ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ຊົງປະນາມ ພວກຫົວຮຸນແຮງລັດອິສລາມ ໃນ "ການປະຫັດປະຫານ" ພວກຊົນກຸ່ມນ້ອຍ


ພະ​ສັນຕະປາປາ Francis ໄດ້ທຳ​ພິທີໃຫ້​ພອນ ຕາມປະເພນີ ຂອງບຸນ Christmas ທີ່ເອີ້ນວ່າ "Urbi et Orbi" ຢູ່ທີ່ລະບຽງ ຂອງພະວິຫານ St. Peter ໃນນະຄອນ Vatican, ວັນທີ 25 ທັນວາ 2014.
ພະ​ສັນຕະປາປາ Francis ໄດ້ທຳ​ພິທີໃຫ້​ພອນ ຕາມປະເພນີ ຂອງບຸນ Christmas ທີ່ເອີ້ນວ່າ "Urbi et Orbi" ຢູ່ທີ່ລະບຽງ ຂອງພະວິຫານ St. Peter ໃນນະຄອນ Vatican, ວັນທີ 25 ທັນວາ 2014.

ພະ​ສັນຕະປາປາ Francis ໄດ້ທຳ​ພິທີ ​ໃຫ້​ພອນປະຈຳ​ປີ
ເນື່ອງໃນ​ວັນ​ຄຣິສມັສ ​ເປັນປີທີສອງ​ຂອງ​ພະ​ອົງ ​ແກ່ປະຊາຊົນ
​ຫລາຍພັນຄົນ ທີ່​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່ ຈະຕຸ​ລັດ St. Peter
ບ່ອນທີ່ພະອົງຊົງປະນາມ ອັນທີ່ພະອົງເອີ້ນວ່າ ການປະຫັດ
ປະຫານພວກຊົນກຸ່ມນ້ອຍ ຢ່າງໂຫດຮ້າຍປ່າເຖື່ອນ ຂອງ
ພວກຫົວຮຸນແຮງລັດອິສລາມ ທີ່ໄດ້ເຂົ້າຢຶດເອົາ ສ່ວນໃຫຍ່
ຂອງຊີເຣຍ ແລະອີຣັກ ໃນຕົ້ນປີນີ້.

​ຄຣິສມັສ ​ແມ່ນ​ໜຶ່ງ​ໃນ​ວັນ ​ທີ່​ສັກສິດທີ່ສຸດ ສຳ​ຫລັບ​ຊາວ
ຄຣິສຕຽນ ​ຊຶ່ງ ໃນ​ວັນ​ພະຫັດມື້ນີ້ ພາກັນສະເຫລີມສະຫລອງ
ວັນ​ປະສູດ​ຂອງ​ພະເຢຊູ.

ພະ​ສັນຕະປາປາ ຊົງ​ນຳພາພິທີຖວາຍມະຫາບູຊາ ຫລື​ Mass ຢ່າງ​ສະງ່າ​ຜ່າ​ເຜີຍ ​ໃນ​ວັນ
​ພຸດ​ວານ​ນີ້ ຢູ່​ທີ່ພະວິຫານ St. Peter ບ່ອນ​ທີ່​ພະ​ອົງ​ຊົງ​ຮຽກຮ້ອງ​ໃຫ້ຊາວ Catholics
​ຈຳນວນ 1 ຕື້ 2 ຮ້ອຍ​ລ້ານ​ຄົນ​ໃນທົ່ວໂລກ ​ໃຫ້​ລະນຶກເຖິງ ຄຳ​ສັ່ງສອນກ່ຽວກັບ ສັນຕິພາບ ​ຂອງພະ​ຜູ້​ເປັນເຈົ້າ ທີ່​ພະ​ອົງ​ຊົງກ່າວວ່າ “​ແມ່ນ​ມີ​ຄວາມ​ເຂັ້ມແຂງ​ ກວ່າ​
ຄວາມ​ມືດ​ມົວ ​ແລະ ການທຸຈະລິດ.”

ກ່ອນ​ເລີ້ມ​ພິທີ​ທາງ​ສາສະໜານັ້ນ ພະ​ສັນຕະປາປາ Francis ຊົງ​ໂອ້​ລົມ​ກັບພວກອົບ​ພະຍົບ ຄຣິສຕຽນ ​ຢູ່ໃນ​ພາກ​ເໜືອ​ຂອງ​ອີຣັກ ຜູ້​ທີ່​ໄດ້​ຫລົບໜີ ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໂດຍ​ຜ່ານ​ທາງ​ໂທລະສັບ.

ພະ​ອົງ​ຊົງ​ກ່າວຕໍ່​ພວກ​ເຂົາ​ເຈົ້າວ່າ “ພວກ​ເຈົ້າກໍ​ຄື​ກັນ​ກັບ​ພະ​ເຢຊູ ໃນຕອນຄ່ຳ​ຄືນ​ຂອງຄຣິສມັສນັ້ນ ຊຶ່ງພະ​ອົງກໍເຊັ່ນ​ກັນ ບໍ່ມີບ່ອນພັກ ​ແລະ ພະ​ອົງ​ກໍ​ຕ້ອງ​ໜີໄປ
ອີ​ຈິບ ໃນເວລາຕໍ່ມາ​ ເພື່ອ​ຮັກສາ​ຊີວິດ​ຂອງ​ພະ​ອົງ​ເອງ.”

ທີ່ເມືອງ Bethlehem ຢູ່​ທີ່ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ​ໃນ​ວັນ​ພະຫັດ​ມື້​ນີ້ ຊາວ​ຄຣິສຕຽນ ​ໄດ້​ເຕົ້າ​ໂຮມ​ກັນ ຢູ່ໂບດ Nativity ​ເພື່ອ​ເຂົ້າຮ່ວມພິທີ​ທາງ​ສາສະໜາ ຢູ່ສະຖາ​ນທີ່ ທີ່ພວກ​ເຂົາ​ເຈົ້າ​ເຊື່ອ​ກັນ​ວ່າ​ ເປັນບ່ອນປະສູດຂອງພະ​ເຢຊູນັ້ນ.

ສ່ວນ ພະ​ສັງຄະ​ລາດລາຕິນ Fouad Twal​ ໄດ້​ນຳພາມວນ​ຊົນຫຼາຍຮ້ອຍ​ຄົນ ​ທຳ​ພິທີ​ສູດ
ມົນພາວະນາ ໃນຕອນ​ເຊົ້າມື້ນີ້​ເຊັ່ນ​ກັນ.

POPE CHRISTMAS VO
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG