ຕອນທີ່ອົງສັນຕະປາປາ Francis ຈະໄປຮອດມຽນມາ ໃນທ້າຍປີນີ້ ຊຶ່ງເປັນຄັ້ງທຳອິດ
ທີ່ພະອົງ ຈະໄປຢ້ຽມຢາມປະເທດທີ່ສ່ວນໃຫຍ່ນັບຖືສາສະໜາພຸດນັ້ນ ທ່ານຈະໄປຮອດ
ໄປເຖິງ ຜືນແຜ່ນດິນທີ່ຕ້ອງການການຮັກສາປິ່ນປົວ.
ນັບຕັ້ງແຕ່ໄດ້ຮັບເອກກະລາດມາ ໃນປີ 1948 ມຽນມາ ໄດ້ຖືກແບ່ງແຍກ ໂດຍສົງຄາມລະຫວ່າງຊົນເຜົ່າ ຊົນກຸ່ມນ້ອຍອື່ນໆ ການປົກຄອງທາງທະຫານແລະຜະເດັດການ
ນັບຕັ້ງແຕ່ປີ 2011 ເປັນການໂອນອຳນາດສູ່ປະຊາທິປະໄຈແບບບໍ່ງ່າຍດາຍ ທີ່ຍັງຜົນໃຫ້
ໃນທີ່ສຸດ ການໄດ້ຮັບໄຊຊະນະການເລືອກຕັ້ງ ໂດຍເຈົ້າຂອງລາງວັນ Nobel ທ່ານນາງ
Aung San Suu Kyi ໃນປີ 2015.
ຂັ້ນຕອນການດຳເນີນໄປສູ່ສັນຕິພາບຂອງມຽນມາ ໄດ້ຢຸດສະງັກລົງ ໂດຍການຕໍ່ສູ້ກັນ
ຢ່າງຕໍ່ເນື່ອງ ລະຫວ່າງທະຫານ ແລະກອງກຳລັງຂອງຊົນກຸ່ມນ້ອຍທີ່ປະກອບອາວຸດ
ໃນພາກເໜືອ. ໃນພາກຕາເວັນຕົກ ຊາວມຸສລິມໂຣຮິງຢາ ຈຳນວນຫຼາຍສິບພັນຄົນ
ໄດ້ພາກັນອົບພະຍົບລົບໜີໄປຍັງ Bangladesh ໃນຂະນະທີ່ກອງກຳລັງຮັກສາ
ຄວາມປອດໄພ ໄດ້ຕໍ່ສູ້ກັບກຸ່ມຫົວຮຸນແຮງໂຣຮິງຢາ ທີ່ພາໃຫ້ເປັນ ເລື່ອງໃໝ່ໃນ
ວັນທີ 25 ສິງຫາ ຜ່ານມານີ້.
ດັ່ງນັ້ນຈຶ່ງວ່າ ອົງສັນຕະປາປາ Francis ຜູ້ຊຶ່ງໄດ້ເປັນສຽງທີ່ຮັບຮູ້ກັນ ໃນຫຼາຍໆເລື່ອງ
ອັນຮວມທັງ ເລື່ອງສະພາບແວດລ້ອມ ການອົບພະຍົບຫລົບໄພ ແລະວິກິດການຍົກຍ້າຍ
ຈະສາມາດຊ່ອຍຜ່ອນຄາຍຄວາມເຄັ່ງຕຶງໃນມຽນມາ ໄດ້ບໍ່? ຫຼືວ່າ ການປາກົດຕົວຂອງ
ພະອົງ ຍິ່ງຈະເພີ່ມທະວີຄວາມຮ້າຍແຮງຂຶ້ນຊໍ້າ.
“ຄວາມຫວັງຂອງການຢ້ຽມຢາມຂອງພະອົງກໍຄື ຄວາມຮັກ ແລະສິນຕິພາບ,” ດັ່ງຄຸນພໍ່ Mariano Soe Naing ໂຄສົກຂອງການຢ້ຽມຢາມຂອງອົງສັນຕະປາປາ ທີ່ໄດ້ເຮັດວຽກ
ກັບ ກອງປະຊຸມບັນດາຄຸນພໍ່ກາໂຕລິກໃນມຽນມາ ໄດ້ກ່າວໄວ້ນັ້ນ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ