ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະສັນຕະປາປາ Francis ຈັດການຊຸມນຸມ ເຕົ້າໂຮມ ໃນເຂດ ນອກເມືອງຂອງ ເມັກຊິໂກ


Pope Mexico
please wait
Embed

No media source currently available

0:00 0:02:48 0:00

ພະສັນຕະປາປາ ຊົງກ່າວປະນາມ ການກໍ່ອາຊະຍາກຳ ແລະ ຄວາມບໍ່ເທົ່າທຽມກັນໃນປະເທດ ເມັກຊິໂກ.

ພະສັນຕະປາປາ Francis ໄດ້ຈັດການເຕົ້າໂຮມຊຸມນຸມກາງແຈ້ງ ໃນວັນອາທິດ ວານນີ້ ສຳລັບປະຊາຊົນທີ່ນັບຖືສາສະໜາກາໂຕລິກ ໃນເມືອງ Ecatepec ຂອງ ປະເທດ ເມັກຊິໂກ.

ພະສັນຕະປາປາ, ໄດ້ຊົງໃຫ້ຄຳໂອວາດຕໍ່ຕ້ານການຄ້າຢາເສບຕິດ ແລະ ຄວາມ ຮຸນແຮງທີ່ກ່ຽວຂ້ອງກັບມັນ, ເຊິ່ງເປັນຫົວຂໍ້ຫຼັກສຳລັບ ການຊົງປະພາດ 5 ມື້ຂອງ ພະອົງ.

ພະອົງໄດ້ກ່າວໃນລະຫວ່າງ ການຮຽກຮ້ອງໃຫ້ປະຊາຊົນ ຜູ້ທີ່ນັບຖືສາສະໜາເພື່ອຕໍ່ຕ້ານ ຄວາມອວດອົ່ງທະນົງຕົວ, ຄວາມຖືຕົວ ແລະ ຄວາມອວດຮັ່ງມີວ່າ “ພວກເຮົາຈົ່ງຈື່ຈຳສິ່ງນັ້ນ ໄວ້ຢູ່ໃນຫົວ ໃຈວ່າ, ການເຮັດກັບພວກຜີມານມັນຈະບໍ່ມີ ການສົນທະນາກັນ.”

ໃນການສວດມົນຄັ້ງສຸດທ້າຍຂອງການເຕົ້າໂຮມຊຸມນຸມ, ພະສັນຕະປາປາ Francis ໄດ້ຮຽກ ຮ້ອງໃຫ້ປະຊາຊົນ ເມັກຊິໂກ ເປັນ“ແຖວໜ້າ” ໃນການນຳພາ ປະເທດຊາດຂອງພວກເຂົາເຈົ້າ ໄປສູ່ອະນາຄົດ.

ພະສັນຕະປາປາ Francis ເລີ່ມພິທີການເຕົ້າໂຮມຊຸມນຸມໃນເມືອງ Ecatepec. 14 ກຸມພາ 2016.
ພະສັນຕະປາປາ Francis ເລີ່ມພິທີການເຕົ້າໂຮມຊຸມນຸມໃນເມືອງ Ecatepec. 14 ກຸມພາ 2016.

ພະອົງໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າເຮັດໃຫ້ປະເທດຂອງຕົນເປັນ “ດິນແດນ ແຫ່ງໂອກາດ, ເປັນບ່ອນທີ່ບໍ່ມີຄວາມຈຳເປັນຈະຍົກຍ້າຍຖິ່ນຖານ ເພື່ອຄວາມ ຝັນ, ບໍ່ຈຳເປັນຕ້ອງຖືກ ເອົາລັດເອົາປຽບເພື່ອຈະໄດ້ເຮັດວຽກ, ບໍ່ມີຄວາມຈຳ ເປັນທີ່ຈະສ້າງຄວາມສິ້ນຫວັງ ແລະ ຄວາມທຸກຍາກຂອງຫຼາຍຄົນ ຈາກການ ສວຍໂອກາດຂອງຄົນບາງຄົນ, ເປັນດິນແດນ ທີ່ບໍ່ຕ້ອງໄດ້ໄວ້ອາໄລໃຫ້ກັບຜູ້ ຊາຍ ແລະ ແມ່ຍິງ, ຊາວໜຸ່ມ ແລະ ເດັກນ້ອຍຜູ້ທີ່ໄດ້ຖືກ ທຳລາຍດ້ວຍນ້ຳມື ຂອງພໍ່ຄ້າແຫ່ງຄວາມຕາຍ.”

ເມືອງ Ecatepec ຕັ້ງຢູ່ໃນລັດທີ່ມີພົນລະເມືອງໜາແໜ້ນ, ພາກພື້ນທີ່ໄດ້ຖືກທຳ ລາຍໂດຍ ການເຮັດສົງຄາມຂອງພວກຄ້າຢາເສບຕິດ ແລະ ຊື່ສຽງໃນທາງບໍ່ດີ ສຳລັບການຫາຍສາບສູນ ຂອງແມ່ຍິງຈຳນວນຫຼາຍ, ເຊິ່ງສົບຂອງພວກເຂົາເຈົ້າ ມັກໄປປະກົດຢູ່ໃນທີ່ດິນເປົ່າແປນ ຫຼື ຄອງນ້ຳຕ່າງໆ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG