ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປາປາ Francis ປະກອບພິທີ ທາງສາສະໜາ ແກ່ຊາວຟີລິບປິນ ຫຼາຍລ້ານຄົນ


popeasiatrip18january15
please wait

No media source currently available

0:00 0:00:47 0:00

ສັນ​ຕະປາປາ Francis ປະກອບ​ພິທີ​ທາງ​ສາສະໜາ​ແກ່​ຊາວ​
ຟີ​ລິບ​ປິນ ຫຼາຍ​ລ້ານ​ຄົນ ທີ່​ພາກັນ​ໂຮມ​ຊຸມນຸມ​ກັນ​ທ່າມກາງຝົນ
ຕົກ​ລິນ​ຢ່າງ​ບໍ່​ຂາດ​ສາຍ​ທີ່​ສວນສາທາລະນະ Rizal ໃນນະ
ຄອນຫຼວງ​ມະນີ​ລາ ​ແລະ​ເຂດ​ອ້ອມ​ແອ້ມ​ໃນ​ວັນ​ອາທິດ​ມື້​ນີ້
ມື້​ສຸດ​ທ້າຍ​ແຫ່ງ​ການສະ​ເດັດ​ປະພາດ​ເປັນ​ເວລາ 4 ມື້​ຂອງ
​ພະອົງ​ທີ່​ຟີ​ລິບ​ປິນນັ້ນ.

ພວກ​ຈັດ​ແຈງ​ການ​ໂຮມ​ຊຸມ​ນຸມ​ໄດ້​ຄາດ​ໄວ້​ກ່ອນ​ວ່າ ຈະ​ມີ​ຜູ້​
ຄົນ​ມາ​ຮ່ວມ ນຳ​ຫຼາຍ​ເຖິງ 6 ລ້ານ​ຄົນ ທີ່​ຈະກາຍ​ຈຳນວນ
5 ລ້ານ​ຄົນ​ທີ່​ ມື້​ລາງສັນຕະປາປາ John Paul ທີ 2 ທຳ
ລາຍ​ສະຖິຕິ​ມາ​ກ່ອນ​ທີ່ສວນສາທາລະນະ​ແຫ່ງ​ດຽວ​ກັນ​ນີ້ໃນ
​ປີ 1995 ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ໃນນະຄອນມະນີລາ ກະ​ປະມານ​ວ່າ​ ມີ​ຜູ້​ຄົນ​ມາຮ່ວມ 4 ລ້ານ​ຄົນ.

ນາຍ Genie Mutya ​ໄວ 35 ປີ​ຈາກ​ເມືອງ Valenzuelaກ່າວ​ວ່າຂ້າພະ​ເຈົ້າ​ດີ​ໃຈ​
ແທ້ໆ ບໍ່​ເປັນ​ຫຍັງທີ່​ຂ້າພະ​ເຈົ້າ​ປຽກຈົນ​ຮອດ​ພິທີ​ເສັດ​ສິ້ນ​ລົງ ຕາບ​ໃດ​ທີ່​ຂ້າ
ພະ​ເຈົ້າ​ຢູ່​ນີ້ຂ້າພະ​ເຈົ້າ​ຈະ​ຢູ່​ນີ້​ຕໍ່​ໄປ”.

​ໃນ​ລະຫວ່າງ​ການ​ເທດ​ສະໜາ​ຂອງ​ພະ​ອົງ ສັນຕະປາປາ Francis ​ໄດ້​ຊົງ​ຮຽກຮ້ອງ​ໃຫ້
​ຊາວ​ຟີ​ລິບ​ປິນ ຈົ່ງ​ປະຕິ​ເສດ” ຕໍ່​ພວກ​ໂຄງ​ລ່າງ​ດ້ານ​ສັງຄົມທີ່​ສ້າງ​ຄວາມທຸກ​ຈົນ
ຄວາມ​ໂງ່​ຈ້າ​ແລະຄວາມເປື່ອຍ​ເຍື່ອຍ”
ຊຶ່ງເປັນຫົວ​ຂໍ້​ທີ່​ພະ​ອົງ​ໄດ້​ເນັ້ນ​ໜັກ ​ເວລາ​
ພະ​ອົງ​ຊົງ​ກ່າວ​ຕໍ່​ປະທານາ​ທິບໍດີ Benigno Aquino ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ອື່ນໆ​ໃນ​
ວັນ​ສຸກ​ຜ່ານ​ມາ​ນີ້.

ສັນຕະປາປາ ​ຊົງພະຊົນ​ມາ​ຍຸ 78 ພັນ​ສາ ​ໄດ້​ຖືກ​ບັງຄັບ​ໃຫ້ຕັດ​ການ ສະ​ເດັດ​ປະພາດ​
ຂອງ​ພະ​ອົງ​ລົງ​ໃນ​ການ​ຢ້ຽມຢາມ​ພວກ​ທີ​ລອດ​ຊີວິດ​ຈາກ​ລົມ​ພາຍຸ​ໄຕ້​ຝຸ່ນ​ Haiyan ທີ່ເປັນ​ອັນຕະລາຍ​ເຖິງ​ຕາຍ​ໃນ​ເດືອນ​ພະຈິກ​ປີ 2013 ໃນ​ວັນ​ເສົາ​ເພື່ອ​ຫຼີກ​ລ້ຽງ​ລົມພາຍຸ​ຝົນ​ທີ່​ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ນັ້ນ.

XS
SM
MD
LG