ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປະປາ ນຳພາ ສະຫລອງ ສັບປະດາ ສັກສິດ ຂອງບຸນ Easter (ວີດີໂອ)


ສັນຕະປາປາ Francis ຖືກຮັບຕ້ອນ ຈາກບັນດາຊາວໜຸ່ມ ທີ່ ຈະຕຸລັດ St Peter’s ທີ່ສຳນັກວາຕິກັນ ໃນນະຄອນຫລວງ ໂຣມ ຂອງປະເທດ ອີຕາລີ, ວັນທີ 13 ເມສາ 2014.
ສັນຕະປາປາ Francis ຖືກຮັບຕ້ອນ ຈາກບັນດາຊາວໜຸ່ມ ທີ່ ຈະຕຸລັດ St Peter’s ທີ່ສຳນັກວາຕິກັນ ໃນນະຄອນຫລວງ ໂຣມ ຂອງປະເທດ ອີຕາລີ, ວັນທີ 13 ເມສາ 2014.
ພະ​ສັນ​ຕະປາປາ Francis ​ໄດ້​ເປີດ​ສາກ ການ​ເຮັດບຸນ​
ໃນ​ສັບປະດາ​ສັກສິດ ຫລື ສັບປະດາບຸນ Easter ​ໂດຍ
ການສູດ​ມົນ​ພາວະນາ ຮ່ວມກັບ​ບັນດາ​ຜູ້​ສະ​ແຫ​ວງບຸນ
ທີ່ຈະ​ຕຸ​ລັດ St Peter’s ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ເອີ້ນ​ວ່າ
Palm Sunday ນັ້ນ.

ພະສັນຕະປາປາ ​ບໍ່ໄດ້​ເອົາຫົວຊາ​ກັບ​ບົດ​ເທດ​ສະນາ ທີ່
​ມີ​ການ​ກະກຽມໄວ້​ໃຫ້ ກ່ອນ ​ ​ແຕ່ໄດ້​ກ່າວ​ໂດຍ​ກົງທັງ​ໝົດ​
ຈາກ​ປາກຄຳຕົນ​ເອງ ​ໃນ​ອັນ​ທີ່​ເປັນ​ການ​ຫັນເຫ​ອອກ​ຈາກ
​ພາກ​ປະຕິບັດທີ່​ໄດ້​ກະທຳ​ມາ​ແຕ່​ໃດໆ. ຕໍ່​ມາ ພະ​ອົງ​ໄດ້​ຊົງ
ຂື້ນ​ລົດ ຂອງ​ສັນຕະປາປາ ​ເພື່ອ​ຖ່າຍ​ຮູບໃຫ້​ພະ​ອົງ​ເອງ ​
ຮ່ວມກັບ​ບັນດາ​ຊາວ​ໜຸ່ມທີ່​ພາ ກັນລໍຖ້າ​ຢູ່​ຢ່າງ​ໜ້າ​ແໜ້ນ​.

ສັນຕະປາປ​າ Francis ​ໄດ້ຊົງ​ຮຽກຮ້ອງ​ໃຫ້ຜູ້​ຄົນ ຮວມ​ທັງ​ພະ​ອົງ​ເອງ ​ໃຫ້​ພາກັນ​ເບິ່ງ
ຫົວ​ໃຈ​ຂອງ​ເຂົາ​ເຈົ້າ​ເອງ​ວ່າ ​ເຂົາ​ເຈົ້າ​ພາກັນ​ມີ​ຊີວິດ​ຢູ່​ຢ່າງ​ໃດ.

ຢູ່​ໃນ​ຝູງ​ຊົນ​ປະມານ 100,000 ຄົນ ​ທີ່​ມີ​ທັງ​ຊາວເມືອງ​ໂຣມ ນັກ​ທ່ອງ​ທ່ຽວ ​ແລະ​ຜູ້​ສະ​ແຫວ​ງບຸນນັ້ນ ຜູ້​ຄົນ​ພາກັນ​ຖື​ງ່າ​ຂອງ​ຕົ້ນ Olive ​ງ່າໃບ​ຕານ ຫລື​ໃບ​ຕານ ​ທີ່​ນຳ​ມາ​ເປຍ​ເປັນ​ຮູບ
​ໄມ້​ກາງ​ເຂນ ທີ່ ສັນ​ຕະປາປາ Francis ​ໄດ້ສູດ​ໃຫ້​ພອນ​ ​ໃນ​ເວລາ​ເລີ້ມ​ພິທີ.
POPE PALM SUNDAY VOSOT
please wait

No media source currently available

0:00 0:01:11 0:00
XS
SM
MD
LG