ໃນມື້ທີສອງຂອງການສະເດັດຢ້ຽມຢາມພາກຕາເວັນອອກ
ກາງນັ້ນ ພະສັນຕະປາປາ Francis ຊົງຮຽກຮ້ອງໃຫ້ມີສັນ
ຕິພາບຢູ່ໃນຂົງເຂດດັ່ງກ່າວ.
ໃນການໃຫ້ໂອວາດໃນວັນອາທິດມື້ນີ້ ທີ່ເມືອງ Bethlehem
ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ພະສັນຕະປາປາ
Francis ຊົງກ່າວ ວ່າ ເວລາໄດ້ມາເຖິງແລ້ວສຳລັບທຸກໆຄົນ ເພື່ອໃຫ້ມີຄວາມກ້າຫານໃນການເປັນຄົນເອື້ອເຟື້ອເພື່ອແຜ່
ແລະສ້າງສັນ ໃນການຍຸດຕິບັນຫາຂັດ ແຍ້ງທີ່ຍືດເຍື້ອຍາວ
ນານ ຊຶ່ງໄດ້ສ້າງຄວາມເຈັບປວດໃຫ້ແກ່ຫຼາຍໆຄົນ ຈົນຍາກ
ທີ່ຮຳບາດແຜໄດ້.
ສັນຕະປາປາ Francis ຊົງເດີນທາງດ້ວຍເຮືອບິນເຮລີຄອບເຕີຈາກຈໍແດນໄປ
ຍັງເມືອງ Bethlehem ໃນວັນອາທິດມື້ນີ້.
ພວກສັນຕະປາປາອົງກ່ອນໆນັ້ນ ມັກເດີນທາງໄປຍັງຝັ່ງຕາເວັນຕົກຂອງແມ່ນ້ຳ
ຈໍແດນ ຫຼັງຈາກໄດ້ໄປຢ້ຽມຢາມນະຄອນ Tel Aviv ຂອງ ອິສຣາແອລແລ້ວ. ກຳ
ນົດການເດີນທາງຂອງສັນຕະປາປາ Francis ເວລານີ້ກຳລັງຖືກມອງເຫັນວ່າເປັນ
ສັນຍະລັກແຫ່ງການເຫັນດີນຳຄວາມປາດຖະໜາຂອງຊາວປາແລສໄຕນ໌ ທີ່ຢາກ
ມີປະເທດຂອງຕົນເອງ.
ພະສັນຕະປາປາ Francis ຊົງກ່າວຍ້ອງຍໍຄວາມສຳພັນທີ່ດີຂອງວາຕິກັນ ແລະ
ອັນທີ່ພະອົງເອີ້ນວ່າ ລັດປາແລສໄຕນ໌ນັ້ນ.
ຜູ້ນຳຂອງສາສະໜາໂຣມັນກາໂຕລິກທີ່ມີຜູ້ເຊື່ອຖືຈຳນວນ 1300 ລ້ານຄົນໃນ
ໂລກໄດ້ຊົງພົບປະກັບປະທານາທິບໍດີ Mahmoud Abbas ແຫ່ງປາແລສໄຕນ໌
ໃນວັນອາທິດມື້ນີ້.
ທ່ານ Abbas ກ່າວວ່າ ທ່ານໄດ້ແຈ້ງໃຫ້ພະສັນຕະປາປາຊາບວ່າ ອິສຣາແອລ ໄດ້ບັງຄັບໃຫ້ຊາວຄຣິສຕຽນ ແລະຊາວມຸສລິມອອກຈາກນະຄອນເຈຣູຊາແລັມ.