ພະສັນຕະປາໆຟຣານຊິສ ສະເຫຼີມສະຫຼອງວັນສູດມົນ ທີ່ເອີ້ນວ່າ Mass ໃນອາບູ
ດາບີລົງ ໃນວັນອັງຄານມື້ນີ້ ໃນຂະນະທີ່ພະອົງໄດ້ມ້ວນທ້າຍການສະເດັດ
ປະພາດເປັນເວລາສັ້ນໆແຕ່ເປັນປະຫວັດການຄັ້ງນີ້ ໃນສະຫະລາດຊະອານາຈັກ
ອາຣັບອາເມເຣດສ໌.
ພິທີສູດມົນດັ່ງກ່າວ ໄດ້ດຶງດູດເອົາສາຊະນິກະຊົນເຂົ້າຮ່ວມປະມານ 135,000 ຄົນ
ຢູ່ສະໜາມກິລາໄຊຢິດຂອງເມືອງ ໃນອັນທີ່ບາງຄົນກ່າວວ່າ ເປັນການໂຮມຊຸມນຸມ
ໃນການນັບຖືສາສະໜາຄຣິສຕຽນ ໃນແຫຼມອາຣາເບຍ.
ກ່ອນໜ້າການສູດມົນພາວະນາ ພວກຜູ້ນຳຂອງສາສະໜາກາໂຕລິກ ໄດ້ພາກັນຫ້ອມ
ລ້ອມສະໜາມກິລາດັ່ງກ່າວ ທີ່ພະອົງຊົງຢູ່ລົດຍົນພະທີ່ນັ່ງ ຍົກມືໃສ່ຝູງຊົນ ທີ່ເຂົ້າຮ່ວມ
ໃນການຕ້ອນຮັບໂຮ່ຮ້ອງດ້ວຍການສະໜັບສະນຸນ.
ໃນວັນຈັນວານນີ້ ພະສັນຕະປາໆຟຣານຊິສ ໄດ້ຮຽກຮ້ອງໃຫ້ສິ້ນສຸດສົງຄາມ ໃນພາກ
ຕາເວັນອອກກາງ, ໂດຍສະເພາະໃນເຂດທີ່ມີວິກິດການເຊັ່ນເຢເມນ, ຊີເຣຍ, ອີຣັກ
ແລະລີເບຍ ໃນຂະນະທີ່ພະອົງຊົງກ່າວຢູ່ໃນກອງປະຊຸມຂອງຜູ້ທີ່ມີໃຈສັດທານັ້ນ.
ພະອົງຊົງຕັດວ່າ “ພາລາດອນພາບຂອງມະນຸດ ທີ່ບັງຄັບໃຫ້ພວກເຮົາ ໃນຖານະທີ່
ເປັນຕົວແທນຂອງສາສະໜາຂອງໂລກ, ຄວາມຮັບຜິດສອບໃນການປະຕິເສດຕໍ່
ການຮັບຜ່ານຂອງທຸກໆສິ່ງ ຈາກຄຳວ່າ “ສົງຄາມ.” ຈົ່ງປ່ອຍໃຫ້ມັນກັບຄືນໄປຫາ
ການບໍ່ຮູ້ບໍ່ເຫັນຫຍັງທີ່ບໍ່ດີນັ້ນເສຍ.”