ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສັນຕະປາປາ ປະສາດພອນ ໃຫ້ແກ່ ຜູ້ສະຫຼະຊີບ ເພື່ອ ສາສະໜາ ຊາວເກົາຫຼີ (ສະໄລດ໌/ວີດີໂອ)


ການເທດສະນາ ຂອງພະສັນຕະປາປາ ທີ່ປະຕູໃຫຍ່ Gwanghwamun ເພື່ອເຂົ້າໄປໃນພະລາດຊະວັງ Gyeongbokgung ທີ່ນະຄອນຫຼວງໂຊລ (16 ສິງຫາ 2014)
ການເທດສະນາ ຂອງພະສັນຕະປາປາ ທີ່ປະຕູໃຫຍ່ Gwanghwamun ເພື່ອເຂົ້າໄປໃນພະລາດຊະວັງ Gyeongbokgung ທີ່ນະຄອນຫຼວງໂຊລ (16 ສິງຫາ 2014)

ພະສັນຕະປາປາຟຣັງຊິສໄດ້ປະກອບພິທີທາງສາສະໜາກາງ
ແຈ້ງຂະໜາດໃຫຍ່ ຂຶ້ນທີ່ໃຈກາງ ນະຄອນຫຼວງໂຊລ ເພື່ອປະ
ສາດພອນໃຫ້ແກ່ຜູ້ທີ່ຍອມສະຫລະຊີວິດ ເພື່ອສາສະໜາຊາວ
ເກົາຫຼີຈຳນວນ 124 ຄົນທີ່ໄດ້ຖືກຂ້າຕາຍໃນສັດຕະວັດທີ 18
ແລະ 19 ຍ້ອນບໍ່ຍອມປະສາສະໜາຄຣິສຕ໌.

ພິທີປະສາດພອນ ແມ່ນບາດກ້າວຂັ້ນສຸດທ້າຍ ກ່ອນທີ່ຈະໄດ້
ກາຍເປັນນັກບຸນ ຢູ່ໃນສາສະໜາຄາໂທລິກ.

ໃນການເທດສະໜາຕໍ່ຝູງຊົນຫຼາຍຮ້ອຍພັນຄົນໃນວັນເສົາມື້ນີ້
ຢູ່ທີ່ Gwangwamun Gate ໃນນະຄອນໂຊລນັ້ນ ພະສັນຕະປາປາ ຟຣັງຊິສ ອີກຄັ້ງນຶ່ງ ຊົງໄດ້ກ່າວຕຳໜິຕິຕຽນ ກ່ຽວກັບຊ່ອງຫວ່າງຄວາມຫຼຸດໂຕນລະຫວ່າງຄົນຮັ່ງມີແລະຜູ້ທຸກ ຍາກ. ນີ້ແມ່ນເນື້ອໄນສຳຄັນທີ່ພະສັນຕະປາປາໄດ້ຊົງກ່າວເນັ້ນໜັກອີກນັບຕັ້ງແຕ່ພະອົງ ສະເດັດໄປເຖິງ ໃນວັນພະຫັດຜ່ານມາ.

ໃນວັນສຸກວານນີ້ ພະສັນຕະປາປາຟຣັງຊິສ ໄດ້ຊົງຮຽກຮ້ອງ ໃຫ້ພວກຊາວໜຸ່ມເກົາຫຼີໃຕ້ ເກືອບ 50,000 ຄົນ ໂດຍຂໍຮ້ອງ​ໃຫ້​ເຂົາ​ເຈົ້າ ປະຖິ້ມ​ແນວທາງ ວັດ​ຖຸ​ນິຍົມ ທີ່​ສ້າງຄວາມ
ທຸກ​ທໍລະມານ​ໃຫ້​ແກ່ສ່ວນ​ໃຫຍ່​ຂອງ​ເຂດເອ​ເຊຍ ແລະປະຕິ​ເສດ ຕໍ່​ອັນ​ທີ່​ພ​ະອົງ​ຮ້ອງ​ວ່າ
ລະບົບ​ເສດຖະກິດທີ່ “ໄຮ້ຄວາມເປັນມະນຸດ” ​ທີ່ໄດ້ຕັດສິດ ພວກຄົນທຸກ​ຍາກ​ນັ້ນ.

ກ່ອນ​ປະກອບພິທີທາງສາສະໜາ ພະສັນ​ຕະປາປາຟັງຊິສ ​ໄດ້​ຊົງພົບ​ປະ​ກັບ​ບັນດາ​ຄອບ
ຄົວ​ຈຳນວນນຶ່ງຂອງພວກເຄາະ​ຮ້າຍ ​ເຮືອ​ຂ້າມ​ຟາກ Sewol ​ຫລົ້ມ​ ໃນ​ເດືອນ​ເມສາ​ຜ່ານ
ມານີ້.

POPE SOKOR SOTVO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG