ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປະປາ Benedict ສະເດັດປະພາດອັງກິດ


ພະສັນຕະປະປາ Benedict ຊົງກ່າວວ່າສາສະໜາ
ກາໂຕລິກບໍ່ໄດ້ດຳເນີນການຢ່າງໄວແລະເດັດຂາດພຽງພໍ
ເພື່ອຮັບມືກັບພວກພະທີ່ໄດ້ລ່ວງລະເມີດທາງເພດຕໍ່ພວກ
ເດັກນ້ອຍແລະພະອົງເອງໄດ້ຊົງມີຄວາມຕື່ນຕົກໃຈແລະ
ເສົ້າເສຍໃຈກ່ຽວກັບຂ່າວນອງນັນນີ້.

ພະສັນຕະປະປາຊົງໃຫ້ຄວາມເຫັນດັ່ງກ່າວຕໍ່ພວກນັກຂ່າວ
ຢູ່ເທິງເຮືອບິນໃນລະຫວ່າງທີ່ສະເດັດໄປຍັງປະເທດອັງກິດ
ບ່ອນທີ່ພະອົງໄດ້ຊົງໄປເຖິງໃນວັນພະຫັດມື້ນີ້ ຊຶ່ງເປັນການ
ສະເດັດປະພາດເທື່ອທີ 2 ຂອງພະສັນຕະປະປາສາສະໜາ ໂຣມັນກາໂຕລິກ ນັບແຕ່ສາສະໜາຄຣິສຕ໌ໃນປະເທດອັງ ກິດໄດ້ແຍກໂຕອອກ​ໄປ ໃນສັດຕະວັດທີ 16.

ພະສັນຕະປະປາ Benedict ໄດ້ຊົງພົບປະກັບພະຣາຊີນີ ເອລີຊາແບັດ ຫຼັງຈາກສະເດັດໄປເຖິງສະໜາມບິນເມືອງ Edinburgh ​ໄດ້ບໍ່ດົນ.

ການສະເດັດປະພາດເປັນເວລາ 4 ມື້ຂອງອົງສັນຕະປະປາ ແມ່ນຮວມທັງການຢຸດແວ່ທີ່
ເມືອງ Glasgow ກຸງລອນດອນ ແລະເມືອງ Birmingham.

XS
SM
MD
LG