ມີການຄາດຄະເນກັນຫຼາຍຂື້ນວ່າ ຜູ້ໃດຈະຖືກຄັດເລືອກໃຫ້
ເປັນຜູ້ນໍາ ສາສະໜາໂຣມັນຄາໂຕລິກ ຄົນຕໍ່ໄປ ນຶ່ງມື້ຫລັງ
ຈາກພະສັນຕະປະປາ Benedict ໄດ້ຊົງສ້າງຄວາມຕື່ນຕົກ
ໃຈໃຫ້ແກ່ໂລກ ດ້ວຍການປະກາດວ່າ ພະອົງຈະລາອອກ
ຈາກໜ້າທີ່.
ພະສັນຕະປະປາ ຊຶ່ງເປັນຄົນເຢຍຣະມັນ ທີ່ຮູ້ກັນໃນເມື່ອກ່ອນວ່າ ພະ ກາດີນານ Joseph Ratzinger ນັ້ນ ຊົງກ່າວຕໍ່ ພະກາດີນານກຸ່ມນຶ່ງ ໃນວັນຈັນວານນີ້ ໃນຂະນະທີ່ມີການປະຊຸມກັນຕາມປົກກະຕິວ່າ ພະອົງ ຈະຊົງລາອອກຈາກຕໍາແໜ່ງ ໃນວັນທີ 28 ເດືອນກຸມພານີ້ ເພາະວ່າ ຄວາມແກ່ຊະລາພາບຂອງພະອົງ ເຮັດໃຫ້ເປັນການຍາກລໍາບາກຫຼາຍ ຂຶ້ນ ໃນການປະຕິບັດພາລະໜ້າທີ່ຂອງອົງ.
ວີດິໂອ ພະສັນຕະປາປາ ປະກາດລາອອກ:
ພະສັນຕະປະປາ Benedict ຈະເປັນສັນຕະປະປາຄົນທໍາອິດທີ່ຊົງລາອອກຈາກໜ້າທີ່ ນັບຕັ້ງແຕ່ປີ 1415 ເປັນຕົ້ນມາ ເວລາພະສັນຕະປະປາ Gregory ໄດ້ຊົງລາອອກ ເພື່ອແກ້ໄຂບັນຫາຂັດແຍ້ງ ການເປັນຜູ້ນໍາຂອງສາສະໜາຄາໂຕລິກ ທີ່ມີຜູ້ນັບຖືເຖິງ 1 ພັນ 2 ຮ້ອຍລ້ານຄົນຢູ່ໃນທົ່ວໂລກ.
ສຸຂະພາບຂອງພະສັນຕະປະປາ Benedict ເຫັນວ່າ ຊຸດໂຊມລົງຢ່າງ ເປັນໄດ້ແຈ້ງ ໃນລະຍະ 8 ປີ ທີ່ພະອົງເປັນຜູ້ນໍາຂອງສາສະໜາໂຣມັນ ຄາໂຕລິກຊຶ່ງເປັນລະຍະສັ້ນທີ່ສຸດຂອງໃນການເຂົ້າຮັບໜ້າທີ່ເປັນສັນຕະ ປະປາ ໃນປະຫວັດສາດສະໄໝໃໝ່. ປະຕິທິນການເດີນທາງຂອງພະ ສັນຕະປະປາ ອາດຈະລໍາບາກ ແລະນ້ອງຊາຍຂອງພະອົງ ຄືພະສັງ ຄະຣາດ George Ratzinger ໄດ້ກ່າວຕໍ່ບັນດານັກຂ່າວວ່າ ພະສັນຕະປະປາ ໄດ້ຖືກແນະນໍາຈາກທ່ານໝໍຂອງທ່ານ ບໍ່ໃຫ້ເດີນທາງອອກຂ້າມມະຫາສະມຸດອັດລັນຕິກອີກ.
ປະຕິກິລິຍາກ່ຽວກັບ ການປະກາດ ລາອອກ ຂອງພະສັນຕະປາປາ: