ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະສັນຕະປາປາ ສະເດັດຢ້ຽມຢາມ ພວກທີ່ລອດຊີວິດ ຈາກລົມໄຕ້ຝຸ່ນ Haiyan ໃນ ຟິລິບປີນ


ພະສັນຕະປາປາ Francis ຍິ້ມຫົວ ໃນລະຫວ່າງຖວາຍມະຫາບູຊາ ທີ່ພະວິຫານໃຫຍ່ ໃນນະຄອນຫຼວງມະນີລາ.
ພະສັນຕະປາປາ Francis ຍິ້ມຫົວ ໃນລະຫວ່າງຖວາຍມະຫາບູຊາ ທີ່ພະວິຫານໃຫຍ່ ໃນນະຄອນຫຼວງມະນີລາ.

ພະ​ສັນຕະປາປາ Francis ​ໄດ້​ເດີນທາງ​ໄປ​ເມືອງ Tacloban
ທາງ​ພາກ​ຕາ​ເວັນ​ອອກ​ຂອງຟິລິບ​ປີນ ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ໃຫ້​
ກຳລັງ​ໃຈ ​ແກ່ບັນດາ​ພວກທີ່ ລອດຊີວິດມາໄດ້ ​ຈາກໄຕ້ຝຸ່ນ​ຍັກ​
ໃຫຍ່ Haiyan ທີ່ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຮ້າຍແຮງໃຫ້​ແກ່​ຂົງ​
ເຂດໃນ​ເດືອນ​ພະຈິກ​ປີ 2013 ​ເຮັດ​ໃຫ້ 7,350 ຄົນເສຍ ​ຊີວິດ
ຫລື​ບໍ່ກໍຫາຍ​ສາບ​ສູນ.

ພະ​ສັນຕະປາປາ ທີ່ນຸ່ງ​ເສຶ້ອກັນ​ຝົນ​ຕຸ້ມບາງໆ ​ໄດ້​ກ່າວ​ຕໍ່​ຝູງ​ຊົນ
​ປະມານ 150 ພັນຄົນ ທີ່​ໃສ່ເສື້ອກັນຝົນຄືກັນ ໄດ້ພາກັນ​ຢືນຢູ່
​ຕາກ​ຝົນທີ່ຕົກລົງມາຢ່າງ​ໜັກ ​ແລະ​ລົມ​ແຮງ ​ເວລາ​ທີ່​ພະອົງ​ໄດ້
​ເບິ່ງລາຍ​ງານຂ່າວຂອງ​ໄຕ້​ຝຸ່ນຈາກ​ນະຄອນ​ໂຣມ ພະອົງ​ຈຶ່ງໄດ້​
ຕັດສິນ​ໃຈ​ໃນ​ທັນ​ໃດ ທີ່​ຈະ​ຢ້ຽມຢາມປິ​ລິບ​ປີນ.

ພະ​ສັນຕະປາປາຊົງ​ຮັບ​ຮູ້ເຖິງ​ຄວາມທຸກ​ທໍລະມານ ທີ່​ໄຕ້​ຝຸ່ນ​ໄດ້​ທຳລາຍ ​ແລະ​ກ່າວ​ວ່າ ພະອົງ​ ພຽງ​ແຕ່ສາມາດ “ຍ່າງ” ​ໄປ​ກັບ​ເຂົາເຈົ້າ​ດ້ວຍ "ຫົວ​ໃຈ​ມິດ​ງຽບ.” ເທົ່ານັ້ນ.

ພະ​ສັນ​ຕະ​ປາປາ ກ່າວ​ວ່າ “ພວກ​ເຈົ້າ ຫລາຍໆ​ຄົນໄດ້​ສູນ​ເສຍ​ທຸກ​ຢ່າງ. ເຮົາບໍ່​ຮູ້​ວ່າ​ຈະ​
ກ່າວ​ຢ່າງ​ໃດ​ຕໍ່​ພວກ​ເຈົ້າ. ​ແຕ່ວ່າ ພະຜູ້​ເປັນ​ເຈົ້າ​ຮູ້​ດີວ່າ ຈະ​ກ່າວ​ຢ່າງ​ໃດ​ຕໍ່​ພວກ​ເຈົ້າ. ສ່ວນ
​ນຶ່ງ​ຂອງ​ພວກ​ເຈົ້າ ​ໄດ້​ສູນ​ເສຍ​ບາງສ່ວນ​ຂອງຄອບຄົວໄປ. ສິ່ງ​ທີ່ເຮົາສາມາດເຮັດ​ໃດ້ທັງ
ໝົດນັ້ນກໍຄື ຢູ່ໃນຄວາມ​ງຽບ​ສະຫງົບ ​ແລະເຮົາ​ຍ່າງ​ນຳ​ພວກ​ເຈົ້າ ດ້ວຍຫົວ​ໃຈ​ທີ່ຢູ່​ໃນ
ຄວາມ​ມິດ​ງຽບ.”

ຫລັງ​ຈາກ​ພິທິຖວາຍມະຫາບູຊາແລ້ວ ພະ​ສັນ​ຕະປາປາ Francis ​ໄດ້​ປະກາດ​ວ່າ ພະ​ອົງ
​ຕ້ອງ​ໄດ້​ສີ້​ນສຸດ​ການ​ຢ້ຽມຢາມຂອງ ພະອົງກ່ອນກຳນົດ ເພື່ອ​ຫລີ​ກລ່ຽງ ລົມພາຍຸ​ລະດູ​ຮ້ອນ
​ທີ່​ກຳລັງເຄື່ອນ​ເຂົ້າ​ມານັ້ນ.

ພະ​ສັນຕະປາປາ ຜູ້​ທີ່​ໄດ້ສະເດັດໄປ​ເຖິງຟິລິບ​ປີນ ​ໃນ​ວັນ​ພະຫັດຜ່ານມານີ້ ກ່າວ​ວ່າ ການ
​ຢ້ຽມຢາມ​ຂອງພະ​ອົງ ​ແມ່ນເພື່ອຈະ​ສະ​ແດງ ​ຄວາມ​ໃກ້ຊິດ​ຕິດແທດກັບ​ປະຊາຊົນ ຜູ້​ທີ່​ໄດ້​
ຮັບຄວາມ​ເຈັບ​ປວດ ສູນ​ເສຍ​ແລະ​ໄດ້ຮັບຄວາມເສຍຫາຍຢ່າງ ຮ້າຍແຮງ ຍ້ອນລົມໄຕ້​ຝຸ່ນ
Haiyan.

POPE ASIA TRIP VOSOTVO
please wait

No media source currently available

0:00 0:01:01 0:00

XS
SM
MD
LG