ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ ຮຽກຮ້ອງ ໃຫ້ບໍລິສັດນໍ້າມັນ ສະໜອງ ພະລັງງານ ທີ່ຫຼີກລ່ຽງ ການທຳລາຍ ສິ່ງແວດລ້ອມ


ພະສັນຕະປາປາ ຟຣານຊິສ ພົບປະກັບກຸ່ມເດັກນ້ອຍ ຜູ້ທີ່ໄດ້ເດີນທາງໃນຂະບວນລົດໄຟພິເສດຈາກເມືອງ
ມິລານ ແລະ ເດີນທາງຮອດສະຖານີ ເຊັ້ນ ປີເຕີ ທີ່ນະຄອນ ວາຕິກັງ. 9 ມິຖຸນາ, 2018.
ພະສັນຕະປາປາ ຟຣານຊິສ ພົບປະກັບກຸ່ມເດັກນ້ອຍ ຜູ້ທີ່ໄດ້ເດີນທາງໃນຂະບວນລົດໄຟພິເສດຈາກເມືອງ ມິລານ ແລະ ເດີນທາງຮອດສະຖານີ ເຊັ້ນ ປີເຕີ ທີ່ນະຄອນ ວາຕິກັງ. 9 ມິຖຸນາ, 2018.

ພະສັນຕະປາປາ ຟຣານຊິສ ໄດ້ກ່າວຕໍ່ບັນດາຜູ້ບໍລິຫານບໍລິສັດນໍ້າມັນທັງຫຼາຍຂອງ
ໂລກວ່າ ການຫັນປ່ຽນໄປຫາແຫຼ່ງພະລັງງານທີ່ເປັນພິດໜ້ອຍລົງ” ແມ່ນສິ່ງທ້າທາຍ
ແຫ່ງການເວລາໃໝ່.”

ໃນວັນສຸດທ້າຍຂອງກອງປະຊຸມໃຫຍ່ສອງວັນເມື່ອວັນເສົາວານນີ້, ຜູ້ນຳສາສະໜາ
ໂຣມັນ ກາໂຕລິກ ໄດ້ຮຽກຮ້ອງບັນດາຜູ້ບໍລິຫານທັງຫຼາຍໃຫ້ສະໜອງພະລັງງານໄຟ
ຟ້າຕໍ່ປະຊາຊົນນຶ່ງພັນລ້ານຄົນທີ່ບໍ່ມີໃຊ້, ແຕ່ໄດ້ກ່າວວ່າ ຂະບວນການດັ່ງກ່າວຕ້ອງ
ຖືກເຮັດໃນວິທີທີ່ຈະຫຼີກລ່ຽງ “ການສ້າງຄວາມບໍ່ດຸ່ນດ່ຽງທາງສິ່ງແວດລ້ອມ ອັນສົ່ງ
ຜົນໃນການທຳລາຍ ແລະ ສ້າງມົນລະພິດຢ່າງໃຫຍ່ຫຼວງ ທີ່ເປັນອັນຕະລາຍຕໍ່ຄວບ
ຄົວມວນມະນຸດຂອງພວກເຮົາ, ທັງໃນປັດຈຸບັນ ແລະ ໃນອະນາຄົດ.”

ອົງການຂ່າວ ຣອຍເຕີ້ ໄດ້ລາຍງານກອງປະຊຸມໃຫຍ່ທີ່ບໍ່ເຄີຍຖືກຈັດຂຶ້ນມາກ່ອນວ່າ
ໄດ້ຈັດຢ່າງປິດລັບ ທີ່ໂຮງຮຽນວິທະຍາສາດ ປັອນຕິຟິກາລ (Pontifical).

ອົງການຂ່າວນັ້ນເວົ້າວ່າ ບັນດາຜູ້ບໍລິຫານບໍລິສັດນໍ້າມັນ, ນັກລົງທຶນ ແລະ ຜູ້ຊ່ຽວ
ຊານຈາກນະຄອນ ວາຕິກັງ ຜູ້ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມສຸດຍອດນັ້ນເຊື່ອວ່າ, ຄື
ທີ່ພະສັນຕະປາປາໄດ້ເຮັດນັ້ນ, ວ່າ ວິທະຍາສາດ ສະໜັບສະໜູນແນວຄິດທີ່ວ່າ ສະ
ພາບອາກາດປ່ຽນ ແມ່ນມີສາເຫດມາຈາກກິດຈະກຳຂອງມະນຸດ ແລະ ວ່າສະພາວະ
ໂລກຮ້ອນຕ້ອນຖືກຍັບຢັ້ງ.

ພະສັນຕະປາປາໄດ້ກ່າວໃນກອງປະຊຸມໃຫຍ່ນັ້ນວ່າ “ຄວາມປາຖະໜາຂອງພວກ
ເຮົາທີ່ຈະເຮັດໃຫ້ແນ່ໃຈວ່າ ພະລັງງານສຳລັບທຸກຄົນ ຈະຕ້ອງບໍ່ນຳໄປສູ່ຜົນສະທ້ອນ
ໃນການເພີ່ມຂຶ້ນຂອງສະພາບອາກາດປ່ຽນຮຸນແຮງເຊິ່ງບໍ່ເປັນທີ່ປາຖະໜາ, ຍ້ອນ
ການເພີ່ມຂຶ້ນຢ່າງຮ້າຍແຮງໃນອຸນຫະພູມໂລກ, ສິ່ງແວດລ້ອມທີ່ຮຸນແຮງຂຶ້ນກວ່າເກົ່າ
ແລະ ລະດັບຄວາມທຸກຍາກທີ່ຂະຫຍາຍຕົວຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG