ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະ​ສັນ​ຕະ​ປາ​ປາ ຊົງ​ຮຽກ​ຮ້ອງ ​ໃຫ້​ປູ​ຕິນ ຢຸດ​ເຊົາ 'ວົງ​ຈອນ​ຄວາມ​ຮຸນ​ແຮງ' ໃນ​ຢູ​ເຄ​ຣນ


ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ໂບກ​ມື ຈາກ​ປະ​ຕູ​ປ່ອງ​ຢ້ຽມ ທຳ​ນຽບ​ອາ​ໂປ​ໂຕ​ໂລ ໃນ​ລະ​ຫວ່າງ​ອາ​ທິດ​ຂອງ​ການ​ສູນ​ມົນ​ພາ​ວະ​ນະ ທີ່​ວາ​ຕິ​ກັນ ເມື່ອ​ວັນ​ທີ 2 ຕຸ​ລາ 2022.
ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ໂບກ​ມື ຈາກ​ປະ​ຕູ​ປ່ອງ​ຢ້ຽມ ທຳ​ນຽບ​ອາ​ໂປ​ໂຕ​ໂລ ໃນ​ລະ​ຫວ່າງ​ອາ​ທິດ​ຂອງ​ການ​ສູນ​ມົນ​ພາ​ວະ​ນະ ທີ່​ວາ​ຕິ​ກັນ ເມື່ອ​ວັນ​ທີ 2 ຕຸ​ລາ 2022.

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຊົງ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມ​ຍ ປູ​ຕິນ ໃຫ້​ຍຸ​ຕິ “ວົງ​ຈອນ​ການ​ກໍ່​ຄວາມ​ຮຸນ​ແຮງ​ແລະ​ການ​ເສຍ​ຊີ​ວິດ” ໃນ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ.

ການ​ຮຽກ​ຮ້ອງຂອງ​ພະ​ສັນ​ຕະ​ປາ​ປາ​ແຟ​ຣ​ນ​ຊິ​ສ ມີ​ຂຶ້ນ​ໃນ​ວັນ​ອາ​ທິດ​ວານນີ້ ໃນພິ​ທີ​ສວດ​ມົນ​ພາ​ວະ​ນາ​ປະ​ຈຳ​ອາ​ທິດ ທີ່​ຈະ​ຕຸ​ລັດ​ເຊນ​ປີ​ເຕີ ຢູ່​ວາ​ຕິ​ກັນ ແມ່ນ​ນຶ່ງ​ໃນການ​ສະ​ແດງ​ອອກ​ທີ່​ແຮງ​ສຸດຂອງ​ພະ​ອົງ​ ​ນັບ​ແຕ່ໄດ້​ມີການ​ຮຸກ​ຮານ ​ເມື່ອວັນ​ທີ 24 ກຸມ​ພາ​ຜ່ານ​ມາ.

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ​ກ່າວ​ວ່າ “ການ​ຮ້ອງ​ຂໍ​ຂອງ​ເຮົາ ກ່ອນ​ອື່ນ​ໃດ​ທັງ​ໝົດ​ແມ່ນ​ມີ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ຣັດ​ເຊຍ ໂດຍ​ຮຽກ​ຮ້ອງ​ໃຫ້​ທ່ານ​ຈົ່ງ​ໄດ້​ຢຸດ​ເຊົາ ນອກນັ້ນ​ຍັງ​ຂໍ​ໃຫ້​ເຫັນ​ແກ່​ຄວາມ​ຮັກ​ແພງ​ຕໍ່​ປະ​ຊາ​ຊົນ ໃນ​ວົງ​ຈອນ​ການ​ກໍ່​ຄວາມ​ຮຸນ​ແຮງ​ແລະ​ການ​ເສຍ​ຊີ​ວິດ.”

ພະ​ສັນ​ຕະ​ປາ​ປາ​ຊົງ​ກ່າວ​ຕື່ມ​ວ່າ “ໃນ​ອີກ​ດ້ານ​ນຶ່ງນັ້ນ ຮູ້​ສຶກ​ເສົ້າ​ສະ​ຫຼົດ​ໃຈ​ເປັນ​ຢ່າງ​ໃຫຍ່ ຕໍ່​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ​ທີ່​ໄດ້​ຮັບລຸນ​ຫຼັງການ​ຮຸກ​ຮານ ໃນ​ຂະ​ນະ​ດຽວ​ກັນ ເຮົ​າກໍຂໍ​ສົ່ງ​ຄຳ​ຮ້ອງ​ຮຽນ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ໃຫ້​ເປີດກວ້າງ​ຢ່າງ​ຈິງ​ຈັງ ​ຕໍ່​ຂໍ້​ສະ​ເໜີ​ສັນ​ຕິ​ພາບ.

ນອກ​ນັ້ນ ຜູ້​ນຳ​ຂອງ​ສາ​ສະ​ໜາ​ກາ​ໂຕ​ລິກ ຍັງ​ໄດ້ຕຳ​ໜິ​ຕິ​ຕຽນ​ຢ່າງ​ແຮງຕໍ່​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ສົງ​ຄາມ​ນິວ​ເຄ​ລຍ ໂດຍ​ເອີ້ນ​ວ່າ ເປັນ​ເລື້ອງ “​ທີ່​ໄຮ້​ເຫດ​ຜົນ.”

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ກ່າວ​ວ່າ “ເຮົາ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສະ​ຖາ​ນະ​ການ ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ສອງ​ສາມມື້​ທີ​ຜ່ານ​ມານີ້ ໃນ​ການ​ທີ່​ຈະ​ເອົາ​ບາດ​ກ້າວ​ເພີ້ມ​ຕື່ມ​ທີ່​ຂັດ​ກັບ​ຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ. ຄວາມ​ຈິງ​ແລ້ວ ມັນ​ເປັນ​ການ​ສ່ຽງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ທາງ​ດ້ານ​ນິວ​ເຄ​ລຍ ໄປ​ສູ່​ຈຸດ​ທີ່​ຢ້ານ​ວ່າ​ຈະ​ຄວບ​ຄຸມ​ບໍ່​ໄດ້ ແລະ​ເປັນ​ໄພ​ພິ​ບັດ ​ທີ່​ຕິດ​ຕາມ​ມາ​ຢູ່​ໃນ​ທົ່ວ​ໂລກ.”

ການ​ຮຽກ​ຮ້ອງຂອງ​ພະ​ສັນ​ຕະ​ປາ​ປາ​ມີ​ຂຶ້ນ 2 ມື້ ຫຼັງ​ຈາກ​ທ່ານ​ປູ​ຕິນ ກ່າວ​ໃນ​ຄຳ​ປາ​ໄສ​ຢູ່​ວັງ​ເຄ​ຣັມ​ລິນ ຊຶ່ງ​ທ່ານ​ໄດ້​ປະ​ກາດ​ຮວມ​ເອົາ​ສີ່​ເຂດ​ຂອງ​ຢູ​ເຄ​ຣນ​ທີ່ກຳ​ລັງ​ຣັດ​ເຊຍ​ຄວບ​ຄຸມ​ເປັນ​ບາງ​ສ່ວນ​ນັ້ນ ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ.

​ໃນຄຳ​ປາ​ໄສເມື່ອ​ວັນ​ທີ 30 ກັນ​ຍາ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ຍັ​ງ​ໄດ້​ທຳ​ການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ ຊຶ່ງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ການ​ໃຫ້​ຄວາມ​ເຫັນ​ກ່ອນ​ໜ້າ​ນີ້ ຊຶ່ງ​ທ່ານ​ໄດ້​ເຕືອນ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ “ນີ້​ບໍ່​ແມ່ນ​ການ​ຂູ່​ຂວັນ.”

ວັງ​ເຄ​ຣັມ​ລິນ​ຍັງ​ບໍ່​ທັນ​ໄດ້​ສ​ະ​ແດງ​ປະ​ຕິ​ກິ​ລິ​ຍາ​ໃດ ກ່ຽວ​ກັບ​ການ​ຮຽກ​ຮ້ອງ​ຂອງ​ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG