເຊິ່ງ
ແມ່ນວັນທີ 8 ເມສາ.

ວັນອີສເຕີສອງວັນດັ່ງກ່າວ ປົກກະຕິແລ້ວ ຈະຖືກຈັດຂຶ້ນຫ່າງກັນບໍ່ເທົ່າໃດອາທິດ ໂດຍ
ໂບດຄຣິສຕຽນຕາເວັນຕົກ ປະຕິບັດຕາມປະຕິທິນ ເກຣໂກຣຽນ, ໃນຂະນະທີ່ໂບດ
ອໍໂຕດັອກສ ຕາເວັນອອກ ແມ່ນໃຊ້ປະຕິທິນ ຈູລຽນ ທີ່ມີອາຍຸເກົ່າແກ່ກວ່າ. ແນວໃດກໍ
ຕາມ, ໃນປີກາຍນີ້, ວັນອີສເຕີ ແມ່ນໄດ້ຖືກສະເຫຼີມສະຫຼອງໃນວັນດຽວກັນ ສຳລັບປະ
ເພນີທັງສອງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG