ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະ​ສັນຕະປາປາ ຊົງ​ຮຽກ​ຮ້ອງ​ ບັນດາ​ຜູ້ນຳຊາວມຸສລິ​ມ ຂອງໂລກ ​ໃຫ້​ປະນາມ ການ​ກໍ່​ການ​ຮ້າຍ


ພະ​ສັນຕະປາປາ Francis (ຊ້າຍ) ແລະ ພະສັງຄະລາດໃຫຍ່ Bartholomew ຊົງກຳລັງໃຫ້ພອນ ຝຸງຊົນຜູ້ເຫຼື້ອມໃສສັດທາ ທີ່ພາກັນມາເຕົ້າໂຮມ ຢູ່ເດີ່ນ ໂບດ St. George ຂອງ ພະສັງຄະລາດ ໃນນະຄອນ Istanbul ປະເທດເທີກີ, ວັນທີ 30 ພະຈິກ 2014.
ພະ​ສັນຕະປາປາ Francis (ຊ້າຍ) ແລະ ພະສັງຄະລາດໃຫຍ່ Bartholomew ຊົງກຳລັງໃຫ້ພອນ ຝຸງຊົນຜູ້ເຫຼື້ອມໃສສັດທາ ທີ່ພາກັນມາເຕົ້າໂຮມ ຢູ່ເດີ່ນ ໂບດ St. George ຂອງ ພະສັງຄະລາດ ໃນນະຄອນ Istanbul ປະເທດເທີກີ, ວັນທີ 30 ພະຈິກ 2014.

ພະ​ສັນຕະປາປາ Francis ​ຊົງໄດ້​ຮຽກ​ຮ້ອງ​ໄປ​ເຖິງ ບັນດາ​ຜູ້ນຳ
ຊາວມຸສລິ​ມຂອງ​ໂລກ ​ໃຫ້​ປະນາມການ​ກໍ່​ການ​ຮ້າຍ ທີ່​ກະທຳ​ໄປ
​ໂດຍ​ອ້າງ​ວ່າໃນ​ນາມ​ຂອງ​ສາສະໜາ​ອິສລາມ​ນັ້ນ. ພະ​ອົງ​ຊົງ​ກ່າວ​
ວ່າ ການ​ປະນາມ​ດັ່ງນັ້ນ ຈະ​ຊ່ອຍ​ໃຫ້​ປັດ​ເປົ່າ​ການ​ເຂົ້າ​ໃຈ​ຜິດ ​
ແບບ​ຕີ​ລວດ​ກວດ​ພຽງ ຂອງ​ບັນ​ດາ​ຊາວ​ຕາ​ເວັນ​ຕົກ ​ທີ່ຖື​ວ່າ​ 2
ຢ່າງ​ນີ້ ​ເປັນອັນ​ດຽວກັນ.

ພະ​ສັນຕະປາປາ ທີ່​ເປັນ​ຄົນອາ​ເຈັນ​ຕິ​ນາ ​ໄດ້ຊົງຖະ​ແຫລ​ງ ​ໃນວັນ​ອາທິດ​ວານ​ນີ້ ຕໍ່​ບັນດາ​
ນັກ​ຂ່າວ ຢູ່​ໃນ​ເຮືອ​ບິນ​ຂອງ​ພະ​ອົງ ​ໃນ​ຂະນະ​ທີ່​ເດີນທາງ​ກັບ​ຄືນ ຈາກ​ການ​ຢ້ຽມຢາມ​ເທີກີ.
ພະ​ອົງ​ໄດ້​ເອີ່ຍ​ເຖິງ​ຄຳ​ພີ Quran ອັນ​ເປັນ​ເອກະສານ​ຫຼັກ ຂອງ​ສາສະໜາອິສລາມ ວ່າ
“​ເປັນ​ຄຳ​ພີ​ທຳນາຍແຫ່ງສັນຕິ” ​ແລະ ກ່າວ​ວ່າ ພະ​ອົງ​ຊົງເຂົ້າອົກ​ເຂົ້າ​ໃຈ ຊາວ​ມຸສລິ​ມ
ທັງຫຼາຍວ່າ​ເປັນ​ຫຍັງ ​ເຂົາ​ເຈົ້າຈຶ່ງບໍ່ຄ່ອຍເພິ່ງພໍ​ໃຈ ​ທີ່​ຜູ້​ຄົນ​ເອົາ ສາສະໜາ​ອິສລາມ ​ໄປ​
ພົວພັນ​ກັບ​ການ​ກໍ່​ການ​ຮ້າຍນັ້ນ.

ພະ​ອົງ​ຊົງ​ເວົ້າອີກ​ວ່າ ພະ​ອົງ ​ໄດ້​ໃຫ້​ໂອ​ວາດ​ດັ່ງກ່າວ​ ​ແກ່ປະທາ ນາທິ ບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໃນ​ລະຫວ່າ ການ​ສະ​ເດັດ​ປະພາດ ປະ​ເທດ​ເທີ​ກີ ​ເປັນ​ເວລາ 3 ມື້ນັ້ນ.

ຂໍ້ຄວາມ​ຂອງ​ພະ​ສັນຕະປາປາ ​ແມ່ນ​ມີ​ຂຶ້ນ ​ໃນ​ຂະນະ​ທີ່ ພວກ​ຫົວ​ຮຸນ​ແຮງ​ຈັດ​ລັດ​ອິສລາມ ​ໄດ້​ທຳ​ການຂັບ​ດັນ​ມາ​ເປັນ​ເວລາຫຼາຍ​ເດືອນ ​ເພື່ອເຂົ້າຍຶດ​ເອົາ ຂົງ​ເຂດ​ອັນ​ກວ້າງຂວາງ​ຂອງ​ຊີ​ເຣຍ ​ແລະ ອີຣັກ ບ່ອນ​ທີ່​ພວກ​ເຂົາ​ໄດ້​ຂັບ​ໄ​ລ່ໜີ ​ແລະ ​ເຂັ່ນຂ້າ​ຊາວ​ມຸສລິ​ມນິກາຍ Shi’ite ຊາວ​ຄຣິສຕຽນ ​ແລະ ຄົນ​ອື່ນໆ ຜູ້​ທີ່​ບໍ່​ສະໜັບສະໜຸນ​ ການ​ຕີ​ຄວາມ​ໝາຍ​ຂອງ​ສາ​ສາ​ໜາ​ອິສລາມ ນິກາຍ​ Sunni ແບບ​ຮຸນ​ແຮງຈັດ ຂອງພວກ​ເຂົາ​ ​ນັ້ນ.

POPE ISLAM VOSOT
please wait
Embed

No media source currently available

0:00 0:01:08 0:00


Pope Francis has called on the world's Muslim leaders to condemn terrorism carried out in the name of Islam.

Speaking to reporters aboard the papal plane from Istanbul to Rome, the pontiff said doing so would help dispel a wrongful stereotype held by those in the West who equate the two.

"On Islamophobia, it is true that when one sees these terrorist acts, not only in this region, but also in Africa, there is this reaction: 'If this is Islam, I am going to get angry'. And so many Islamic people are offended, many, many say, 'but we are not this because the Koran is a book of peace. It is a prophetic book of peace. That ((terrorism)) is not Islam."

The pope said he conveyed the same message to Turkish President Recep Tayyip Erdogan during a three-day visit.

The pope's message coincides with a months-long drive by Islamic State extremists to seize large swaths of Syria and Iraq where they have expelled or slaughtered Shi'ite Muslims, Christians and others who do not support their radical interpretation of Sunni Islam.

XS
SM
MD
LG