ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ສືບຕໍ່ຮຽກຮ້ອງ ໃຫ້ເປັນນຳ້ນຶ່ງໃຈດຽວກັນ ໃນ ສຣີລັງກາ


ພະສັນຕະປາປາ Francis ໂອ້ລົມ ກັບພຣະພິຂຸສົງ ສາສະໜາພຸດ ທີ່ນະຄອນຫຼວງໂຄລົມໂບ ປະເທດສຣີລັງກາ.
ພະສັນຕະປາປາ Francis ໂອ້ລົມ ກັບພຣະພິຂຸສົງ ສາສະໜາພຸດ ທີ່ນະຄອນຫຼວງໂຄລົມໂບ ປະເທດສຣີລັງກາ.

ພະ​ສັນ​ຕະປາປາ Francis ​ຍັງສືບຕໍ່ສົ່ງຄຳຮຽກຮ້ອງຂອງພະອົງ
​ໃຫ້​ມີຄວາມ ສາມັກຄີກັນ​ ໃນປະ​ເທດສຣີລັງກາ ຢູ່ໃນພິທີຖວາຍ
ມະຫາບູຊາ ທີ່ມີປະຊາຊົນ ຫລາຍ​ຮ້ອຍພັນ​ຄົນ ເຂົ້າຮ່ວມ ​ຢູ່ໃນ
​ເມືອງ​ຫລວງ​ຂອງ​ປະ​ເທດດັ່ງກ່າວ.

ຝູງ​ຊົນ​ໄດ້ເຕົ້າໂຮມກັນຢ່າງໜາ​ແໜ້ນ​ຕາມ​ຖະໜົນ​ຫົນທາງຢູ່
​ແຄມ​ທະ​ເລ​ຂອງ ນະຄອນ​ໂຄ​ລົ​ມ​ໂບ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂຮ່ຮ້ອງສະແດງຄວາມດີອົກດີໃຈ ຂະນະທີ່ພະ​ສັນ​ຕະປາ​ປາ
ສະເດັດໄປເຖິງ ຢູ່​ໃນ​ລົດ​ພິ​ເສດ​ຂອງ​ພະ​ສັນ​ຕະປາ​ປາ.

ໃນລະຫວ່າງ​ພິທີ​ຖວາຍມະຫາບູຊານັ້ນ ພະ​ອົງ​ໄດ້ຊົງປະກາດ
ຢ່າງເປັນທາງການ ໃຫ້ຄຸນ​ພໍ່ Joseph Vaz ເປັນນັກບຸນອົງທຳອິດ ຂອງສຣີລັງກາ ໂດຍ
ກ່າວ​ວ່າ​ “ເປັນການສະ​ແດງໃຫ້ເຫັນເຖິງ​ຄວາ​ມສຳຄັນ​ໃນການຢູ່ເໜືອ​ການ​ແບ່ງແຍກທາງ ສາສະໜາ ເພື່ອເຫັນແກ່ສັນຕິພາບ.”

ພະສັນຕະປາປາ Francis ກ່າວວ່າ “​ເສຣີພາບ​ທາງ​ສາສະໜາ ແມ່ນ​ສິດທິພື້ນຖານ​ຂອງ​
ມະນຸດ. ​ແຕ່​ລະຄົນ​ຕ້ອງ​ມີສິດ​ເສຣີພາບດ້ວຍ​ຕົນ​ເອງ ຫລື​ຮ່ວມກັບ​ຄົນ​ອຶ່ນໆ ​ເພື່ອສະ
​ແຫວ​ງຫາ​ຄວາ​ມຈິງ ​ແລະ​ສະ​ແດງ​ອອກ​ມາ​ຢ່າງ​ເປີດ​ເຜີຍ​ຕໍ່ຄວາມ​ເຊື່ອ​ຖື​ທາງ​ສາສະໜາ​
ຂອງພວກເຂົາເຈົ້າ ໂດຍປາດສະຈາກ​ການ​ຂົ່ມຂູ່​ແລະ​ການ ບັງຄັບໃດໆ.”

ຄຸນ​ພໍ່ Vaz ​ແມ່ນຜູ້​ເຜີຍ​ແຜ່​ສາສະໜາ ໃນສັດຕະວັດ​ທີ 17 ທີ່ຖືວ່າ ເປັນຮື້ຟື້ນ ການນັບຖື
​ສາສະໜາ​ກາ​ໂຕລິກ ໃນຊ່ວງ​ທີ່​ມີ​ການ​ປະ​ຫັດ​ປະຫານໂດຍ​ພວກໂຮນ ລັງທີ່ນັບຖືສາສະ
ໜາໂປຣແຕັສຕັງ Calvinists.

​ພະ​ສັນ​ຕະປາປາ ຈະ​ເດີນທາງຕໍ່​ໄປປະ​ເທດ​ຟິລິບ​ປີນ ​ໃນ​ວັນ​ພະຫັດ​ມື້​ອື່ນນີ້​ ໃນ ການຢ້ຽມ
ຢາມ​ຂົງ​ເຂດ​ເປັນເວລານຶ່ງອາທິດຂອງພະອົງ.​

POPE ASIA VOSOT
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG