ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ສັນຕະປະປາ Francis ປະນາມ ພວກມາເຟຍ ທີ່ສ້າງຄວາມຮຸນແຮງ ຕໍ່ເດັກນ້ອຍ (ວີດີໂອ )


ສັນຕະປະປາ Francis ອອກມາຈາກການພົບປະກັບພວກຍາດ ພີ່ນ້ອງ ຂອງພວກທີ່ໄດ້ຮັບເຄາະຈາກກຸ່ມມາເຟຍ ທີ່ໂບດ St. Gregorio VII ໃນນະຄອນ Rome ໃກ້ກັບນະຄອນ Vatican, ວັນທີ 21 ມິຖຸນາ 2014.
ສັນຕະປາປາ Francis ​ໄດ້​ທຳ​ການ​ຢ້ຽມຢາມ​ເມືອງ ທີ່​ເປັນ
ໃຈກາງ​ຂອງພວກມາ​ເຟຍກຸ່ມ​ນຶ່ງ ທີ່​ມີ​ອຳນາດ​ແຂງ​ແຣງທີ່​
ສຸດ​ໃນ​ອີ​ຕາ​ລີ ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ໄດ້​ຊົງຮຽກຮ້ອງ​ໃຫ້​
ຢຸດ​ຄວາມ​ເຈັບ​ປວດ​ຂອງພວກ​ເດັກນ້ອຍ​ ຍ້ອນ​ການ​ກະທຳ
ຂອງ​ກຸ່ມ​ອາຊະຍາ​ກອນທີ່​ມີ​ການຈັດ​ຕັ້ງ​ນັ້ນ.

​ໃນ​ລະຫວ່າງ​ການ​ທຳ​ພິທີ​ທາງ​ສາສະໜາ ຕໍ່ໜ້າ​ຝູງ​ຊົນ​
ຫຼາຍ​ພັນ​ຄົນ ສັນຕະປາປາກ່າວ​ວ່າ ກຸ່ມ​ມາ​ເຟຍ ​ແລະ​ພວກ
​ເຄືອຂ່າຍ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ຢູ່​ທົ່ວໂລກ ຂອງ​ກຸ່ມ​ດັ່ງ
ກ່າວ​ ຈະຕ້ອງ​ໄດ້​ຮັບ​ການ​ປະຕິ​ເສດ.

ສັນຕະປາປາ Francis ກ່າວ​ວ່າ ຜີ​ມານ​ທີ່ພວກມາ​ເຟຍນຳ​ມາຈະ​ຕ້ອງ​ໄດ້​ຮັບ​ການ​
ຜາບ​ແພ້ແລະ​ຖືກ​ຂັບ​ໄລ່​ໜີ​ໄປ ​ແລະ​ພວກ​ໂຈນ​ເຫຼົ່ານີ້​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ
ສາສະໜາ.

ການ​ປຸກລະດົມ​ຂອງ​ອົງ​ສັນຕະປາປາ ​ຕໍ່ຕ້ານ​ກຸ່ມ​ອາ​ຊະ​ຍາກອນທີ່​ມີ​ການຈັດ​ຕັ້ງ
​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ເຕືອນ​ວ່າ ​ພະ​ອົງອາດສາ​ມາດຕົກເປັນ​ເປົ້າ​ໝາຍ​ຂອງພວກ​
ມາ​ເຟຍ​ໄດ້.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ​ມື້ ທີ່​ຂົງ​ເຂດ Calabria ສັນຕະປາປາ
​ໄດ້​ພົບ​ປະ​ກັບ​ຍາ​ດຕິ​ພີ່ນ້ອງ​ຂອງເດັກ​ຊາຍ​ ​ໄວ 3 ຂວບ ຄົນ​ນຶ່ງທີ່​ຖຶງຍິງ​ຕາຍ​ໃນ
​ເດືອນ​ມັງກອນ ​ໃນ​ອັນ​ທີ່​ປາກົດ​ວ່າ ​ເປັນການ​ຂ້າ​ກັນ ​ຍ້ອນ​ບັນຫາ​ຜິດ​ຖຽງ​ກັນ​ເລື້ອງ
ເງິນ. ​ເຂດ Calabria ​ເປັນ​ຖານອຳນາດ​ຂອງ​ກຸ່ມ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ຂອງ​ໂລກ
ທີ່​ຊື່ວ່າ Ndrangheta.
popemafia22june14
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG