ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ແຟຣນຊິສ ຢ້ຽມຢາມລັດ Michoacan ຂອງເມັກຊິໂກ


ພະສັນຕະປາປາ Francis ສະເດັດໄປເຖິງເດີ່ນກິລາ Venustiano Carranza ເພື່ອປະກອບພິທີສູດມົນ.
ພະສັນຕະປາປາ Francis ສະເດັດໄປເຖິງເດີ່ນກິລາ Venustiano Carranza ເພື່ອປະກອບພິທີສູດມົນ.

ພະ​ສັນຕະປາປາ Francis ​ໄດ້​ຮ້ອງຂໍ​ໃຫ້​ພວກ​ພະສົງ​ ໃນເມັກ​ຊິ​
ໂກຢ່າ​ໄດ້​ລາອອກ ​ໄປ​ຈາກສັງຄົມ​ທີ່​ຄອບ​ງໍາ​ໄປ​ດ້ວຍ​ຄວາມ​ຮຸນ
​ແຮງ​ທີ່ມາ​ຈາກຢາ​ເສບ​ຕິດແລະ​ການສໍ້​ລາດ​ບັງ​ຫລວງແຕ່ໃຫ້​ສືບ​
ຕໍ່ຕ້ານຢັນ​ກັບຄວາມ​ບໍ່​ເປັນ​ທຳ.

ພະ​ສັນຕະປາປາ ​ໄດ້​ຮ້ອງ​ຂໍ ​ໃນລະຫວ່າງ​ພິທີ​ທາງ​ສາສະໜາໃຫ້
​ແກ່​ພວກ​ພະ ສົງ ​ແມ່​ຊີ ​ແລະ​ນັກ​ບວດຢູ່​ໃນ​ລັດ Michoacan ທີ່
​ເປັນ​ເມືອງ​ສູນ​ກາງ​ໃນ​ການ ຄ້າ​ຢາ​ເສບ​ຕິດຂອງເມັກ​ຊິ​ໂກ ​ໂດຍ​
ກ່າວ​ວ່າ “ສິ່ງ​ທີ່​ຫລອກ​ລວງ​ສາມາ​ດມາຫາ​ພວກ​ເຮົ​າຈາກ​ບ່ອນ​
ຕ່າງໆ ທີ່​ມັກ​ຄອບ​ງໍາ​ໂດຍ​ຄວາມ​ຮຸນ​ແຮງ ການ​ສໍ້​ລາດ​ບັງ​ຫລວງ
ການ​ຄ້າ​ຢາ​ເສບ​ຕິດ ການບໍ່ເຄົາລົບ​ຕໍ່​ກຽດ​ສັກ​ສີ​ຂອງມະນຸດ​ແລະຄວາມ ບໍ່​ລຳອຽງ ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ຄວາມທຸກ​ຍາກ ​ແລະເປັນ​ອັນຕະລາຍ”

ພະ​ອົງ​ກ່າວ​ວ່າ “ການປະ​ເຊິ​ນໜ້າ​ກັບ​ຄວາມ​ຈິງ​ດັ່ງກ່າວ ປີ​ສາດ ສາມາດ​ເອົາ ຊະນະ​ພວກ
​ເຮົາ ​ດ້ວຍອາວຸດ​ທີ່ປີສາດ​ນິຍົມຄື ການ​ລາ​ອອກ”.

“ການລາ​ອອກ​ໄປ ທີ່ໄດ້​ເຮັດ​ໃຫ້​ພວກ​ເຮົາ​ພິການ​ ​ແລະ​ປ້ອງ​ກັນ​ພວກ​ເຮົາ ບໍ່​ພຽງ​ແຕ່​ຍ່າງ
​ແຕ່​ຍັງ​ຈາ​ກການ​ເດີນທາງ ການລາອອກ​ໄປ​ ທີ່​ບໍ່​ພຽງ​ແຕ່​ສ້າງຄວາມ ຢ້ານ​ກົວ​ແກ່​ພວ​ກ
​ເຮົາ ​ແຕ່​ຍັງ​ລຸກ​ລໍ້າ​ພວກ​ເຮົາ ຢູ່​ໃນບ່ອນ​ສັກສິດ ​ແລະ​ຄວາມ ປອດ​ໄພ​ທີ່ຜິດພາດ.

ພະສັນຕະປາປາ Francis ກອດຢອກເດັກນ້ອຍ ໃນຂະນະສະຫລອງ ພິທີສູດມົນ.
ພະສັນຕະປາປາ Francis ກອດຢອກເດັກນ້ອຍ ໃນຂະນະສະຫລອງ ພິທີສູດມົນ.

ລັດ Michoacan ​ໄດ້​ປະ​ເຊີນ​ກັບ​ເຫດ​ຮ້າຍທີ່​ສະຫຍອງ​ຂວັນ​ທີ່​ສຸດ ຂອງ​ສົງ ຄາມ​ຢາ​
ເສບຕິດ​ໃນເມັກ​ຊີ​ໂກ ທີ່​ໄດ້​ເຮັດ​ໃຫ້ 100,000 ຄົນ​ເສຍ​ຊີວິດ ຫລື​ຫາຍ​ສາບ​ສູນ​ໃນ​ທົດ
​ສະ​ວັດທີ່​ຜ່ານ​ມາ.

ບັນດາ​ດກຸ່ມ​ອາ​ຊະ​ຍາ​ກຳ​ຢູ່​ໃນ​ຂົງ​ເຂດ ​ໄດ້ຕໍ່​ສູ້ກັນເພື່ອ​ຄວບ​ຄຸມການ​ຜ​ະລິດຢາ​ບ້າ ທີ່​ມີ
​ການ​ແຜ່​ລະບາດ​ຢູ່​ທີ່​ນັ້ນ.

​ໃນ​ຕອນ​ແລງ​ວັນອັງຄານ ພະ​ສັນ​ຕະປາປາ ​ໄດ້​ທ່ຽວ​ຊົມ​ພະ​ວິຫານ​ໃນ​ເມືອງດັ່ງກ່າວ ​
ແລະ​ຈັດ​ພິທີທາງ​ສາ​ສະໜາໃຫຍ່​ກັບ​ພວກ​ຊາວ​ໜຸ່ມ​ເມັກ​ຊິໂກ ຢູ່​ເດີ່ນ​ກິລາ.

Mexico Pope
please wait
Embed

No media source currently available

0:00 0:02:35 0:00

XS
SM
MD
LG