ພະສັນຕະປາປາ Francis ຊຶ່ງເປັນສັນຕະປາປາ ຊາວອາເມຣິກາ
ໃຕ້ ອົງທຳອິດ ທີ່ໄດ້ຕ່າວກັບຄືນ ປະພາດໄປຍັງທະວີບຂອງພະອົງ
ເພື່ອເລີ້ມຕົ້ນການຢ້ຽມຢາມ ປະເທດ Ecuador, Bolivia ແລະ
Paraguay ເປັນເວລາ 8 ມື້.
ພະສັນຕະປາປາ Jesuit ອາຍຸ 78 ພັນສາ ໄດ້ເດີນທາງໄປເຖິງ
ນະຄອນຫຼວງ Quito ຂອງປະເທດ ເອກົວດໍ ແລ້ວໃນຕອນບ່າຍ
ວັນອາທິດວານນີ້ ໃນຂາທຳອິດຂອງການຢ້ຽມຢາມ ຂອງພະອົງນັ້ນ.
ຢູ່ທີ່ສະໜາມບິນ ພະອົງໄດ້ຖືກຕ້ອນຮັບ ໂດຍລັດຖະບານ ແລະ
ບັນດາຊົງຄຸນວຸດທິຈາກໂບດຕ່າງໆ ພ້ອມກັນກັບ ພວກເດັກນ້ອຍ
ທີ່ແຕ່ງກາຍດ້ວຍເຄື່ອງນຸ່ງ ທີ່ມີສີສັນຫຼາກຫຼາຍ ແລະ ພວກຜູ້ໃຫຍ່ ແກ່ວງທຸງສັນຍາລັກສັນຕະປາປາ ແລະ ຢືນຢູ່ຕາມຂອບພົມສີແດງຍາວຢຽດ ທັງສອງຂ້າງ.
ຝຸງຊົນຈຳນວນຫຼວງຫຼາຍ ຍັງເຕົ້າໂຮມກັນ ຕາມເສັ້ນທາງ ຈາກສະໜາມບິນ ໄປຍັງຫໍພັກ nuncio ຂອງພະສັນຕະປາປາ ບ່ອນທີ່ພະສັນຕະປາປາ Francis ຈະພັກເຊົາຢູ່.
ພະສັນຕະປາປາ Francis ຈະຍົກເວັ້ນການປະພາດປະເທດ Argentina ຊຶ່ງເປັນບ້ານເກີດຂອງພະອົງເອງ ໃນການຢ້ຽມຢາມຄັ້ງນີ້ ແຕ່ມີແຜນ ທີ່ຈະເດີນທາງໄປຍັງບ້ານເກີດຂອງພະອົງ ໃນປີໜ້າ. ມັນເປັນການເດີນທາງໄປຕ່າງປະເທດຄັ້ງທີ 9 ຂອງພະອົງ ຕັ້ງແຕ່ເຂົ້າຮັບຕຳແໜ່ງເປັນພະສັນຕະປາປາ ຫຼາຍກວ່າ 2 ປີຜ່ານມາ.