ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນທະປະປາ ແຟຣນຊິສ ໄປຢ້ຽມຢາມສະຖານທີ່ສົງເຄາະສໍາລັບຄົນບໍ່ມີທີ່ຢູ່ອາໄສ ໃນມື້ສຸດທ້າຍຂອງການຢ້ຽມຢາມ ມົງໂກເລຍ

ພະສັນທະປະປາແຟຣນຊິສ ແນມເບິ່ງຮູບພາບຕ່າງໆ ໃນຂະນະທີ່ທ່ານພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງມົງໂກເລຍ ທ່ານນາງແບັດເຊັດເຊັກ ບັດທ໌ມັງ (Batmunkh Battsetseg) ໃນລະຫວ່າງການເດີນທາງເພື່ອເຜີຍແຜ່ສາສະໜາຂອງພະອົງ ໃນນະຄອນຫຼວງອູລານບາຕໍ, ມົງໂກເລຍ, ວັນທີ 4 ກັນຍາ 2023.

ພະສັນທະປະປາ ແຟຣນຊິສ ຊົງສິ້ນສຸດການຢ້ຽມຢາມການເທດສະໜາທາງ ການທູດຢູ່ ມົງໂກເລຍ ໃນມື້ສຸດທ້າຍຂອງພະອົງ, ພ້ອມດ້ວຍການຢ້ຽມຢາມ ສະຖານທີ່ສົງເຄາະ ກາໂຕລິກ ສໍາລັບຄົນບໍ່ມີທີ່ຢູ່ອາໄສ ແລະບັນດາຜູ້ເຄາະ ຮ້າຍຈາກຄວາມຮຸນແຮງພາຍໃນຄອບຄົວ, ອີງຕາມລາຍງານຂອງອົງການຂ່າວ AFP.

ການຢ້ຽມຢາມສໍາລັບການເປີດ “ບ້ານແຫ່ງຄວາມເມດຕາ,” ເຊິ່ງລວມມີ ຄລີນິກ, ໃນບໍລິເວນເຂດທຸກຍາກ ຢູ່ຊານເມືອງຂອງນະຄອນຫຼວງ ອູລານບາຕໍ ເຊິ່ງ ສອດຄ່ອງກັບແນວທາງປະຕິບັດຂອງພະສັນທະປະປາທີ່ມີອາຍຸຍືນຍາວ 86 ປີ ໃນການເຂົ້າເຖິງຊຸມຊົນດ້ານນອກ ແລະຊຸມຊົນທີ່ຖືກມອງຂ້າມ.

ການເດີນທາງຂອງພະສັນທະປະປາ ແຟຣນຊິສ ໄປປະເທດເອເຊຍກາງຄັ້ງນີ້, ເປັນຄັ້ງທໍາອິດໃນຖານະຂອງພະສັນທະປະປາ ໄດ້​ຖືກ​ຄອບ​ງຳດ້ວຍການທາບ ທາມຂອງພະ​ອົງຕໍ່ປະເທດເພື່ອນບ້ານມະຫາອໍານາດຈີນ.

ຜູ້ຖືສາສະໜາ ກາໂຕລິກ ຊາວຈີນ ຈຳນວນນຶ່ງໄດ້ພາກັນເດີນທາງມາ ມົງໂກເລຍ ເພື່ອຈະໄດ້ແນມເຫັນພະສັນທະປະປາ ແຟຣນຊິສ ແບບໃກ້ຊິດ, ແລະຢູ່ບໍລິເວນນອກສະຖານສົງເຄາະໃນວັນຈັນວານນີ້ ກຸ່ມແມ່ຍິງໄດ້ພາກັນ ຮ້ອງເພງເປັນພາສາຈີນກາງ, ພ້ອມທັງເຊັດນໍ້າຕາ ໃນຂະນະທີ່ລົດສີດໍາ ຂອງພະສັນທະປະປາໄດ້ແລ່ນຜ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG