ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ພະ​ສັນ​ຕະ​ປາ​ປາ​ ​​ປ້ອງ​ກັນ ​ການປະ​ຕິເສດລ​າ​ອອກ ຂອງ​ພະ​ສັງຄະ​ລາດ​ຝ​ຣັ່ງ​


ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຢືນ​ຢູ່​ກັບ ຫົວ​ໜ້າ​ຫ້ອງ​ການ​ຂ່າວ ວາຕີ​ກັນ ທ່ານ​ອາ​ແລ​ສ​ຊານ​ໂດ​ຣ ຈີ​ຊອ​ຕ​ຕີ ທີ່ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ໃນ​ເຮືອ​ບິນ ເວລາກັບ​ຄືນສູ່​ນະ​ຄອນ​ໂຣມ ວັນ​ທີ 31 ມີ​ນາ 2019.
ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຢືນ​ຢູ່​ກັບ ຫົວ​ໜ້າ​ຫ້ອງ​ການ​ຂ່າວ ວາຕີ​ກັນ ທ່ານ​ອາ​ແລ​ສ​ຊານ​ໂດ​ຣ ຈີ​ຊອ​ຕ​ຕີ ທີ່ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ໃນ​ເຮືອ​ບິນ ເວລາກັບ​ຄືນສູ່​ນະ​ຄອນ​ໂຣມ ວັນ​ທີ 31 ມີ​ນາ 2019.

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ໃນ​ວັນ​ອາ​ທິດ​ວານ​ນີ້​ໄດ້​ປ້ອງ​ກັນ ການ​ຕັດ​ສິນ​
ໃຈ​ຂອງ​ພະອົງ ທີ່​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ການ​ລາ​ອອກ​ໃນ​ຕົ້ນ​ເດືອນ​ນີ້​ຂອງ
ພະ​ສັງ​ຄະ​ລາດ​ຝ​ຣັ່ງ ຟິ​ລິບ​ ບາ​ຣ​ບາ​ແຣງ ຜູ້​ທີ່​ໄດ້​ຖືກ​ລົງ​ໂທດວ່າ​ບໍ່ລາຍ​ງານ
​ການກ່າວ​ຫາທຳ​ຮ້າຍ​ທາງ​ເພດແກ່​ຕຳ​ຫຼວດ.

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຜູ້​ທີ່​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ການ​ກັບ​
ຄືນ​ມາ​ຈາກ​ສອງ​ມື້​ຂອງ​ການ​ເດີນ​ທາງ​ໄປ​ປະ​ເທດ​ໂມ​ຣົກ​ໂກ ໄດ້​ກ່າວ​ວ່າ
ການ​ຕັດ​ສິນ​ໃຈ​ເທື່ອ​ສຸດ​ທ້າຍຈະ​ບໍ່​ເຮັດ​ຈົນ​ກວ່າ ການອຸ​ທອນ​ຂອງ ພະ​ສັງ​
ຄະ​ລາດ​ບາ​ຣ​ບາ​ແຣງ ຈະໄດ້​ເປັນ​ທີ່​ເສັດ​ສິ້ນ.

ພະ​ສັນ​ຕະ​ປາ​ປາ​ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຮັບ​ເອົາ​ການ​ລາ​ອອກບໍ່​ໄດ້ ເພາະ​ວ່າ
​ກໍ​ລະ​ນີ​ຂອງຄວາມ​ຍຸ​ຕິ​ທຳ ຢູ່​ໃນ​ໂລກເກົ່າ​ແກ່ຂອງຄວາມຍຸ​ຕິ​ທຳ ມີ​ການ
​ສັນນິ​ຖານກ່ຽວກັບ​ການບໍ່ໄດ້ກທຳຄວາມຜິດ ໃນ​ຂະ​ນະ​ທີ່​ຄະ​ດີ​ຍັງ​ເປີດ​
ຢູ່ ແລະ​ທ່ານ​ກໍໄດ້​ອຸ​ທອນໄປ.”

ພະ​ສັງຄະ​ລາດ​ບາ​ຣ​ບາ​ແຣງ ໄດ້​ສະ​ເໜີ​ລາ​ອອກ​ໃນ​ວັນ​ທີ 18 ມີ​ນາ ໃນ​ເວ
​ລາ​ທີ່​ພະ​ສັນ​ຕະ​ປາ​ປາ “ໄດ້​ກ່າວ​ເຖິງ​ການສັນ​ນິ​ຖານ​ຂອງ​ການປາດສະ

ຈາກຄວາມຜິດ ແລະ​ບໍ່​ສາ​ມາດ​ຮັບ​ເອົາ​ໄດ້.”

ພະ​ສັນ​ຕະ​ປາ​ປາ ແທນ​ທີ່ະ​ໄດ້​ຖາມ​ພະ​ສັງ​ຄະ​ລາດ​ບາ​ຣ​ບາ​ແຣງ ນັກ​ສາດ​
ສະ​ໜາ​ອາ​ວຸ​ໂສ​ສູງ​ສຸດ​ຂອງ​ຝ​ຣັ່ງ ທີ່​ໄດ້​ພົວ​ພັນ​ກັບ​ໂບດ​ຄາ​ໂຕ​ລິກ ຢູ່​ທົ່ວ​
ໂລກ​ກ່ຽວ​ກັບ​ການ​ສໍ້​ໂກງ​ທາງ​ເພດ ໃນ​ການ​ກະ​ທຳ​ອັນ​ທີ່ ພະ​ສັງ​ຄະ​ລາດ​
ບາ​ຣ​ບາ​ແຣງ​ເຊື່ອ​ຖື​ນັ້ນ​ເປັນ​ສິ່​ງສຳ​ຄັນແກ່​ໂບດ​ລິ​ອົງ. ພະ​ສັງ​ຄະ​ລາດ
ອາ​ຍຸ 68 ປີ ຈະ​ລາ​ພັກ ແລະ​ໄດ້​ບອ​ກ​ໃຫ້​ຜູ້​ຊ່ວຍ​ຮັບ​ເອົາ​ການ​ນຳ​ພາ​ຂອງ
​ໂບດ ຈົນ​ກວ່າ​ການ​ດຳ​ເນີນ​ອຸ​ທອນ​ສິ້ນ​ສຸດ​ລົງ.

ພະ​ສັງ​ຄະ​ລາດ​ບາ​ຣ​ບາ​ແຣງ ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ຫົກ​ເດືອນ ໄດ້​ຖືກ​ຍົກ
​ເລີກການ​ຕັດ​ສິນໃນ​ຕົ້ນ​ເດືອນ​ນີ້ ຕໍ່​ການ​ລົ້ມ​ແຫຼວ​ບໍ່​ລາຍ​ງານ​ຄຸນ​ພໍ່​ຜູ້​
ທຳ​ຮ້າຍ​ແກ່​ບັນ​ດາ​ເຈົ້າ​ໜ້າ​ທີ່. ຄຸນ​ພໍ່​ເບີ​ນາ​ຣ​ດ໌ ເປ​ຣ​ນາ​ຣ​ດ໌ ຖືກ​ກ່າວ​ຫາ
​ວ່າທຳ​ຮ້າຍ​ທາງ​ເພດ​ແກ່​ເດັກ​ນ້ອຍ​ລູກເສືອ​ໃນ​ຊຸມປີ 1980 ແລະ 1990.

ພະ​ສັນ​ຕະ​ປາ​ປາ ໄດ້​ປ້ອງ​ກັນ​ພະ​ສັງ​ຄະ​ລາດ​ບາ​ຣ​ບາ​ແຣງ​ມາ​ກ່ອນ ກ່າວ
​ວ່າ​ໃນ​ປີ 2016 ທີ່​ການ​ລາ​ອອກ​ຂອງ​ທ່ານ​ກ່ອນ​ການ​ດຳ​ເນີນ​ຄະ​ດີ​ຈະ​ເປັນ
“ການ​ຜິດ​ພາດ” ​ບໍ່​ຮອບ​ຄອບ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG