ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄຳ​ເວົ້າ​ສຸດ​ທ້າຍ​ຂອງພ​ະ​ສັນ​ຕະ​ປາ​ປາ ເບ​ເນ​ດິກ ​ຖືກ​ເປີດ​ເຜີຍ


ຜູ້​ມີ​ຄວາມເຊື່ອ​ໝັ້ນ ເຕົ້າ​ໂຮມ​ກັນ​ໄວ້​ອາ​ໄລການ​ສິ້ນ​ພ​ະ​ຊົນ ພ​ະ​ສັນ​ຕະ​ປາ​ປາ ເບີ​ເນ​ດິກ ຢູ່​ໂບດ Santa Maria dell'Anima ໃນ​ນະ​ຄອນ​ໂຣມ ປະ​ເທດ​ອີ​ຕາ​ລີ ໃນ​ທີ 31 ທັນ​ວາ 2022
ຜູ້​ມີ​ຄວາມເຊື່ອ​ໝັ້ນ ເຕົ້າ​ໂຮມ​ກັນ​ໄວ້​ອາ​ໄລການ​ສິ້ນ​ພ​ະ​ຊົນ ພ​ະ​ສັນ​ຕະ​ປາ​ປາ ເບີ​ເນ​ດິກ ຢູ່​ໂບດ Santa Maria dell'Anima ໃນ​ນະ​ຄອນ​ໂຣມ ປະ​ເທດ​ອີ​ຕາ​ລີ ໃນ​ທີ 31 ທັນ​ວາ 2022

“ພ​ະ​ຜູ້​ເປັນ​ເຈົ້າ ຜູ້​ຂ້າ​ຮັກ​ພ​ະ​ອົງ” ຖືກລາຍ​ງານ​ວ່າ​ເປັນ​ຄຳ​ເວົ້າ​ສຸດ​ທ້າຍ​ຂອງ ພ​ະ​ສັນ​ຕະ​ປາ​ປາ ເບເນ​ດິກ ທີ່​ໄດ້​ເວົ້າ​ອອກ​ມາບໍ່​ດົນ​ກ່ອນ​ການ​ສິ້ນ​ພ​ະ​ຊົນ​ຂອງພ​ຣະ​ອົງ ອີງ​ຕາມ​ລາຍ​ງານຢູ່​ໜ້າ​ເວັບ​ໄຊ​ຂອງວັງ​ວາ​ຕີ​ກັນ.

​ເລ​ຂາ​ຂອງ​ພ​ະ​ສັນ​ຕະ​ປາ​ປາທີ່ບຳ​ນານໄປ​ນັ້ນ ຄື​ພ​ຣະ​ສັງ​ຄະ​ລາດ ​ຈອດ​ຈ໌ ການ​ສໄວ​ນ໌ ໄດ້​ກ່າວ​ວ່າມີ​ແຕ່​ນາງ​ພະ​ຍ​າ​ບານ​ຄົນ​ດຽວ​ທີ່​ຢູ່​ກັ​ບພ​ຣະ​ສັນ​ຕະ​ປາ​ປາ ເບ​ເນ​ດິກ​ ໃນ​ເວ​ລາ​ນັ້ນ.

​ພ​ຣະ​ສັງ​ຄະ​ລາດ ການ​ສໄວ​ນ໌ ກ່າວ​ວ່າ “ຂ້າ​ພ​ຣະ​ເຈົ້າ​ບໍ່​ໄດ້​ຢູ່​ຫັ້ນໃນ​ເວ​ລາ​ນັ້ນ ແຕ່​ນາງ​ພະ​ບານ​ບານ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບເລື້ອງ​ນີ້​ໃນ​ເວ​ລາ​ບໍ່​ດົນ​ຕໍ່​ມາ, ​ນີ້​ແມ່ນບັນ​ດາຄຳ​ເວົ້າ​ທີ່ສາ​ມາດ​ເຂົ້າ​ໃຈ​ໄດ້​ຂອງ​ພະ​ອົງ ເພາະ​ວ່າ​ຫລັງ​ຈາກ​ນັ້ນ​ພ​ະ​ອົງ​ບໍ່​ສາ​ມາດ​ທີ່​ຈະ​ ສະ​ແດງ​ຄຳ​ເວົ້າ​ຂອງ​ຕົນ​ເອງ​ອອກ​ມາ​ໄດ້ອີກ.”

​ສົບ​ຂອງ​ພ​ະ​ສັນ​ຕະ​ປາ​ປາ ເບ​ເນ​ດິກ ຈະ​ດອຍ​ໄວ້​ເປັນ​ທາງ​ການຢູ່ພ​ະ​ວິ​ຫານ​ຂອງ ແຊນ ປີ​ເຕີ ຈາກວັນ​ຈັນ​ ຫາ​ ວັ​ນ​ພຸດ ແລະ​ພິ​ທີ​ຊາ​ປະ​ນາ​ກິດ​ສົບ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ພະ​ຫັດ.

​ພ​ະ​ສັນ​ຕະ​ປາ​ປາ ເບ​ເນ​ດິກ ເກີດມາມີ​ຊື່​ວ່າ ໂ​ຈ​ເຊັ​ຟ ແຣດ​ຊິງ​ເກີ​ຣ ໄດ້​ເປັນ​ພ​ະ​ສັນ​ຄະ​ປາ​ປາ​ຄົນ​ທຳ​ອິດ​ໃນ 600 ປີ ທີ່​ໄດ້​ລາ​ອອກ​ຈ​າກ​ຕຳ​ແໜ່ງ​ຢູ່​ວັງ​ວາ​ຕີ​ກັນ. ​ພ​ະ​ສັນ​ຕະ​ປາ​ປາ ຜູ້​ທີ່​ລາ​ອອກ​ບຳ​ນານ​ໄດ້​ອາ​ໄສຢູ່​ເບື້ອງ​ຫລັງ​ຂອງ​ຝາ​ວັງ​ວາຕີ​ກັນ ເກືອບ 10

"Lord, I love you," are reported to be the last words Pope Emeritus Benedict uttered shortly before his death, according to a report on The Vatican News website.

The retired pope's personal secretary, Archbishop Georg Gänswein, said a nurse was the only person with Benedict at the time.

"I was not there at the moment, but the nurse told me about it shortly afterwards," Gänswein said. "These were his last comprehensible words, because afterwards he was no longer able to express himself."

Benedict's remains will lie in state in St. Peter's Basilica from Monday to Wednesday and his funeral will be Thursday.

Benedict, born Joseph Ratzinger, was the first pope in 600 years to step down from his Vatican post. The retired pope lived behind the Vatican's walls for almost 10 years.

He was 95 at the time of his death.

XS
SM
MD
LG