ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປະປາ ສະຫຼອງ ວັນຊາວໜຸ່ມໂລກ ທີ່ນະຄອນ Rio (ສະໄລດ໌)


ປະຊາຊົນພາກັນຕ້ອນຮັບພະສັນຕະປະປາ ຂະນະທີ່ພະອົງ ສະເດັດໄປຢ້ຽມ ຄຸ້ມຄົນທຸກ Varginha ໃນນະຄອນ Rio de Janeiro (25 ກໍລະກົດ 2013)
ປະຊາຊົນພາກັນຕ້ອນຮັບພະສັນຕະປະປາ ຂະນະທີ່ພະອົງ ສະເດັດໄປຢ້ຽມ ຄຸ້ມຄົນທຸກ Varginha ໃນນະຄອນ Rio de Janeiro (25 ກໍລະກົດ 2013)
ພະສັນຕະປະປາ Francis ຊົງສະເຫຼີມສະຫຼອງວັນຊາວໜຸ່ມໂລກ ໃນຄືນວັນພະຫັດ ວານນີ້ ທີ່ຫາດຊາຍ Copacabana ທີ່ມີຊື່ສຽງ ຂອງບຣາຊີລ.

ພວກຊາວໜຸ່ມຫຼາຍຮ້ອຍພັນຄົນຈາກທົ່ວໂລກໄດ້ໄປໂຮມຊຸມນຸມ
ກັນ ທີ່ຫາດຊາຍນະຄອນ Rio de Janeiro ເພື່ອຟັງການເທສະ
ນາຂອງພະສັນຕະປະປາ.

ພະສັນຕະປະປາ Francis ຊົງກ່າວຕ້ອນຮັບພວກຊາວໜຸ່ມ ໃນ
ອັນທີ່ພະອົງເອີ້ນວ່າ ເປັນເທດສະການ ມະໂຫລານ ແຫ່ງຄວາມ
ສັດທາ.

ພິທີສະເຫຼີມສະຫຼອງວັນຊາວໜຸ່ມໂລກແມ່ນເນັ້ນໃຫ້ເຫັນເຫດການສຳຄັນໃນການສະເດັດ
ປະພາດປະເທດບຣາຊີລ ເປັນເວລານຶ່ງສັບປະດາ ຂອງອົງສັນຕະປະປາ.

ໃນຕອນເຊົ້າຂອງວັນພະຫັດວານນີ້ ພະສັນຕະປະປາ Francis ທີ່ຊົງປະສູດຢູ່ປະເທດອາ ເຈັນຕິນານັ້ນ ໄດ້ປະກອບພິທີທາງສາສະໜາ ທີ່ພະວິຫານໃຫຍ່ໃນເຂດນະຄອນ Rio de Janeiro ສຳລັບຊາວອາເຈັນຕິນາ ທີ່ພຳນັກອາໄສຢູ່ໃນນະຄອນດັ່ງກ່າວ.

ກ່ອນການປະກອບ ພິທີທາງສາສະໜານັ້ນ ພະສັນຕະປະປາ ໄດ້ຊົງພົບປະກັບພວກນັກກິ
ລາຮວມທັງທ້າວ Zico ນັກເຕະບານ ທີ່ມີຊື່ສຽງ ແລະກໍຊົງອວຍພອນ ໃຫ້ແກ່ທຸງຊາດບຣາ
ຊິລ. ນະຄອນ Rio de Janeiro ຈະເປັນເຈົ້າພາບຈັດການແຂ່ງຂັນເຕະບານຊິງຂັນໂລກ ໃນປີໜ້າ ແລະການແຂ່ງຂັນກິໂລາໂອລິມປິກ ໃນປີ 2016.

ນອກນັ້ນແລ້ວ ພະສັນຕະປະປາຍັງຊົງໄດ້ສະເດັດໄປຢ້ຽມຄຸ້ມຄົນທຸກຫຼື favelas ເພື່ອສືບ
ຕໍ່ການປະຕິບັດໜ້າທີ່ຂອງພະອົງທີ່ຮຽກຮ້ອງເອົາໃຈໃສ່ຕໍ່ພວກຄົນທຸກຍາກ ແລະພວກທີ່ບໍ່
ມີຄວາມສຳຄັນ.

XS
SM
MD
LG