ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ທັນວາ ໒໐໒໕

ພະສັນຕະປາປາ ໃຫ້ການອະນຸມັດ ຕໍ່ການເປັນນັກບຸນ ຂອງ ຄຸນແມ່ເທເຣຊາ


ພະສັນຕະປາປາ Francis ຊົງອວຍພອນໃຫ້ແກ່ໂປສເຕີ້ ຄຸນແມ່ເທເຣຊາ ໃນຂະນະທີ່ພະອົງ ຢູ່ໃນລົດ ທີ່ຂັບຜ່ານຝູງຊົນ
ທີ່ນະຄອນຫຼວງ Tirana ປະເທດອາລບາເນຍ. (ວັນທີ 21 ກັນຍາ 2014)
ພະສັນຕະປາປາ Francis ຊົງອວຍພອນໃຫ້ແກ່ໂປສເຕີ້ ຄຸນແມ່ເທເຣຊາ ໃນຂະນະທີ່ພະອົງ ຢູ່ໃນລົດ ທີ່ຂັບຜ່ານຝູງຊົນ ທີ່ນະຄອນຫຼວງ Tirana ປະເທດອາລບາເນຍ. (ວັນທີ 21 ກັນຍາ 2014)

ນະຄອນ​ວາ​ຕິ​ກັນ ​ກ່າວ​ວ່າ ພະ​ສັນຕະປາປາ Francis ຜູ້ນຳ​ຂອງ
​ສາສະໜາ​ໂຣມັນ​ກາ​ໂຕ​ລິກ ໄດ້​ຊົງ​ຮັບ​ຮູ້​ ສິ່ງ​ມະຫັດສະຈັນ ອັນ​ທີ​
ສອງກ່ຽວ​ກັບ​ມື້ລາງ​ຄຸນ​ແມ່​ເທ​ເຣຊາ​ຊຶ່ງ​ເປັນ​ການ​ແຜ້ວ​ທາງ​ໃຫ້​ຄຸນ
​ແມ່​ອົງ​ນີ້ ​ເລື່ອນ​ຖານະ​ສູງ​ຂຶ້ນ ​ໃນ​ການ​ທີ່​ຈະ​ໄດ້​ເປັນ​ນັກບຸນ.

​ເຈົ້າໜ້າ​ທີ່​ວາ​ຕິ​ກັນ ​ກ່າວໃນ​ວັນ​ສຸກ​ມື້ນີ້ວ່າ ພະ​ສັນຕະປາປາ ​ຊົງ
​ໃຫ້ການ​ອະນຸມັດ​ຕໍ່ດຳ​ລັດ​ຮັບ​ຮູ້ເລື້ອງມະຫັດສະຈັນກ່ຽວ​ກັບ​ການ
​ຮ້ອງ​ຂໍ​ຕໍ່ຄຸນ​ແມ່​ເທ​ເຣຊາ.

​ເລື້ອງມະຫັດສະຈັນ​ທີ່​ກ່າວ​ເຖິງ​ຢູ່​ໃນ​ດຳລັດນີ້ ​ກໍ​ແມ່ນຜູ້​ຊາຍ​ຊາວ
ບຣາຊີ​ລຄົນ​ນຶ່ງ ທີ່​ເປັນ​ເນື້ອງອກ​ໃສ່​ສະໝອງ ​ແຕ່​ໄດ້​ຫາຍ​ດີ​ແບບ
​ທີ່​ບໍ່​ສາມາດ​ໃຫ້ການ​ອະທິບາຍ​ໄດ້ເມື່ອ​ປີ​ 2008.​ ກ່າວ​ກັນ​ວ່າ ຜູ້ຊາຍ​ຄົນ​ນີ້ໄດ້​ຫາຍ​ດີ​ຫລັງ
ຈາກ​ພັນ​ລະ​ຍາ​ຂອງ ລາວ​ໄດ້​ສວດ​ມົ​ນພາວະນາ ອງ​ຂໍ​ຕໍ່​ຄຸນ​ແມ່​ເທ​ເ​ຣຊາ.

ສື່​ມວນ​ຊົນ​ຂອງ​ອີ​ຕາ​ລີລາ​ຍງານ​ວ່າ​ ພິທີ​ປະກາດ​ໃຫ້ຄຸນແມ່ເທເຣຊາ​ເປັນ​ນັກບຸນຢ່າງ​ເປັນ​
ທາງການ​ຄາດ​ວ່າ​ ຈະ​ມີ​ຂຶ້ນ​ໃນ​ເດືອນ​ກັນຍ າ​ປີ​ 2016​ ຊຶ່ງ​ຈະ​ເປັນ​ນຶ່ງ​ ໃນ​ເຫດການ​ສຳຄັນ​
ຂອງ​ອັນ​ທີ່​ເອີ້ນວ່າ ປີ​ສັກສິດ​ແຫ່ງ​ຄວາມ​ເມດ​ຕາ​ຫຼື Holy Year of Mercy ຂອງ​ພະ​ສັນຕະ
ປາປາ Francis.

ຄຸນ​ແມ່​ເທ​ເຣຊາ​ໄດ້​ມີ​ຊື່​ສຽງ​ໂດ່​ງດັງ​ຍ້ອນ​ວຽກ​ງານ​ການ​ຊ່ອຍ​ເຫລືອ​ພວກ​ຄົນ​ທຸກຕະຫຼອດ
​ຊີວິດ​ຂອງເພິ່ນ​ ​ໂດຍ​ໃຫ້​ບໍລິການດ້ານບ່ອນ​ພັກ​ພາ​ອາ​ໄສແກ່​ພວກ​ທີ່​ບໍ່​ມີ​ບ້ານ​ເຮືອນ​ ສ້າງ​
ບ່ອນ​ລ້ຽງ​ເດັກ​ກຳພ້າ​ ​ຕະຫລອດ​ທັງ​ບ່ອນ​ກິນ​ເຂົ້າ ​ແລະ​ບ່ອນປິ່ນປົວ ໃຫ້​ແກ່​ພວກ​ຄົນ​ທຸກ
​ຍາກ​ຢູ່​ໃນ​ທົ່ວ​ໂລກ.

Mother Teresa
please wait

No media source currently available

0:00 0:00:50 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG