ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 23 ຕຸລາ 2026

ສັນຕະປາປາ ຊົງຮຽກຮ້ອງ ໃຫ້ຊາວໜຸ່ມ ເຄັນຢາ ປະຕິເສດ ຕໍ່ລັດທິຊົນເຜົ່າ

ພະສັນຕະປາປາ ໂບກມືໃຫ້ປະຊາຊົນ ໃນທ້ອງຖິ່ນ ຂະນະທີ່ພະອົງຜ່ານໄປ ຫາວັດກຳມະກອນກາໂຕລິກ ທີ່ຄຸ້ມຄົນທຸກ ໃນນະຄອນໄນໂຣບີ ປະເທດເຄັນຢາ. (27 ພະຈິກ 2015)
ພະສັນຕະປາປາ ໂບກມືໃຫ້ປະຊາຊົນ ໃນທ້ອງຖິ່ນ ຂະນະທີ່ພະອົງຜ່ານໄປ ຫາວັດກຳມະກອນກາໂຕລິກ ທີ່ຄຸ້ມຄົນທຸກ ໃນນະຄອນໄນໂຣບີ ປະເທດເຄັນຢາ. (27 ພະຈິກ 2015)

ພະ​ສັນຕະປາປາ Francis ຜູ້ນຳ​ຂອງ​ສາສະໜາ​ກາ​ໂຕ​ລິກ​ຊົງ
ຮຽກຮ້ອງ​ໃຫ້​ພວກຊາວ​ໜຸ່ມ​ເຄັນ​ຢາ ຫຼີກ​ລ່ຽງລັດທິຊົນ​ຊາດ​ຊົນ
​ເຜົ່າ ​ແລະ​ເລືອກ​ເອົາ​ທາງ​ເລືອກໃນ​ການ​ຮັບ​ຟັງ​ແລະ​ການ​ຮ່ວມ
​ມື​ຊຶ່ງ​ກັນ​ແລະ​ກັນ.

ພະ​ສັນຕະປາປາ ​ຊົງ​ໃຫ້​ຄຳ​ໂອວາດ​ແກ່​ພວກ​ຊາວ​ໜຸ່ມ​ອາ​ຟຣິ
ກາຫຼາຍສິບ​ພັນ​ຄົນ​ທີ່​ສະໜາມກິລາ Ksarani ​ໃນ​ວັນ​ສຸກ​ມື້ນີ້​ ​
ໂດຍ​ກ່າວ​ເຖິງ​ ຄວາມ​ວິຕົກກັງວົນ​ຂອງພວກ​ເຂົາ​ເຈົ້າກ່ຽວ​ກັບ
​ຄວາມ​ຮຸນ​ແຮງ ​ແລະ​ການ​ສໍ້​ລາດ​ບັງ​ຫລວງໂດຍ​ຮຽກຮ້ອງ​ໃຫ້
ພວກ​ເຂົາ​ເຈົ້າສວດ​ມົນ​ພາວະນາ ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ສ້າງ​
ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ​ຮ່ວມ​ມື​ຊຶ່ງ​ກັນ​ແລະ​ກັນ​ແທນ​ທີ່​ຈະ
ຍອມຮັບ​ເອົາ​ແຮງ​ກົດ​ດັນເພື່ອ​ໃຫ້​ກໍ່​ຄວາມຮຸນ​ແຮງ​ຕໍ່​ກັນ​ແລະ​ກັນ.

ພະ​ອົງ​ຊົງ​ກ່າວ​ຕໍ່​ພວກ​ຊາວ​ໜຸ່ມ​ວ່າ ​ເຂົາ​ເຈົ້າມີ​ອຳນາດ​ໃນ​ການ​ເລືອກ ລະຫວ່າງ ​ເສັ້ນທາງ​ທີ່​ຫຍຸ້ງຍາກ ແລະ​ການ​ແບ່ງ​ແຍກ ຫລື​ວ່າ​ເສັ້ນທາງ ​ໃນ​ການ​ເອົາ​ຊະນະຄວາມ​ເຫັນ​ແກ່​ຕົວ​ແລະ​ຄວາມ​ຫຍຸ້ງຍາກ​ຂອງ​ຕົນ.

The Pope Speaks with Kenyans in Nairobi's Kangemi Slum

The Pope exiting the church after the event in Nairobi's Kangemi slum, Nov. 27, 2015. (J. Craig/VOA)
1/7 The Pope exiting the church after the event in Nairobi's Kangemi slum, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
People waiting for the Pope to arrive to the event in Nairobi's Kangemi slum, Nov. 27, 2015. (J. Craig/VOA)
2/7 People waiting for the Pope to arrive to the event in Nairobi's Kangemi slum, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
People waiting for the Pope in Kangemi, Nov. 27, 2015. (J. Craig/VOA)
3/7 People waiting for the Pope in Kangemi, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
Orphans at the Kangemi event, Nov. 27, 2015. (J. Craig/VOA)
4/7 Orphans at the Kangemi event, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
The Pope greeting a woman in a wheelchair at the event in Kangemi, Nov. 27, 2015. (J. Craig/VOA)
5/7 The Pope greeting a woman in a wheelchair at the event in Kangemi, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
The Pope greeting a child in a wheelchair in Kangemi, Nov. 27, 2015. (J. Craig/VOA)
6/7 The Pope greeting a child in a wheelchair in Kangemi, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
The Pope greeting people at St. Joseph the Worker Parish in Kangemi, Nov. 27, 2015. (J. Craig/VOA)
7/7 The Pope greeting people at St. Joseph the Worker Parish in Kangemi, Nov. 27, 2015. (J. Craig/VOA)
The Pope Speaks with Kenyans in Nairobi's Kangemi Slum
ເບິ່ງຕື່ມອີກ Show less
Previous slide
Next slide

ພະ​ສັນຕະປາປາ Francis ຊົງ​ໃຫ້​ຄຳ​ໂອວາດ​ຫລັງ​ຈາກ​ໄດ້​ເຂົ້າ​ໄປ​ໃນ​ສະໜາມກິລາ​ ​ໂດຍ
​ຢືນ​ໂບກ​ມື​ຢູ່​ເທິງ​ລົດ​ທີ່​ເປີດ​ຂ້າງ​ສີຂາວ​ ​ໃນ​ຂະນະ​ທີ່​ພວກ​ເດັກນ້ອຍ​ແລະ​ຊາວໜຸ່ມ​ຕ້ອນຮັບ​
ພະ​ອົງ​ດ້ວຍ​ປ້າຍ​ຄຳ​ຂວັນ​ຕ່າງໆພ້ອມ​ກັບ​ສຽງ​ໂຮ່ຮ້ອງແລະ​ສຽງ​ເພງ.​ ຝູງ​ຊົນ​ທີ່​ໄປຕ້ອນຮັບ
​ພະ​ອົງ ໄດ້​ພາກັນເປົ່າ​ເນ ຮ້ອງ​ເພງແລະ​ກໍ​ໂບກມື​ຄືນ​ໃຫ້​ແກ່​ພະ​ສັນຕະປາປາ ບາງ​ຄົນ​ກໍ​ໄດ້​
ຍົກທຸງ​ເຄັນ​ຢາຂຶ້ນ​ ແກວ່ງ​ໄປ​ແກວ່ງ​ມາ.

ຜູ້​ເຂົ້າ​ຮ່ວມ​ຄົນ​ນຶ່ງ ຖື​ປ້າຍ​ຄຳ​ຂວັນ​ທີ່​ຂຽນ​ວ່າ ຂໍ​ໃຫ້​ຢູ່​ໃນ​ຄວາມ​ສະຫງົບ​ແລະ​ຕ້ອນຮັບ​ພະ
​ສັນຕະປາປາ.

ໃນໄລຍະ​ບໍ່​ເທົ່າ​ໃດ​ນາທີ​ທຳ​ອິດ​ນັ້ນ ພິທີ​ເລີ້ມຂຶ້ນດ້ວຍ​ການສະ​ແດງ​ຄວາມ​ເຄົາລົບ ​ແບບ
​ຫງຽບ​ສະງົບ​ແລະ​ຄະນະ​ຮ້ອງ​ເພງ​ທີ່​ແຕ່ງ​ຕົວ​ດ້ວຍ​ເສື້ອ​ສີຂາວ​ແລະ​ຜ້າໝັດຫົວ​ສີຟ້າ​ກໍ​ພາ
ກັນ​ເລີ້ມຮ້ອງ​ເພງ​ ແລະ​ແກ​ວ່ງ​ໂຕ​ໄປ​ມາ​ຕາມ​ທຳນອງ​ຂອງດົນຕີ. ໜຸ່ມ​ນ້ອຍ​ຜູ້​ຊາຍ​ທີ່​ໃສ່​
ແວ່ນຕາ​ດຳ​ຄົນ​ນຶ່ງ​ໄດ້​ອ່ານ​ພະ​ຄຳ​ພີ​ບົດ​ນຶ່ງ ​ໂດຍ​ໃຊ້​ນິວມືຂອງ​ຜູ້ກ່ຽວ​ຕິດຕາມ​ຕົວໜັງສື​ທີ່
ຢູ່​ໃນ​ໜ້າ​ໃນ​ຂະນະ​ນາຍ​ພາ​ສາ​ໄດ້​ແປ​ຄຳ​ເວົ້າ​ໃຫ້ ​ພວກ​ຫູໜວກ​ໂດຍ​ການ​ໃຊ້​ມື​ເປັນ​ສັນຍາ
​ລັກ.

ຫລັງ​ຈາກ​ເສັດ​ພິທີ​ແລ້ວ​ ກໍ​ເປັນ​ທີ່​ຄາດ​ກັນ​ວ່າ ພະ​ສັນຕະປາປາ​ຍັງ​ຈະ​ຢູ່​ທີ່​ສະໜາມ​ກິລາ​ຕໍ່
​ໄປ ​ເພື່ອ​ພົບ​ປະກັບ​ພວກ​ພະ​ສັງຄະ​ຣາດ ຂອງ​ເຄັນ​ຢາ ກ່ອນ​ທີ່​ຈະ​ມຸ້ງ​ໜ້າ ​ໄປຍັງ​ສະໜາມ​
ບິນ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ອຳ​ລາ​ຢູ່​ທີ່​ນັ້ນ.

Pope Africa
please wait

No media source currently available

0:00 0:00:40 0:00

This item is part of
​
XS
SM
MD
LG