ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະສັນຕະປາປາ Francis ປະພາດເມັກຊິໂກ ຫຼັງຈາກ ໄດ້ພົບປະ ກັບພະສັງຄະຣາດ Kirill


Pope Patriach
please wait
Embed

No media source currently available

0:00 0:00:42 0:00

ຫລາຍ​ພັນ​ຄົນ​ໄດ້​ພາກັນ​ຮ້ອງ​ໂຮ ​ແລະ​ໃຫ້ການ​ຕ້ອນຮັບ​ຢ່າງ​
ອົບ​ອຸ່ນ​ແກ່ ພະ​ສັນ​ຕະ​ປາປາ Francis ​ເວລາ​ພະ​ອົງ​ໄດ້​ສະ​
ເດັດ​ອອກ​ມາ​ຈາກ​ເຮືອບິນ ທີ່​ນະຄອນ Mexico City ​ໃນ​ຄໍ່າ
​ຄືນວັນ​ສຸກວານ​ນີ້.

ນີ້​ເປັນ​ການ​ສະ​ເດັດປະພາດຢ່າງເປັນ​ທາງ​ການ​ເທຶ່ອທຳ​ອິດ
ຂອງພະ​ສັນຕະປາປາ Francis ຢູ່ປ​ະ​ເທດທີ່​ມີ​ຜູ້​ຄົນ​ນັບຖື​
ສາສະໜາ​ຄາ​ໂທ​ລິກຢ່າງ​ຫຼວງ​ຫລາຍ. ພ​ະອົງ​ໄດ້​ຖືກ​ຕ້ອນຮັບ
​ຈາກ ປະທານາທິບໍດີ Enrique Pena Nieto ສະຕີໝ​າຍ
ເລກ​ໜຶ່ງ ທ່ານ​ນາງ Angelica Rivera ບັນດານັກ​ຟ້ອນ​ພື້ນ​
ເມືອງ​ແລະຝູງ​ຊົນ​ທີ່ໜາ ​ແໜ້ນ ໃຫ້​ຄວາ​ມ​ເຄົາລົບ​ໂດຍ​ໂບກ
​ໂຄມ​ໄຟ​ສາຍ​ໃຫ້​ຖືກ​ກັບຈັງຫວະສຽງ​ເພງ​ຂອງ ​ຄະນະວົງ​ດົນຕີ.

ພະ​ສັນຕະປາປາ Francis ​ໄດ້​ສະ​ເດັດໄປເຖິງນະຄອນ Mexico City ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​
ຫລັງ​ຈາກພະ​ອົງ ​ແລະຜູ້ນຳ​ສູງ​ສຸດ​ຂອງ​ສາສະໜາ​ອອກ​ໂທ​ດັອກຣັດ​ເຊຍ ຄື​ພະ​ສັງຄະຣາດ
Kirill ​ລົງ​ພະນາ​ມ​ໃນ​ຄຳ​ປະກາດ​ຮ່ວມ ເພື່ອ​ຄວາມ​ເປັນ ​ອັນ​ນຶ່ງ​ອັນ​ດຽວ ​ທາງ​ສາສະໜາ.

ການ​ພົບ​ປະ​ຄັ້ງ​ປະຫວັດສາດ​ນີ້ ​ແມ່ນແນ​ໃສ່​ການຮຳບາດ​ແຜໃນຄວາມ​ແຕກ​ແຍກ ​ທີ່ມີ​ມາ
​ເປັນ​ເວລາ 1000 ປີ ລະຫວ່າ​ງສອງ​ນິກາຍຂອງ​ສາສະໜາ​ຄຣິສຄື​ນິກາຍ ຕາ​ເວັນ​ຕົກ ​ແລະ
​ຕາ​ເວັນ​ອອກ.

ພະສັນຕະປາປາ Francis, ກາງ, ທັກທາຍກັບຊາວໜຸ່ມ ທີ່ນຸ່ງເຄຶ່ງພື້ນເມືອງ.
ພະສັນຕະປາປາ Francis, ກາງ, ທັກທາຍກັບຊາວໜຸ່ມ ທີ່ນຸ່ງເຄຶ່ງພື້ນເມືອງ.

ພະ​ສັນຕະປາປາ Francis ຜູ້ນຳ​ສາສະໜາ​ໂຣ​ມັນ​ຄາ​ໂທ​ລິກ ​ແລະ​ພະ​ສັງຄະ​ຣາດ Kirill
​ໄດ້​ກອດ ​ແລະ​ຈູບແກ້ມຊຶ່ງ​ກັນ​ແລ​ະກັນສາມ​ເທຶ່ອ​ແຕ່ລະ​ເບື້ອງ ​ໃນ​ຂະນະ ​ທີ່​ພວກ​ເພິ່ນ​ທັງ
​ສອງໄດ້​ພົບປະ​ກັນ​ ທີ່ສະໜາມບິນນາໆ​ຊາດ Jose Marti ​ໃນ​ນະຄອນຮາ​ວາ​ນາ.

ຄຳ​ປະກາດ ກ່າວ​ວ່າ “ພວກ​ເຮົາຫວັງ​ວ່າ ການ​ພົບ​ປະ​ຂອງ​ພວກ​ເຮົາ​ຈະ​ປະກອບສ່ວນ ​
ໃນ​ການ​ສ້າງ​ຄວາມ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ​ຄືນ​ໃໝ່ ​ທີ່​ປາດ​ຖະໜາ​ໂດຍ​ພະ ຜູ້​ເປັນ​ເຈົ້າ.”

ຜູ້ນຳ​ສູງ​ສຸດ​ຂອງ​ສາສະໜາ​ອອກ​ໂທ​ດັອກຣັດ​ເຊຍ ຄື​ພະ​ສັງຄະຣາດ Kirill (ຂວາ) ຢ່າງຢູ່ຂ້າງ ປະທານາທິບໍດີ ຄິວບາ ທ່ານ Raul Castro.
ຜູ້ນຳ​ສູງ​ສຸດ​ຂອງ​ສາສະໜາ​ອອກ​ໂທ​ດັອກຣັດ​ເຊຍ ຄື​ພະ​ສັງຄະຣາດ Kirill (ຂວາ) ຢ່າງຢູ່ຂ້າງ ປະທານາທິບໍດີ ຄິວບາ ທ່ານ Raul Castro.

ພະ​ສັງຄະຣາດ Kirill ກຳລັງ​ຢ້ຽມຢາມຄິວ​ບາ ຢ່າງ​ເປັນ​ທາງ​ການ ​ແລະ​ພະ​ສັນ​ຕະປາປາ
Francis ​ໄດ້​ຢຸດ​ແວ່ເປັນ​ເວລາ​ສັ້ນໆ ທີ່​ນະຄອນ​ຮາ​ວາ​ນາ ໃນ​ການ​ເດີນທາງ​ຂອງ​ພະ​ອົງ
​ໄປ​ຍັງປະ​ເທດເມັກ​ຊິ​ໂກ.

ສອງນິກາຍ​ຂອງ​ສາສະໜາຄຣິສ ​ໄດ້​ແຍກ​ອອກ​ຈາ​ກັນໃນ​ປີ 1054 ຍ້ອນບັນ​ຫາ​ຕ່າງໆ
​ເຊັ່ນ​ເລື້ອງ​ຄວາມ​ເປັນ​ໃຫຍ່​ຂອງ​ພະ​ສັນຕະປາປາ​ແລະ​ການ​ກ່າວ​ຫາ​ໂດຍ ​ສາສະໜາ
​ອອກ​ໂທ​ດັອກ ຂອງຣັດ​ເຊຍ​ວ່າ ຄາ​ໂທ​ລິກກຳລັງ​ພະຍາຍ​າມລ່ວງລໍ້າ ​ເພື່ອ​ຫາ​ທາງໃຫ້
​ມີ​ການ​ປ່ຽນ​ແປງ​ສາສະໜາ ຢູ່​ໃນຣັດ​ເຊຍ ​ແລະ​ແຫ່ງ​ອື່​ແນໆ.

XS
SM
MD
LG