ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປະປາ ປະກອບ ພິທີທາງສາສະໜາທ່າມກາງ ການຮັກສາຄວາມປອດໄພເຄັ່ງຄັດ


ພະສັນຕະປະປາ ຊົງປະກອບພິທີທາງສາສະໜາ ທີ່ພະວິຫານເຊນປີເຕີ້ ໃນກຸງວາຕີກັນ (24 ທັນວາ 2010)
ພະສັນຕະປະປາ ຊົງປະກອບພິທີທາງສາສະໜາ ທີ່ພະວິຫານເຊນປີເຕີ້ ໃນກຸງວາຕີກັນ (24 ທັນວາ 2010)

ພະສັນຕະປະປາ Benedict ຊົງຮຽກຮ້ອງໃຫ້ມີສັນຕິພາບ
ຂະນະທີ່ພະອົງປະກອບພິທີທາງສາສະໜາ ໃນຄໍ່າຄືນກ່ອນ
ມື້ວັນບຸນຄຣິສຕ໌ມາສ ທ່າມກາງການຮັກສາຄວາມປອດໄພ
ຢ່າງເຄັ່ງຄັດລຸນຫຼັງທີ່ໄດ້ເກີດເຫດລະເບີດຫີບຫໍ່ 2 ຄັ້ງທີ່ກຸງ
ໂຣມໃນມື້ວັນພະຫັດຜ່ານມານີ້.

ຜູ້ຄົນຈຳນວນຫຼາຍພັນຄົນ ໄດ້ໄປຮ່ວມພິທີທາງສາສະໜາ
ໃນຕອນທ່ຽງຄືນ ທີ່ພະວິຫານເຊນປີເຕີ ໃນກຸງວາຕິກັນ.

ໄດ້ມີການຮັກສາຄວາມປອດໄພຢ່າງເຄັ່ງຢູ່ໃນພິທີດັ່ງກ່າວ.
ໃນປີກາຍນີ້ ແມ່ຍິງຄົນນຶ່ງທີ່ມີປະວັດກ່ຽວກັບໂຣກຈິດມາ
ກ່ອນ ໄດ້ເລັດລອດຜ່ານເຈົ້າໜ້າທີ່ຮັກສາຄວາມປອດໄພເຂົ້າໄປແລະຕຳພະສັນຕະປະປາ ລົ້ມລົງກັບພື້ນໃນລະຫວ່າງພິທີແຫ່.

ການແຕກຂຶ້ນຂອງລະເບີດທີ່ສົ່ງທາງໄປສະນີ ຢູ່ທີ່ສະຖານທູດ 2 ແຫ່ງໃນນະຄອນຫຼວງອີ
ຕາລີເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 2 ຄົນນຶ່ງໃນຈຳນວນນີ້ແມ່ນມີອາການສາຫັດ. ສະມາຊິກ ຂອງກຸ່ມສ້າງຄວາມວຸ້ນວາຍ ທີ່ຢາກລົ້ມລ້າງກົດໝາຍ ແລະລັດຖະບານກຸ່ມນຶ່ງ ໄດ້ອ້າງເອົາ
ຄວາມຮັບຜິດຊອບກ່ຽວກັບເຫດລະເບີດ ທີ່ສະຖານທູດສວິສເຊີນແລນ ແລະສະຖານທູດຊີ
ເລ.

ເຈົ້າໜ້າທີ່ທ່ານນຶ່ງຂອງກະຊວງພາຍໃນອີຕາລີກ່າວວ່າ ສະຖານທູດທັງ 2 ມີທ່າທາງວ່າໄດ້
ຕົກເປັນເປົ້າກໍຍ້ອນເມື່ອໄວໆມານີ້ສວິສເຊີແລນ ໄດ້ຈຳຄຸກສະມາຊິກຄົນນຶ່ງຂອງກຸ່ມທີ່ຢາກ
ລົ້ມລ້າງກົດໝາຍ ແລະລັດຖະບານໃນອີຕາລີ ຂະນະທີ່ອີກຄົນນຶ່ງ ໄດ້ເສຍຊີວິດໃນເຫດລະ
ເບີດຢູ່ປະເທດຊີເລ.

XS
SM
MD
LG