ໃນວັນຈັນມື້ນີ້ ສັນຕະປາປາ Francis ໄດ້ຮຽກຮ້ອງພວກທີ່
ເຊື່ອຖືສາສະໜາອິສລາມ ຢີວແລະຄຣິສຕຽນໃຫ້ເຄົາລົບນັບ
ຖືຊຶ່ງກັນແລະກັນ ຄືກັນກັບເປັນອ້າຍ ເອື້ອຍ ນ້ອງແລະບໍ່ໃຫ້
ໃຊ້ຊື່ພະເຈົ້າໃນທາງຜິດ ໂດຍກໍ່ຄວາມຮຸນແຮງຂຶ້ນ.
ພະອົງໄດ້ຊົງຮຽກຮ້ອງດັ່ງກ່າວ ໃນມື້ທີສາມ ແລະມື້ສຸດທ້າຍ
ຂອງການຢ້ຽມຢາມພາກຕາເວັນອອກກາງ ໃນລະຫວ່າງການ
ຢ້ຽມຢາມ Dome of the Rock ຊຶ່ງຕັ້ງຢູ່ໃນບ່ອນສັກສິດທີ່ສຸດ
ແຫ່ງທີສາມຂອງອິສລາມ ບ່ອນທີ່ພວກມຸສລິມເຊື່ອວ່າ ສາດສະ
ດາຈານ Mohammed ຂຶ້ນສູ່ສະຫວັນນັ້ນ. ບໍລິເວນໂບດ ແມ່ນ
ສ້າງຂຶ້ນໃນບ່ອນສັກສິດທີ່ສຸດຂອງສາສະໜາຢີວ ບ່ອນທີ່ເຊື່ອກັນວ່າເປັນທີ່ຕັ້ງຂອງ
ໂບດແຫ່ງທຳອິດແລະແຫ່ງທີສອງນັ້ນ.
ບ່ອນຢຸດແຫວ່ແຫ່ງຕໍ່ໄປຂອງສັນຕະປາປາ Francis ແມ່ນກຳແພງກ້ຳຕາເວັນຕົກບ່ອນ
ທີ່ພະອົງໄດ້ຊົງກົ້ມຫົວລົງໄຫວ້ວອນເປັນເວລາສອງສາມນາທີ. ກຳແພງທີ່ວ່າເປັນສິ່ງ
ດຽວທີ່ຍັງເຫຼືອຂອງໂບດແຫ່ງທີສອງ ແລະເປັນບ່ອນສັກສິດທີ່ສຸດ ບ່ອນທີ່ພວກຊາວ
ຢີວສາມາດທຳການໄຫວ້ວອນໄດ້ນັ້ນ.
ສັນຕະປາປາ ໄດ້ຢຸດແຫວ່ແຫ່ງນຶ່ງຊຶ່ງບໍ່ໄດ້ຢູ່ໃນລາຍການຢ້ຽມຢາມ ນັ້ນ ແມ່ນຢູ່ອະນຸສາວະລີແຫ່ງນຶ່ງສຳລັບຊາວອິສຣາແອລ ໄດ້ເສຍຊີວິດໄປໃນການໂຈມຕີຂອງ
ພວກຫົວຮຸນແຮງ ນຶ່ງມື້ຫຼັງຈາກພະອົງໄດ້ຊົງໄຫວ້ວອນທີ່ກຳແພງຮັກສາຄວາມ
ປອດໄພຂອງອິສຣາແອລ ທີ່ຊາວປາແລສໄຕນ໌ ກຽດຊັງນັ້ນ.
ຕໍ່ໄປສັນຕະປາປາ ຈະຊົງພົບປະກັບນາຍົກລັດຖະມົນຕີ Benjamin Netanyahu
ແລະປະທານາທິບໍດີ Shimon Peres ແຫ່ງອິສຣາແອລ.