ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນ​ຕະ​ປາໆຟ​ຣາ​ນ​ຊິ​ສ ປຽບທຽບ ​ການລ່ວງ​ລະ​ເມີ​ດ ທາງ​ເພດ ຂອງ​ພວກເດັກ​ນ້ອຍ ເທົ່າ​ ກັບການ​ສັງ​ເວີຍ​ມະ​ນຸດ


ພະສັນ​ຕະ​ປາໆຟ​ຣາ​ນ​ຊິ​ສ ໃນ​ມື້​ສຸດ​ທ້າຍ ​ຂອງກອງ​ປະ​ຊຸມ 4 ມື້ ກ່ຽວ​ກັບ​ວິ​ກິດ​ການ​ລ່ວງ​ລະ​ເມີດ​ທາງ​ເພດ​ໃນ​ທົ່ວ​ໂລກ, ​ທີ່​ນະ​ຄອນ ວາ​ຕິ​ກັນ, 24 ກຸມ​ພາ, 2019.
ພະສັນ​ຕະ​ປາໆຟ​ຣາ​ນ​ຊິ​ສ ໃນ​ມື້​ສຸດ​ທ້າຍ ​ຂອງກອງ​ປະ​ຊຸມ 4 ມື້ ກ່ຽວ​ກັບ​ວິ​ກິດ​ການ​ລ່ວງ​ລະ​ເມີດ​ທາງ​ເພດ​ໃນ​ທົ່ວ​ໂລກ, ​ທີ່​ນະ​ຄອນ ວາ​ຕິ​ກັນ, 24 ກຸມ​ພາ, 2019.

ການກ່າວ​ປະ​ນາມ​ຢ່າງຮຸນ​ແຮງຂອງພະສັນ​ຕະ​ປາໆ ​ຟ​ຣາ​ນ​ຊິ​ສ ຕໍ່​ການ​ລ່ວງ ​ລະ​ເມີ​ດ
ທາງເພດພວກເດັກນ້ອຍໂດຍພວກຄຸນພໍ່ ບໍ່ສາມາດທີ່ຈະເຮັດພວກຖືກເຄາະຮ້າຍບາງ
ພວກຮູ້​ສຶກ​ປະ​ທັບ​ໃຈ​ເລີຍ, ຊຶ່ງ​ຮວມ​ທັງ ນຶ່ງ​ໃນ​ນັ້ນ​ທີ່​ໄດ້​ເອີ້ນຄຳ​ເວົ້າ​ຂອງພະສັນ​ຕະ​ປາໆ
ວ່າ “ເລື້ອງ​ກ່ຽວ​ກັບຄຸນ​ພໍ່ ຕ່າງໆ ນາໆ.”

ພະສັນ​ຕະ​ປາໆຟ​ຣາ​ນ​ຊິ​ສ ໄດ້​ປິດກອງ​ປະ​ຊຸມ​ທີ່​ນະ​ຄອນ ວາ​ຕິ​ກັນ ກ່ຽວ​ກັບພວກ​ເດັກ​
ນ້ອຍ ລົງ​ໃນ​ວັນ​ອາ​ທິດ​ວານນີ້ ໂດຍ​ປຽບທຽບ​ການ​ມີ​ເພດ​ສຳ​ພັນ​ລະ​ຫວ່າງ​ຜູ້​ໃຫຍ່​ກັບ​
ເດັກ​ນ້ອຍ ກັບການ​ສັງ​ເວີຍ​ມະ​ນຸດ ແລະ​ເອີ້ນ​ພວກ​ຄຸນ​ພໍ່​ທີ່​ເປັນ​ຜູ້​ກະ​ທ​ຳ​ຄວາມ​ຜິດ​ນີ້
ວ່າ​ແມ່ນ “ເຄື່ອງ​ມື​ຂອງຜີ​ນາ​ຮົກ.”

ພວກທີ່ລອດຈາກການລ່ວງລະເມີດທາງເພດ ແລະບັນດາສະມາຊິກ ECA (Ending Clergy Abuse) ພາກັນຍົກປ້າຍ ທາງໜ້າຂອງຈາຕຸລັດ St. Peter ໃນວາຕິກັນ, 24 ກຸມພາ 2019.
ພວກທີ່ລອດຈາກການລ່ວງລະເມີດທາງເພດ ແລະບັນດາສະມາຊິກ ECA (Ending Clergy Abuse) ພາກັນຍົກປ້າຍ ທາງໜ້າຂອງຈາຕຸລັດ St. Peter ໃນວາຕິກັນ, 24 ກຸມພາ 2019.

“ມັນ​ເຮັດ​ໃຫ້ຂ້າ​ພະ​ເຈົ້າຈື່​ໄດ້ເຖິງ​ຄວາມ​ໂຫດ​ຮ້າຍ​ຂອງ​ການນັບ​ຖື​ສາສະ​ໜາ,
ເຊິ່ງຄັ້ງ​ນຶ່ງ​ທີ່​ມັນ​ໄດ້​ແຜ່​ລາມ​ອອກ​ໄປໃນ​ບາງວັດ​ທະ​ນະ​ທຳ ກ່ຽວ​ກັບ ການ​ສັງ​ເວີຍ
​ມະ​ນຸດ ຊຶ່ງ​ສ່ວນຫຼາຍຈະ​ແມ່ນ​ພວກ​ເດັກ​ນ້ອຍທີ່ບໍ່​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ,”
ຊຶ່ງ ພະສັນ
​ຕະ​ປາໆ ຟ​ຣາ​ນ​ຊິ​ສ​ໄດ້​ກ່າວ​ໄວ້ ແລະ ​ປະ​ຕິ​ຍານວ່າ “ແມ່ນ​ການ​ຕໍ່​ສູ່” ກັບການ​ລ່ວງ​ລະ​ເມີ​ດ
ທາງ​ເພດນັ້ນຢ່າງ​ສິ້ນ​ເຊີງ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ການ​ລ່ວງ​ລະ​ເມີດ​ທາງ​ເພດ​ຂອງ​ພວກ​ຄຸນ​ພໍ່ ໃນ​ທົ່ວ​ໂລກ

ພວກທີ່ເປັນກະບອກສຽງແລະພວກທີ່ລອດຈາກການລ່ວງລະເມີດທາງເພດ, ມອງເບິ່ງໃນພາບ ຂອງພວກຄຸນພໍ່ກາໂຕຣິກ ທີ່ທຳການລະເມີດທາງເພດ ໂດຍພວກເຄາະຮ້າຍ ໃນກອງປະຊຸມຖະແຫຼງຂ່າວ, 6 ທັນວາ ທີ່ອໍແຣນຈ໌, ຄາລີຟໍເນຍ.
ພວກທີ່ເປັນກະບອກສຽງແລະພວກທີ່ລອດຈາກການລ່ວງລະເມີດທາງເພດ, ມອງເບິ່ງໃນພາບ ຂອງພວກຄຸນພໍ່ກາໂຕຣິກ ທີ່ທຳການລະເມີດທາງເພດ ໂດຍພວກເຄາະຮ້າຍ ໃນກອງປະຊຸມຖະແຫຼງຂ່າວ, 6 ທັນວາ ທີ່ອໍແຣນຈ໌, ຄາລີຟໍເນຍ.

XS
SM
MD
LG