ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປາປາ ແຟຣນຊີສ ຊົງກ່າວວ່າ ການໂອ້ລົມກັນ ແມ່ນຈຳເປັນ ສຳຫຼັບ ແຫຼມເກົາຫຼີ (ສະໄລດ໌/ວີດີໂອ)


Pope’s Asia Trip Puts Focus on China's Growing Christian Population
please wait

No media source currently available

0:00 0:02:20 0:00

ເບິ່ງວີດີໂອ ເລື້ອງນີ້ຕື່ມອີກ.

ສັນ​ຕະປາປາ Francis ຊົງ​ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ
​ແລະ​ບໍ່​ແມ່ນ​ການສະ​ແດງ​ກຳລັງ “​ແບບ​ບໍ່​ມີເຫດ​ຜົນ” ຈະ​ຊ່ອຍ
​ນຳ​ມາ​ແຫ່ງ​ສັນຕິ​ພາບ ຢູ່ແຫຼມ​ເກົາຫຼີ ​ໃນ​ຂະນະ​ທີ່​ພະ​ອົງ​ຊົງ​ເລີ້ມ​
ການ​ຢ້ຽມຢາມ​ເກົາຫຼີ​ໃຕ້​ເປັນ​ເວລາ 5 ມື້.

ການໃຫ້ຄວາມ​ເຫັນ​ດັ່ງກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ເກົາຫຼີ​ເໜືອ ຍິງ​ຈະ​
ຫຼວດ 5 ລູກ​ລົງ​ໃສ່​ທະ​ເລ ປະມານ​ໃນ​ເວລາ​ດຽວ​ກັນ​ກັບ​ເວລາ
​ເຮືອບິນ​ຂອງ​ສັນຕະປາປາ ໄປ​ຮອດນະຄອນຫຼວງໂຊນ ​ໃນ​
ເຊົ້າ​ວັນ​ພະຫັດ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງເກົາຫຼີໃຕ້ກ່າວ​ວ່າ ລູກ​
ຈະ​ຫຼວດ​ເຫຼົ່າ​ນີ້ຍິງ​ມາ​ຈາກ​ເມືອງ​ທ່າ​ກຳ​ປັ່ນ Wonsan ໃນ​ໄລຍະ​ທາງ 220 ຫຼັກກິ​ໂລ​ແມັດ ກ່ອນ​ຕົກລົງ​ໃສ່​ມະຫາ​ສະມຸດ​ ນອກ​ຝັ່ງ​ທະ​ເລ​ທາງກ້ຳຕາ​ເວັນ​ອອກຂອງປະເທດ.

ທ່ານ Noh Kwang-il ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ໃຕ້ໄດ້ ປະນາມ​ການ​ຍິງ​
ຈະ​ຫຼວດດັ່ງກ່າວ ຊຶ່ງ​ເປັນ​ຄັ້ງ​ຫຼ້າ​ສຸດ​ ທີ່​ເກົາຫຼີ​ເໜືອ​ໄດ້ ຍິງທົດ​ລອງຕິດ​ຕໍ່​ກັນ​ມາ​ຫຼາຍ​ຄັ້ງ​ແລ້ວ ​ແບບ​ດຽວ​ກັນ​ນີ້​.

ໃນ​ລະຫວ່າງ​ການສະ​ເດັດ​ປະພາດ​ນັ້ນ ພະສັນຕະປາປາ Francis ຈະ​ ໄປ​ຮ່ວມ​ໃນ​ງານ
​ບຸນ​ຂອງພວກຊາວ​ໜຸ່ມ​ກາ​ໂຕ​ລິກແລະປະກອບພິທີທາງ ​ສາສະໜາເພື່ອ​ສັນຕິພາບແລະ​ການ​ປອງດອງຊາດຢູ່ໃນ​ແຫຼມ​ເກົາຫຼີ​ທີ່​ແບ່ງ​ແຍກແລະ​ມີ​ຄວາມ​ເຄັ່ງ​ຕຶງ​ນັ້ນ.

ເກົາຫຼີ​ເໜືອ​ບໍ່​ຍອມ​ສົ່ງ​ຄະນະ​ຜູ້ຕາງໜ້າ​ໄປ​ຮ່ວມ​ ໃນ​ພິທີ​ທາງສາສະໜາ​ຂອງ​ສັນຕະປາປາ ​ໂດຍ​ອ້າງ​ຄວາມ​ບໍພໍໃຈຂອງ​ຕົນ​ຕໍ່​ການ​ຊ້ອມ​ລົບລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້ ທີ່​ຈະ
ມີ​ຂຶ້ນ​ໃນ​ຕໍ່ໜ້າ​ນີ້.

poepsokorupd14august14
please wait

No media source currently available

0:00 0:01:00 0:00

XS
SM
MD
LG