ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ແຟຣນຊິສ ຊົງຮຽກຮ້ອງ ໃຫ້ມີ ການສ້າງສັນຕິພາບ ໃນແຫຼມເກົາຫຼີ (ວີດີໂອ)


ພະ​ສັນຕະປາປາ​ແຟຣນຊິ​ສ ​ໄດ້​ຊົງ​ເສັດ​ສິ້ນ​ການປະພາດເອ​ເຊຍ
ຄັ້ງ ທຳ​ອິດ​ຂອງ​ພະ​ອົງ​ໃນ​ວັນ​ຈັນ​ມື້​ນີ້ ແລະ​ຊົງ​ຮຽກຮ້ອງ​ໃຫ້​ມີ​ການ​
ປອງ​ດອງ ກັນລະຫວ່າງ​ເກົາ​ຫຼີ​ໃຕ້​ ແລະ​ຄູ່​ສັດຕູ​ຄອມ​ມີ​ວນິດ​ທີ່​ຂົມ
​ຂຶ່ືນ ​ເກົາຫຼີ​ເໜືອ ນັ້ນ.

ພະ​ສັນຕະປາປາຊົງອອກ​ຄຳ​ຮຽກຮ້ອງ ເພື່ອ​ສັນຕິພາບ​ໃນ​ແຫຼມ
ເກົາຫຼີ ທີ່​ປະ​ເຊີນ​ກັບ​ບັນຫານັ້ນ ​ໃນ​ພິທີ​ທາງ​ສາສະໜາ​ທີ່​ໂບດ
Myeongdong ຢູ່ນະຄອນຫຼວງ​ໂຊ​ລ ຊຶ່ງ​ມີປະທານາທິບໍດີ​ເກົາຫຼີ
​ໃຕ້ ທ່ານ​ນາງ Park Geun-hye ​ໄປ​ຮ່ວມ​ນຳ​ນັ້ນ. ພະ​ສັນຕະປາ
ປາ ຊົງ​ກ່າວ​ວ່າການ​ຄືນ​ດີ​ກັນ ກໍຈະ​ມີ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ມີ​ການ​ໃຫ້​ອະ
​ໄພ​ກັນ ​ເຖິງ​ແມ່ນມັນ​ອາດ​ຈະປາກົດ​ວ່າ “ເປັນ​ໄປ​ບໍ່​ໄດ້ ປະຕິບັດ
​ບໍ່​ໄດ້ ​ແລະ​ບາງ​ຄັ້ງ​ບາງ​ຄາວ ກໍ​ເປັນທີ່​ໜ້າ​ລັງ​ກຽດ​ກໍ​ຕາມ.”

ບັນດາ​ເຈົ້າ​ໜ້າ​ທີ່​ກາ​ໂຕ​ລິກ​ໃນ​ເກົາຫຼີ​ໃຕ້ ​ໄດ້ຊຸກຍູ້ໃຫ້​ ພຽງ​ຢາງສົ່ງ​ຄະນະ​ຜູ້ຕາງໜ້າ​ຈາກ
​ສະມາຄົມ​ກາ​ໂຕ​ລິກ​ເກົາຫຼີ ທີ່​ລັດ​ຄວບ​ຄຸມນັ້ນ ມາ​ຮ່ວມ​ໃນ​ພິທີ​ທາງ​ສາສະໜາ​ໃນມື້​ນີ້
​ທີ່​ນະຄອນຫຼວງ​ໂຊ​ລ ​ແຕ່​ອຳນາດປົກຄອງ​ເກົາຫຼີ​ເໜືອ​ປະຕິ​ເສດ​ຄຳ​ເຊື້ອ​ເຊີນ​ນັ້ນ ໂດຍ
ອ້າງ​ເຫດຜົນ​ເຖິງ​ການ​ຊ້ອມ​ລົບຮ່ວມ​ປະຈຳ​ປີລະຫວ່າງ​ເກົາຫຼີ​ໃຕ້​ແລະ​ສະຫະລັດ ທີ່​ໄດ້
​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ເຊັ່ນ​ກັນ.

​ຜ່ານ​ມາ ເກົາຫຼີ​ເໜືອໄດ້​ປະຕິຍານ​ວ່າ ຈະ​ເປີດ​ສາກ​ທຳ​ການ​ໂຈມ​ຕີກ່ອນ​ ຢ່າງ​ໄຮ້​ຄວາມ
ເມດ​ຕາປານີ ຕໍ່​ເກົາຫຼີ​ໃຕ້ ຖ້າ​ຫາກ​ການ​ຊ້ອມ​ລົບ​ດຳ​ເນີນ​ໄປ​ຕາມ​ແຜນ.

popesokor18august14
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG