ພະສັນຕະປາປາ ແຟຣນຊິສ ຊົງຮຽກຮ້ອງໃຫ້ພວກຫົວໜ້າບາດ
ຫຼວງສາສະໜາຄຣິສ ຈາກທົ່ວເອເຊຍ ຮັບຟັງປະຊາຊົນທີ່ມາ
ຈາກວັດທະນະ ທຳຕ່າງກັນ ແຕ່ກໍໃຫ້ຮັກສາເອກະລັກກາໂຕລິກ
ຂອງຕົນໄວ້.
ໃນການພົບປະກັບພວກຫົວໜ້າບາດຫຼວງ 60 ອົງໃນວັນອາທິດ
ມື້ນີ້ ທີ່ສຸສານ Haemi Martyrdom Holy Ground ຂອງເກົາ
ຫຼີໃຕ້ ໃນແຂວງ Chungcheong ເໜືອ ພະສັນຕະປາປາ ແຟຣນ
ຊິສ ຊົງຮຽກຮ້ອງພວກປະເທດຕ່າງໆເຊັ່ນ ຈີນແລະເກົາຫຼີເໜືອ
ໃຫ້ຊຸກຍູ້ສົ່ງເສີມໃຫ້ມີການໂອລົມສົນທະນາກັນທີ່ເໝາະສົມ ກັບນະຄອນວາຕີກັງ. ຈີນໄດ້ຕັດສາຍພົວພັນຢ່າງເປັນທາງການ ກັບວາຕີກັງ ຫຼັງຈາກພັກຄອມມີວ ນິສ ຂຶ້ນກຳອຳນາດໃນປີ 1949.
ພະສັນຕະປາປາຊົງກ່າວວ່າ ສາສະໜາກາໂຕລິກໂຣມັນ ມີຄວາມໝາຍໝັ້ນເພື່ອທຳ
ການໂອ້ລົມສົນທະນາກັນກັບທຸກໆຄົນ ພາຍໃຕ້ນ້ຳໃຈແຫ່ງຄວາມເປີດກວ້າງກັບພວກ
ຄົນອື່ນໆ.
ສຸສານ Haemi Martyrdom Holy Ground ເປັນບ່ອນທີ່ພວກຊາວກາໂຕລິກໂຣມັນ ຈຳນວນຫລາຍກວ່າ 1000 ຄົນໄດ້ຖືກຝັງທັງເປັນໃນ ລະຫວ່າງປີ 1866 ຫາປີ 1882
ໃນລະຫວ່າງການປົກຄອງຂອງ ລາດຊະວົງ Joseon.
ໃນຕອນບ່າຍວັນອາທິດມື້ນີ້ ຊຶ່ງເປັນມື້ທີສີ່ຂອງການສະເດັດປະພາດເຂດເອເຊຍເປັນເວ
ລາຫ້າມື້ຂອງພະອົງ ພະສັນຕະປາປາແຟຣນຊິສ ມີໝາຍກຳນົດທີ່ຈະປະກອບພິທີທາງສາສະໜາ ອັດວັນຍຸວະຊົນເອເຊຍຫຼື Asian Youth Day.
ໃນວັນເສົາວານນີ້ ພະສັນຕະປາປາໄດ້ປະກອບພິທີທາງສາສະໜາກາງແຈ້ງຢ່າງຂະໜານໃຫຍ່ ໃນໃຈກາງນະຄອນຫຼວງໂຊລ ເພື່ອປະສາດພອນໃຫ້ແກ່ຜູ້ຍອມສະຫຼະຊີບຊາວເກົາ
ຫຼີ 124 ຄົນທີ່ໄດ້ຖືກຂ້າຕາຍໃນສັດຕະວັດທີ 18 ແລະ 19 ຍ້ອນບໍ່ຍອມປະລະສາສະໜາຄຣິສ ຂອງເຂົາເຈົ້າ.