ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປະປາ ຮຽກຮ້ອງ ໃຫ້ຊາວໜຸ່ມ ເຄົາລົບ ຜູ້ເຖົ້າຜູ້ແກ່ (ສະໄລດ໌)


ພວກຊາວໜຸ່ມ ທີ່ໄປລໍຄອຍ ຕ້ອນຮັບພະສັນຕະປະປາ ທີ່ຫາດ Copacabana ເພື່ອສະເຫຼີມສະຫຼອງ ວັນຊາວໜຸ່ມໂລກ (25 ກໍລະກົດ 2013)
ພວກຊາວໜຸ່ມ ທີ່ໄປລໍຄອຍ ຕ້ອນຮັບພະສັນຕະປະປາ ທີ່ຫາດ Copacabana ເພື່ອສະເຫຼີມສະຫຼອງ ວັນຊາວໜຸ່ມໂລກ (25 ກໍລະກົດ 2013)
ພະສັນຕະປະປາ Francis ຊົງຊຸກຍູ້ ໃຫ້ພວກຊາວໜຸ່ມ ໃຫ້ກຽດ
ແກ່ພໍ່ເຖົ້າແມ່ເຖົ້າແລະປູ່ຍ່າຕາຍາຍຂອງພວກເຂົາເຈົ້າ ໃນມື້ວັນ
ສຸກວານນີ້ ຂະນະທີ່ພະອົງ ຊົງໃຫ້ໂອວາດ ແກ່ຝູງຊົນ ທີ່ນະຄອນ
Rio de Janeiro ເນື່ອງໃນໂອກາດ ການສະເຫລີມສະຫຼອງວັນ
ຊາວໜຸ່ມໂລກ ຂອງສາສະໜາກາໂຕລິກ.

ພະສັນຕະປະປາ Francis ຊົງໃຫ້ຂໍ້ສັງເກດວ່າ ວັນສຸກວານນີ້
ເປັນວັນພໍ່ເຖົ້າ ແມ່ເຖົ້າແລະປູ່ຍາຕາຍາຍ ຢູ່ໃນບຣາຊິລ ແລະ
ໃນຫຼາຍໆປະເທດ. ພະອົງຊົງຕັດວ່າ ພວກຊາວໜຸ່ມຄວນຂອບ
ອົກຂອບໃຈ ຕໍ່ພໍ່ເຖົ້າແມ່ເຖົ້າແລະປູ່ຍ່າຕາຍາຍຂອງພວກເຂົາ
ເຈົ້າ ສຳລັບສະຕິປັນຍາ ທີ່ພວກເພິ່ນໄດ້ແບ່ງປັນໃຫ້.

ພະສັນຕະປະປາຊົງກ່າວວ່າ “ໃນວັນຊາວໜຸ່ມຂອງໂລກນີ້ ພວກຊາວໜຸ່ມປະສົງທີ່ຈະຮັບຮູ້ ແລະໃຫ້ກຽດແກ່ພໍ່ເຖົ້າແມ່ເຖົ້າ ແລະປູ່ຍ່າຕາຍາຍຂອງພວກເຂົາເຈົ້າ. ພວກເຂົາເຈົ້າຂໍສະ ແດງຄວາມຄຳນັບຕໍ່ພໍ່ເຖົ້າແມ່ເຖົ້າ ແລະປູ່ຍ່າຕາຍາຍ ດ້ວຍຄວາມຮັກແພງແລະນັບຖື. ຕໍ່ ພວກພໍ່ເຖົ້າແມ່ເຖົ້າແລະປູ່ຍ່າຕາຍາຍນັ້ນ ພວກເຮົາຂໍສະແດງຄວາມເຄົາລົບຕໍ່ພວກເພິ່ນ. ພວກຊາວໜຸ່ມ ຂໍສະແດງຄວາມຄຳນັບຕໍ່ພໍ່ເຖົ້າແມ່ເຖົ້າ ແລະປູ່ຍ່າຕາຍາຍ ແລະຂອບອົກ ຂອບໃຈພວກເພິ່ນ ທີ່ໄດ້ຮູ້ເຫັນເປັນພະຍານຢູ່ຕໍ່ມາ ໃນສະຕິປັນຍາຂອງພວກເພິ່ນ.”

ການເຮັດໃຫ້ຊ່ອງຫວ່າງແຄບລົງ ລະຫວ່າງພວກຊາວໜຸ່ມແລະພວກຜູ້ສູງອາຍຸແລ້ວ ແມ່ນ ເນື້ອໄນອັນສຳຄັນຂອງພະສັນຕະປະປາ ໃນລະຫວ່າງທີ່ພະອົງສະເດັດປະພາດບຣາຊີລ.

ໃນຄືນວັນພະຫັດຜ່ານມາ ພວກຊາວໜຸ່ມຫຼາຍຮ້ອຍພັນຄົນ ຈາກທົ່ວໂລກ ໄດ້ໄປໂຮມຊຸມ
ນຸມກັນ ຢູ່ຫາດຊາຍ Copacabana ທີ່ມີຊື່ສຽງ ຂອງນະຄອນ Rio de Janeiro ເພື່ອຟັງ ການໃຫ້ໂອວາດຂອງພະສັນຕະປະປາ ທີ່ມີພະຊົນມາຍຸ 76 ປີແລ້ວນັ້ນ.

ພິທີສະເຫຼີມສະຫຼອງວັນຊາວໜຸ່ມໂລກແມ່ນເນັ້ນໃຫ້ເຫັນເຫດການສຳຄັນໃນການສະເດັດ ປະພາດປະເທດບຣາຊີລເປັນເວລານຶ່ງສັບປະດາຂອງອົງສັນຕະປະປາ.

XS
SM
MD
LG