ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ ສືບຕໍ່ປະພາດ ປະເທດ ໂຄລົມເບຍ ຖ່າມກາງຝົນຕົກ ໃນເມືອງ Medellin


ພະສັນຕະປາປາ ຟຣານຊິສ ຍົກມືທັກທາຍປະຊາຊົນຈາກລົດ
ຂອງພະອົງ ໃນຂະນະທີ່ເພິ່ນເດີນທາງ ຮອດບ່ອນຊຸມນຸມຂະ
ໜາດໃຫຍ່ ທີ່ເມືອງ Medellin, ປະເທດ ໂຄລົມເບຍ. 9 ກັນຍາ, 2017.
ພະສັນຕະປາປາ ຟຣານຊິສ ຍົກມືທັກທາຍປະຊາຊົນຈາກລົດ ຂອງພະອົງ ໃນຂະນະທີ່ເພິ່ນເດີນທາງ ຮອດບ່ອນຊຸມນຸມຂະ ໜາດໃຫຍ່ ທີ່ເມືອງ Medellin, ປະເທດ ໂຄລົມເບຍ. 9 ກັນຍາ, 2017.

ພະສັນຕະປາປາ ຟຣານຊິສ ໄດ້ສືບຕໍ່ປະພາດທົ່ວປະເທດ ໂຄລົມເບຍ ໃນເມືອງ
Medellin ເມື່ອວັນເສົາວານນີ້, ບ່ອນທີ່ພະອົງ ໄດ້ຈັດການເຕົ້າໂຮມກັນ ກັບຝູງຊົນທີ່
ຄາດວ່າ ມີຫຼາຍເຖິງ 1 ລ້ານຄົນນັ້ນ.

ການເດີນທາງຂອງພະສັນຕະປາປາ ຟຣານຊິສ ໄດ້ມີອຸປະສັກໜ້ອຍ ນຶ່ງ ຍ້ອນຝົນຕົກ
ໜັກ ໃນຕອນເຊົ້າຂອງວັນເສົາວານນີ້ ເຮັດໃຫ້ພະອົງ ຕ້ອງປ່ຽນແຜນການເດີນທາງຂອງ
ເພິ່ນໄປເມືອງດັ່ງກ່າວ. ປົກກະຕິ ແລ້ວ ພະອົງມີແຜນ ທີ່ຈະເດີນທາງດ້ວຍເຮືອບິນ ເຮລິ
ຄັອບເຕີ ຈາກສະໜາມບິນ ໄປບ່ອນເຕົ້າໂຮມກັນ, ແຕ່ໄດ້ເລືອກທີ່ຈະຂຶ້ຶ້ນລົດອອກຈາກ
ເມືອງ Andes, ເຊິ່ງໄດ້ເລື່ອນເວລາການເຕົ້າໂຮມກັນອອກໄປໜ້ອຍນຶ່ງ.

ສະພາບອາກາດ ບໍ່ໄດ້ສົ່ງຜົນກະທົບຫຍັງຫຼາຍ ຕໍ່ການອອກມາຊຸມນຸມ ກັນ, ແມ່ນກະ
ທັ່ງ, ໃນຂະນະທີ່ຝູງຄົນໄດ້ເຕົ້າໂຮມກັນ ຢູ່ຕາມຖະໜົນ ເພື່ອທັກທາຍພະສັນຕະປາປາ
ຟຣານຊິສ ເດີນທາງຜ່ານໄປດ້ວຍລົດ ນຳພາຂອງພະອົງ.

ໃນຕອນແລງຂອງວັນເສົາວານນີ, ພະສັນຕະປາປາ ຟຣານຊິສ ໄດ້ມີ ແຜນທີ່ຈະໄປຢ້ຽມ
ຢາມເດັກນ້ອຍ ທີ່ບໍ່ສະບາຍ ຢູ່ສະຖານທີ່ລ້ຽງເດັກ ກຳພ້າ ເຊິ່ງໄດ້ຮັບການສະໜັບສະ
ໜູນໂດຍໂບດ ກ່ອນຈະກ່າວຄຳ ປາໄສກັບບັນດາເຈົ້າໜ້າທີ່ສາສະໜາກາໂຕລິກ ແລະ
ເດີນທາງກັບໄປ ນະຄອນຫຼວງ Bogota ໃນຕອນຄໍ່າ.

ພະສັນຕະປາປາ ຈະສິ້ນສຸດການເດີນທາງປະພາດຂອງເພິ່ນໃນຕອນຄໍ່າຂອງວັນອາ
ທິດມື້ນີ້ ຫຼັງຈາກການເດີນທາງໄລຍະສັ້ນ ໄປເມືອງ Cartagena, ບ່ອນທີ່ເພິ່ນຈະສະ
ແດງຄວາມເຄົາລົບພະເຍຊູອິດ (Jesuit) St. Peter Claver, ເຊິ່ງແມ່ນພະນິກາຍ
ໂຣມັນກາໂຕລິກໃນສັດຕະວັດທີ 17.

ກ່ອນການປະພາດຂອງທ່ານ ໃນວັນເສົາວານນີ້, ພະສັນຕະປາປາ ຟຣານຊິສ ໄດ້ໃຊ້
ເວລາສ່ວນໃຫຍ່ ໃນການເດີນທາງຂອງເພິ່ນເວົ້າລົມ ກ່ຽວກັບ ຄວາມຕ້ອງການສຳລັບ
ປະຊາຊົນ ໂຄລົມເບຍ ເພື່ອສະໜັບສະໜູນຂະບວນການສັນຕິພາບ ລຸນຫຼັງສົງຄາມ
ກາງເມືອງຫຼາຍປີ.

ໃນວັນສຸກທີ່ຜ່ານມາ, ພະສັນຕະປາປາ ໄດ້ຮຽກຮ້ອງໃຫ້ມີການປອງ ດອງກັນໃນປະ
ເທດ ແລະ ກ່າວວ່າ ທຸກໆຄວາມພະຍາຍາມທີ່ຈະສິ້ນສຸດສົງຄາມກາງເມືອງທີ່ມີມາດົນ
ກວ່າ 50 ປີນັ້ນ ຈະ “ປະສົບຄວາມລົ້ມແຫຼວ” ຖ້າປາສະຈາກການຜ່ອນຜັນໃຫ້ກັນ.

ໃນລະຫວ່າງການຊຸມນຸມຂະໜາດໃຫຍ່ ຢູ່ກາງແຈ້ງ ໃນໃຈກາງເມືອງ Villavicencio
ຂອງ ໂຄລົມເບຍ ນັ້ນ, ພະສັນຕະປາປາ ກ່າວວ່າ “ທຸກໆຄວາມພະຍາຍາມເພື່ອສ້າງສັນ
ຕິພາບ ທີ່ປາສະຈາກຄຳໝັ້ນ ສັນຍາອັນແທ້ຈິງຕໍ່ການປອງດອງກັນ ຈະເປັນຊະຕາກຳ
ນຳໄປສູ່ຄວາມລົ້ມແຫຼວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG