ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ ຢ້ຽມຢາມ ອະນຸສາວະລີ ໄວ້ອາໄລ ໃຫ້ແກ່ຊາວ ອາເມເນຍ


ພະສັນຕະປາປາ ແລະຊາວຄາໂທລິກອາເມເນຍ ຮ່ວມພິທີໄວ້ອາໄລ ແກ່ຊາວອາເມເນຍ ທີ່ຖືກຂ້າຕາຍ ໂດຍກຳລັງ ຂອງມະຫາອານາຈັກ Ottoman ລະຫວ່າງສົງຄາມໂລກຄັ້ງທີນຶ່ງ.
ພະສັນຕະປາປາ ແລະຊາວຄາໂທລິກອາເມເນຍ ຮ່ວມພິທີໄວ້ອາໄລ ແກ່ຊາວອາເມເນຍ ທີ່ຖືກຂ້າຕາຍ ໂດຍກຳລັງ ຂອງມະຫາອານາຈັກ Ottoman ລະຫວ່າງສົງຄາມໂລກຄັ້ງທີນຶ່ງ.

ພະສັນຕະປາປາ Francis ​ໄດ້ໄວ້​ທຸກ​ໃຫ້​ຊາວ Armenia 1 ລ້ານ 5 ​ແສນຄົນ​ທີ່​ໄດ້​ເສຍ​ຊີວິດ ​ໃນ​ປີ 1915 ຢູ່​ທີ່​ອະນຸສາ​ວະລີ ​ແລະຫໍພິພິດທະພັນຂ້າ​ລ້າງ​ເຊື້ອ ຊາດເຜົ່າ​ພັນໃນ​ນະຄອນຫລວງ Armenia ​ໃນ​ວັນ​ເສົາ​ມື້​ນີ້ ນຶ່ງ​ມື້ຫລັງ​ຈາກພະ ​ອົງ​ໄດ້​ຊົງປະກາດວ່າ ການ ສັງຫານໝູ່​ຊາວ Armenia ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງ​ທີ​ນຶ່ງ ​ໂດຍມະຫາ​ອານາຈັກ Ottaman ຂອງ​ຊາວ Turks ​ເປັນ​ການ “ຂ້າ​ລ້າງ​ເຜົ່າພັນ” ຊຶ່ງ​ເປັນ​ຄຳ​ເວົ້າ​ທີ່​ເຮັດ​ໃຫ້ Ankara ມີ​ຄວາ​ມ​ໂກດ​ແຄ້ນ ​ເມື່ອ​ນຶ່ງ​ປີ​ກ່ອນ.

ພະສັນຕະປາປາ Francis ​ທີ່​ກຳລັງ​ຢ້ຽມຢາມ​ປະ​ເທດ Armenia ​ເປັນ​ເວລາ​ສາ​ມວັນໄດ້​ໃຊ້ຄຳ​ວ່າ “Metz Yeghern” ​ໃນ​ພາສາ Armenia ຊຶ່ງ​ໝາຍ​ເຖິງ ​ຜີ​ສາງ​ໃຫຍ່ນັ້ນ ​ແຕ່ກໍ​ໄດ້​ເພີ້​ມ​ໃສ່​ເອກ​ກະສາ​ນ​ທີ່ມີ​ການ​ກະກຽມ​ລ່ວງ​ໜ້າໂດຍ​ໃຊ້ ​ຄຳ​ວ່າ “ຂ້າ​ລ້າງ​ເຜົ່າ​ພັນ” ​ເພື່ອ​ອ້າງ ອີງ​ເຖິງໃນອັນ​ທີ່​ພະ​ອົງຮ້ອງ​ວ່າ “​ການ​ຕຳ​ໜິ ເທື່ອ​ທຳ​ອິດຂອງຫຼາຍໆ​ຄັ້ງ ຕໍ່​ຄວາມ​ຫາຍຍະ ນະ​ໃນ​ສັດຕະວັດ​ທີ່ຜ່ານ​ມາ.”

ມາ​ເຖິງ​ປັດຈຸບັນ​ນີ້ ຍັງ​ບໍ່​ມີ​ປະຕິກິລິຍາ​ໃດໆ​ຈາກ​ເທີ​ກີເທື່ອ ທີ່​ເຮັດ​ໃຫ້ມີ​ການຮຽກ ເອກ​ອັກ ຄະ​ລັດຖະທູດປະຈຳນະຄອນ Vatican ກັບ​ຄືນ​ປະ​ເທດ ຫລັງ​ຈາກ​ພະ ສັນຕະປາ​ປາ Francis ​ໄດ້​ໃຊ້​ຄຳ​ເວົ້າ ຂ້າ​ລ້າງ​ເຜົ່າ​ພັນ ​ໃນ​ປີ​ກາຍ​ນີ້.

​ໃນ​ມື້​ທີ​ສອງ​ຂອງ​ການ​ຢ້ຽມຢາມຂອງ​ພະ​ອົງນັ້ນ ພະສັນຕະປາປາ Francis ​ໄດ້​ວາງ​ພວງ​ມາລາ ​ຢູ່​ທີ່​ອະ​ນຸສາ​ວະລີ ​ແລະ​ຢືນ​ສ​ະຫງົບສະຕິ​ອາລົມ ​ໄວ້ອາ​ໄລ​ໃນ​ວັນ​ເສົາ​ມື້​ນີ້ ຢູ່​ຕໍ່ໜ້າ​ແປວ​ໄຟ​ທີ່​ຫລຽວ​ເຫັນ ​ເຈີ້ຍ​ພູໃນ​ນະຄອນຫລວງ Yerevan.

ພະສັນຕະປາປາ​ ຂຽນ​ລົງ​ໃນ​ປື້ິມບັ​ນທຶກ​ແຂກ​ເປັນ​ພາສາ​ອີ​ຕາ​ລີວ່າ “ຂ້າພະ​ເຈົ້າ ສູດ​ມົນ​ຢູ່​ທີ່​ນີ້ ດ້ວຍຄວາມ​ເຈັບ​ປວ​ດຢູ່​ໃນ​ດວງ​ໃຈ ທີ່​ວ່າໂສກ​ນາດຕະກຳ​ດັ່ງກ່າວ​ຈະ​ບໍ່​ເກີດ​ຂຶ້ນ​ອີກ ທີ່​ມະນຸດຊາດ​ຈະ​ບໍ່​ຫລົງ​ລືມ ​ແລະ​ຮູ້​ດີໃນ​ການເອົາຊະນະ​ຜີ​ສາງ​ດ້ວຍ​ຄວາມ​ດີ. ຂໍ​ໃຫ້​ພະ​ເຈົ້າ ​ຈົ່ງ​ປົກ​ປັກ​ຮັກສາ​ຄວາມ​ຊົງຈຳ ​ຂອງ​ປະຊາຊົນຊາວ Armenia! ຄວາມ​ຊົງ​ຈຳ​ທີ່​ບໍ່​ສາມາດ​ລຶບລ້າງ ຫລື​ຫລົງ​ລືມ ຄວາມ​ຊົງ​ຈຳ​ເປັນ​ແຫຼ່ງທີ່​ມາ​ຂອງສັນຕິພາບ ​ແລະ​ອະນາ​ຄົດ.”

ຕໍ່​ມາໃນ​ມື້ນີ້ ພະສັນ​ຕະປາ​ປາ​ໄດ້​ສະ​ເດັດ​ໄປ​ເມືອງ Gyumri ທາງພາກ​ຕາ​ເວັນ​ຕົກ​ສຽງເໜືອ ​ເພື່ອປະກອບ​ພິທີ​ທາງສາສະໜາ​ຕໍ່ສາທາລະນະ​ຊົນ​ພຽງ​ເທື່ອ​ດຽວ ທີ່ໄດ້​ກຳນົດ​ໄວ້ ສຳລັບ​ການ​ເດີນທາງ​ຂອງ​ພະ​ອົງ​ໃນ​ຄັ້ງນີ້.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

Pope Francis Visits Armenian Memorial
please wait

No media source currently available

0:00 0:00:57 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG