ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປາປາ ແຟຣນຊິສ ຖະແຫລງ ຢູ່ກອງປະຊຸມ ສະມັດຊາໃຫຍ່ ສປຊ


Pope to US Lawmakers: Unite, Make Progress
please wait

No media source currently available

0:00 0:02:09 0:00

ໃນ​ວັນ​ສຸກ​ມື້​ນີ້ ​ຊຶ່ງເປັນ​ມື້​ທີສີ່ ຂອງ​ການ​ຢ້ຽມຢາມ​ສະຫະລັດ
ເທື່ອທຳ​ອິດ ​ໃນ​ປະຫວັດສາດ ພະ​ສັນຕະປາປາ Francis
ກຳລັງຢູ່ທີ່​ນະຄອນ​ນິວຢອກບ່ອນທີ່ພະ​ອົງຈະຊົງສືບຕໍ່ການ
ຢ້ຽມຢາມ ແບບບໍ່​ໄດ້​ຢູ່​ໄດ້​ເຊົາ​ ທີ່ເຕັມ​ໄປດ້ວຍ ​ລາຍການ​
ຕ່າງໆ.

ພະ​ສັນຕະ​ປາປາ ທີ່ມີ​ພະ​ຊົນ​ 78 ປີ ມີ​ກຳນົດຈະ​ຖະ​ແຫລ​ງ
ຕໍ່​ບັນດາ​ຜູ້ນຳ​ໂລກ ຢູ່ກອງປະຊຸມສະມັດຊາ​ໃຫຍ່ສະຫະ​ປະ
ຊາ​ຊາດ ຫລັງ​ຈາກ​ນັ້ນ​ກໍຈະເຂົ້າ​ຮ່ວມພິທີສູດ​ມົນ​ກັບ​ສາສະ
ໜາ​ອຶ່ນໆຢູ່​ທີ່ບ່ອນ​ໄວ້ອາ​ໄລແຫ່ງ​ຊາດວັນ​ທີ 11 ​ເດືອນ​ກັນ
ຍາ ​ຊຶ່ງ​ເປັນ​ສະຖານທີ່ສູນ​ກາງ​ການ​ຄ້າ​ໂລກ​ຄັ້ງ​ນຶ່ງເຄີ​ຍ​ໄດ້​ຕັ້ງ​ຢູ່​ທີ່​ນັ້ນ. ພະ​ອົງ​ຈະສະເດັດ
ໄປຢ້ຽມຢາມ​ໂຮງຮຽນ​ປະຖົມຄາ​ໂທ​ລິກ ທີ່​ປະຊາຊົນສ່ວນໃຫຍ່ປາກພາສາສະ​ແປນິສອາ
​ໄສ​ຢູ່​ແລະ​ຄຸ້​ມຊາວ​ຜີວ​ດຳ ໃນເຂດ Harlem​ ຕາເວັນອອກ.

ພະສັນຕະປາປາ Francis ໂບກມືຕໍ່ຝູງຊົນ ທີ່ພາກັນຢືນລໍຖ້າຢູູ່່ ພະວິຫານ St Patrick ທີ່ນະຄອນນິວຢອກ
ພະສັນຕະປາປາ Francis ໂບກມືຕໍ່ຝູງຊົນ ທີ່ພາກັນຢືນລໍຖ້າຢູູ່່ ພະວິຫານ St Patrick ທີ່ນະຄອນນິວຢອກ

ຫລັງ​ຈາກ​ນັ້ນ ບັນ​ດາ​ຜູ້​ໄປເບິ່ງ​ທີ່​ຢືນລຽນກັນ​ຢ່າງ​ຍາວ​ຢຽດ ຈະ​ພາກັນ​ຮ້ອງໂຮສະໜັບສະ
ໜູນຂະນະທີ່ພະ​ອົງ ຂີ່​ລົດ​ຜ່ານ​ເຂດ Central Park ໄປ. ​ໃນ​ຕອນ​ແລງພະ​ອົງຈະ​ປະກອບ
ພິທີທາງສາສະໜາ ຢູ່ທີ່ຈະ​ຕຸ​ລັດ Madison Square Garden ຊຶ່ງຄາດ​ຄະ​ເນ​ວ່າຈະມີ​ຜູ້​
ສະແຫວງບຸນຫຼາຍກວ່າ 20,000 ຄົນເຂົ້າຮ່ວມ ​ແລະ​ຈະ​ນັ່ງ​ຢູ່ເທິງ​ຕັ່ງທີ່​ສ້າງ​ຂື້ນ​ໂດຍພວກ​
ອອກແຮງງານລາຍວັນ.

ພະ​ສັນຕະປາປາ Francis ​ໄດ້ສະເດັດໂດຍເຮືອ​ບິນ ​ຈາກນະຄອນຫລວງວໍຊິ​ງຕັນໄປນະ
ຄອນນິວຢອກ ໃນ​ຕອນ​ບ່າຍວັນ​ພະຫັດ​ວານ​ນີ້. ຫລັງຈາກນັ້ນ ພະອົງກໍໄດ້ສູດມົນພາວະ
ນາທີ່ພະວິຫານ Saint Patrick ຢູ່ໃນເຂດໃຈກາງເກາະແມນຮັດຕັນ. ພະ​ອົງ​ໄດ້​ຖືກ​ຕ້ອນ
ຮັບ​ຢູ່​ທີ່​ພະວິຫານ Saint Patrick ​ໂດຍ​ຜູ້​ປົກຄອງ​ລັດ ທ່ານ Andrew Cuomo ​ແລະເຈົ້າ
​ຄອງ​ນະຄອນນິວຢອກ ທ່ານ Bill de Blasio.

ພະສັນຕະປາປາ Francis ກ່າວຄຳປາໄສ ຕໍ່ກອງປະຊຸມ ລັດຖະສະພາ ສະຫະລັດ ຄົບຄະນະ ທີ່ນະຄອນຫລວງ ວໍຊິງຕັນ
ພະສັນຕະປາປາ Francis ກ່າວຄຳປາໄສ ຕໍ່ກອງປະຊຸມ ລັດຖະສະພາ ສະຫະລັດ ຄົບຄະນະ ທີ່ນະຄອນຫລວງ ວໍຊິງຕັນ

ພະ ສັນຕະປາປາ ມີແຜນ​ທີ່​ຈະ​ອອກ​ຈາກນະຄອນ​ນິວຢອກໃນຕອນ​ເຊົ້າວັນເສົາເພື່ອຢ້ຽມ
ຢາມນະຄອນ Philadelphia ເປັນເວລາສອງມື້ ແລະເປັນ​ບ່ອນ​ຢຸດແວ່ ແຫ່ງສຸດທ້າ​ຍ ​ໃນ
ການຢ້ຽມຢາມສະຫະລັດ. ຢູ່​ທີ່​ນັ້ນ ພະ​ສັນຕະປາປາ Francis ຈະ​ເຂົ້າ​ຮ່ວມ ກອງປະຊຸມ​ຄອບຄົວຂອງໂລກ ທີ່ Vactican ເປັນຜູ້ໃຫ້ຄວາມອຸບປະຖຳ​.

​ໃນ​ວັນ​ອາທິດຈະ​ມາ​ເຖິງ​ນີ້ ພະ​ອົງ​ຈະປະກອບພິທີທາງສາສະໜາຖວາຍມະຫາບູຊາມິສຊາ
ກາງແຈ້ງ ຊຶ່ງຄາດວ່າຈະມີຜູ້ເຂົ້າຮ່ວມເກືອບ 2 ລ້ານຄົນ.

World Leaders Gather at UN to Discuss Global Challenges
please wait

No media source currently available

0:00 0:02:13 0:00

XS
SM
MD
LG