ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ສັນຕະປາປາ ຊົງ​ມ້ວນທ້າຍ​ ການສະ​ເດັດ​ປະພາດ ​ເທີ​ກີ


ພະ​ສັນຕະປາປາ Francis ຊົງໄປຢ້ຽມຊົມ ໂບດ Hagia Sophia ຊຶ່ງໃນອະດີດເຄີຍເປັນໂບດ Byzantine ແລະໄດ້ຫັນ ປ່ຽນມາເປັນສຸເຫຼົາ ແລະ ໃນປັດຈຸບັນນີ້ ເປັນຫໍພິພິດທະພັນ ໃນ Istanbul, ວັນທີ 29 ພະຈິກ 2014.
ພະ​ສັນຕະປາປາ Francis ຊົງໄປຢ້ຽມຊົມ ໂບດ Hagia Sophia ຊຶ່ງໃນອະດີດເຄີຍເປັນໂບດ Byzantine ແລະໄດ້ຫັນ ປ່ຽນມາເປັນສຸເຫຼົາ ແລະ ໃນປັດຈຸບັນນີ້ ເປັນຫໍພິພິດທະພັນ ໃນ Istanbul, ວັນທີ 29 ພະຈິກ 2014.

ພະ​ສັນຕະປາປາ Francis ຊົງ​ມ້ວນທ້າຍ​ການສະ​ເດັດ​ປະພາດ
ປະ​ເທດ​ເທີ​ກີ​ ​ເປັນ​ເວລາ​ສາມ​ມື້ ​ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍ​ໄດ້​ຊົງ
ປະກອບສ່ວນ ​ໃນ​ພິທີ​ທາງ​ສາສ​ະໜາ ​ທີ່​ນຳພາ​ໂດຍ ພະສັງຄະ
ລາດໃຫຍ່ Bartholomew ຂອງສາສະໜາຄຣິສຕ໌ ນິກາຍ
ອອ໋ກໂທດອ໊ກສ໌ ທີ່ມີ ຜູ້ນັບຖື 300 ລ້ານຄົນຢູ່ໃນທົ່ວໂລກ.

ມີ​ສຽງ​ສວດ​ມົນ​ພາວະນາ​ດັງ​ກ້ອງ​ໄປ​ທົ່ວ ໃນ​ໂບດ St. George
​ຢູ່​ນະຄອນ Istanbul ​ໃນ​ວັນ​ອາທິດ​ມື້​ນີ້.


​ໃນ​ວັນ​ເສົາ​ວານ​ນີ້ ຜູ້ນຳ​ທາງ​ດ້ານ​ຈິດ​ໃຈ​ທັງ​ສອງອົງ ​ໄດ້​ຮ່ວ​ມ​ໃນພິທີ​ທາງ​ສາສະ​ໜາອີກ
​ພິທີ​ໜຶ່ງ ຢູ່ Istanbul ບ່ອນ​ທີ່​ພະ​ສັນຕະປາປາ Francis ​ໄດ້​ຊົງ​ກົ້ມ​ຫົວຢູ່​ຕໍ່ໜ້າ​ພະ​ສັງຄະ
​ລາດ Bartholomew ​ແລະ ​ຊົງ​ຂໍ​ພອນ ຈາກ​ພະ​ອົງ. ​ໃນ​ມື້ວານ​ນີ້​ເຊັ່ນ​ກັນພະ​ສັນຕະປາປາ
Francis ​ໄດ້​ຊົງໄປ​ຢ້ຽມຢາມ​ໂບດ Sultan Ahmet ​ໃນ​ສະ​ໄໝ ສັດຕະຫວັດທີ 17 ທີ່​ເອີ້ນ​ວ່າ ​ສຸ​ເຫຼົາ​ສີຟ້າ. ພະ​ອົງ​ເປັນ ​ສັນຕະປາປາ​ອົງ​ທີ 4 ທີ່​ໄດ້​ສະ​ເດັດ​ປະພາດ​ປະ​ເທດ​ເທີ​ກີ ຕາມ​ຫລັງສັນຕະປາປາ ​Paul VI, John Paul II ​ແລະ Benedict XVI.

POPE FRANCIS TURKEY VO
please wait

No media source currently available

0:00 0:00:33 0:00

XS
SM
MD
LG