ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປາປາ ຊົງເຕືອນ ກ່ຽວກັບ ການແຜ່ຂ່າວ ລັດທິກໍ່ການຮ້າຍ


ພະສັນຕະປາປາ ຟຣານຊິສ໌ ອ້ອມຂ້າງດ້ວຍຍາມປ້ອງກັນຕົວ ຍ່າງໄປຂຶ້ນເຮືອບິນ ກ່ອນເດີນທາງອອກຈາກສະໜາມບິນ
ນະຄອນຫຼວງ ດາກາ, ບັງກລາແດັສ. 2 ທັນວາ, 2017.
ພະສັນຕະປາປາ ຟຣານຊິສ໌ ອ້ອມຂ້າງດ້ວຍຍາມປ້ອງກັນຕົວ ຍ່າງໄປຂຶ້ນເຮືອບິນ ກ່ອນເດີນທາງອອກຈາກສະໜາມບິນ ນະຄອນຫຼວງ ດາກາ, ບັງກລາແດັສ. 2 ທັນວາ, 2017.

ພະສັນຕະປາປາ ຟຣານຊິສ ໄດ້ລົມກັບກຸ່ມຂອງນັກບວດ ແລະ ແມ່ຊີ ບັງກລາແດັສ
ກ່ຽວກັບ ການແຜ່ຂ່າວລືຂອງລັດທິກໍ່ການຮ້າຍ” ແລະ ວິທີທີ່ມັນສາມາດທຳລາຍປະ
ຊາຄົມສາສະໜາໄດ້ແນວໃດ ໃນວັນເສົາວານນີ້, ກ່ອນເດືອນທາງກັບໄປນະຄອນ
ວາຕິກັນ.

ຜູ້ນຳສາສະໜາໂຣມັນ ກາໂຕລິກ ຂອງໂລກ ໄດ້ເວົ້າຈາກໃຈຂອງເພິ່ນຕໍ່ຝູງຊົນທີ່ໂບດ
ໂຮລີ ໂຣຊາຣີ ໃນນະຄອນຫຼວງ ດາກາ.

ເພິ່ນໄດ້ປະຖິ້ມຄຳປາໄສທີ່ໄດ້ກຽມໄວ້ຂອງເພິ່ນ ແລະ ໃນທາງກົງກັນ ຂ້າມ ໄດ້ໃຫ້ຄຳ
ປາໄສຕາມວິໄສທັດ 15 ນາທີ ກ່ຽວກັບ ການດຳລົງຊີວິດທີ່ຂຶ້ນ ແລະ ລົງໃນຊຸມຊົນສາ
ສະໜາ.

ໃນຄຳບັນຍາຍທີ່ເຕັມໄປດ້ວຍສຽງຫົວນັ້ນ, ພະອົງໄດ້ຮຽກຮ້ອງຜູ້ຟັງຂອງເພິ່ນ ໃຫ້
ໂນ້ມອຽງຕໍ່ຊຸມຊົນສາສະໜາຂອງເຂົາເຈົ້າ “ດ້ວຍຄວາມອ່ອນໂຍນ” ແລະ ໄດ້ເຕືອນ
ເຂົາເຈົ້າ ກ່ຽວກັບ ການເວົ້າເຖິງຄວາມຫາຍານະ “ຂອງລະເບີດ” ທີ່ສາມາດສ້າງຄວາມ
ເສຍຫາຍ ເມື່ອຖືກກົດປຸ່ມລະເບີດ ໃນຊີວິດສາສະໜາທີ່ປິດ.

ພະສັນຕະປາປາ ຟຣານຊິສ ໄດ້ກ່າວກວ່າ ເພິ່ນໄດ້ກ່າວຈາກປະສົບການສ່ວນຕົວຂອງ
ເພິ່ນເອງ ແລະ ໄດ້ຮຽກຮ້ອງບັນດາແມ່ຊີ ແລະ ນັກບວດທັງຫຼາຍໃຫ້ “ກະລຸນາ, ກັດລີ້ນ
ຂອງຕົນເອງໄວ້” ເຊິ່ງໝາຍຄວາມວ່າ ໃຫ້ພິຈາລະນາຄຳເວົ້າຂອງຕົນເອງຢ່າງລະມັດ
ລະວັງ ກ່ອນເວົ້າຫຍັງອອກມາ.

ພະສັນຕະປາປາ ໄດ້ຂໍອະໂຫສິກຳ ຈາກອົບພະຍົບຊາວມຸສລິມ ໂຣຮິງຢາ ສຳລັບ
ຄວາມທຸກທໍລະມານຂອງເຂົາເຈົ້າ ໃນວັນສຸກທີ່ຜ່ານມາ, ດ້ວຍການໃຊ້ຄຳສັບທາງ
ການເມືອງທີ່ມີຄວາມລະອຽດອ່ອນ “ໂຣຮິງຢາ” ເພື່ອອະທິບາຍເຖິງການປະຫັດປະ
ຫານ ເປັນຄຳເວົ້າທີ່ພະອົງບໍ່ໄດ້ເວົ້າອອກມາຢ່າງເຕັມທີ່ ໃນລະຫວ່າງການເດີນທາງ
ຂອງເພິ່ນ ທີ່ເລີ່ມຂຶ້ນໃນປະເທດ ມຽນມາ.

ພະອົງໄດ້ກ່າວຫຼັງຈາກການພົບປະກັບພວກອົບພະຍົບທີ່ຖືກນຳມານະຄອນຫຼວງ
ດາກາ ຈາກເມືອງ ຄັອກສ໌ ບາຊາ ຂອງປະເທດ ບັງກລາແດັສ, ບ່ອນທີ່ອົບພະຍົບ
ໂຣຮິງຢາ ຫຼາຍພັນຄົນໄດ້ຕັ້ງຖິ່ນຖານຢູ່ ຫຼັງຈາກໄດ້ຫຼົບໜີຄວາມຮຸນແຮງໃນລັດ
ຣາໄຄນ໌ ຂອງປະເທດ ມຽນມາ ວ່າ “ການມີໜ້າຂອງພະເຈົ້າໃນມື້ນີ້ ກໍຍັງເອີ້ນວ່າ
ໂຣຮິງຢາ ເຊັ່ນກັນ.”

ພະສັນຕະປາປາໄດ້ໃຫ້ພອນອົບພະຍົບ ໂຣຮິງຢາ ໃນລະຫວ່າງການພົບປະທີ່ມີ
ຄວາມຮູ້ສຶກຫວັ່ນໄຫວ ເຊິ່ງພະອົງໄດ້ຈັບມືຂອງເຂົາເຈົ້າ ແລະ ໄດ້ຟັງເລື່ອງເລົ່າຂອງ
ເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG