ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະ​ສັນ​ຕະ​ປາ​ປາ ຂໍ​ຂະ​ມ​າ​ໂທດ ສຳ​ລັບ "ຄວາມ​ໂຫດ​ຮ້າຍ" ທີ່​ໄດ້​ກະ​ທຳ ​ຢູ່​ໂຮງ​ຮຽນ​ຊົນ​ເຜົ່າ​ພື້ນເມືອງ


ພະ​ສັນ​ຕະ​ປາ​ປາ (ກາງ) ລົມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ຄົນ​ພື້ນ​ເມືອງ​ຢູ່ສວນ​ອຸດ​ທະ​ຍານ ມັ​ສ​ກາ, ເມືອງ ມາ​ສວາ​ຊິ​ສ, ລັດ ອາ​ລ​ເບີ​ຕ້າ, ປະ​ເທດ ກາ​ນາ​ດາ, 25 ກໍ​ລະ​ກົດ, 2022.
ພະ​ສັນ​ຕະ​ປາ​ປາ (ກາງ) ລົມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ຄົນ​ພື້ນ​ເມືອງ​ຢູ່ສວນ​ອຸດ​ທະ​ຍານ ມັ​ສ​ກາ, ເມືອງ ມາ​ສວາ​ຊິ​ສ, ລັດ ອາ​ລ​ເບີ​ຕ້າ, ປະ​ເທດ ກາ​ນາ​ດາ, 25 ກໍ​ລະ​ກົດ, 2022.

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໄດ້​ຂໍ​ຂະ​ມາ​ໂທດ​ໃນ​ວັນ​ຈັນ​ວານນີ້​ສຳ​ລັບ​ບົດ​ບາດ​ຂອງ​ໂບດ​ກາ​ໂຕ​ລິກ ກ່ຽວ​ກັບ ນະ​ໂຍ​ບາຍ​ເກົ່າ​ຂອງ ກາ​ນາ​ດາ ໃນ​ການ​ແຍກ​ເດັກ​ນ້ອຍ​ຊົນ​ເຜົ່າ​ພື້ນ​ເມືອງ​ອອກ​ຈາກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໂຮງ​ຮຽນ​ຄ​ຣິ​ສ​ຕຽນ, ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ລ່ວງ​ລະ​ເມີດ.

ພະ​ສັນ​ຕະ​ປາ​ປາ ແຟ​ຣ​ນ​ຊິ​ສ ໄດ້​ກ່າວ​ຢູ່​ອະ​ດີດ​ໂຮງ​ຮຽນ​ກິນ​ນອນ​ຊົນ​ເຜົ່າ​ພື້ນ​ເມືອງ​ໃນ​ເມືອງ ມາ​ສວາ​ຊິ​ສ, ລັດ ອາ​ລ​ເບີ​ຕ້າ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ກາ​ນາ​ດາ ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ສຳ​ລັບ​ການ​ອະ​ໄພ​ຍະ​ໂທດ​ໃນ​ຄວາມ​ໂຫດ​ຮ້າຍ​ທີ່​ກໍ່​ໂດຍ​ຊາວ​ຄ​ຣິ​ສ​ຕຽນຫລາຍ​ຄົນ​ຕໍ່​ປະ​ຊາ​ຊົນ​ພື້ນ​ເມືອງ.”

ເດັກ​ນ້ອຍ​ຊົນ​ເຜົ່າ​ພື້ນ​ເມືອງຫຼາຍກວ່າ 150,000 ຄົນ​ໃນ​ ກາ​ນາ​ດາ ຖືກ​ບັງ​ຄັບ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິນນອນ​ຄ​ຣິ​ສ​ຕຽນ ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ຈາກ​ທ້າຍ​ຊຸມ​ປີ 1880 ຫາ ຊຸມ​ປີ 1970 ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ແຍກ​ເຂົາ​ເຈົ້າ​ອອກ​ຈາກ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ເຂົາ​ເຈົ້າ.

ເດັກ​ນ້ອຍຫຼາຍ​ຄົນ​ໄດ້​ຖືກ​ລ່ວງ​ລະ​ເມີດ​ທາງ​ຮ່າງ​ກາຍ ແລະ ເພດ​ໃນ​ລະ​ບົບ​ທີ່​ຄະ​ນະ​ກຳ​ມາ​ທິ​ການ​ຄວາມຖືກ​ຕ້ອງ ແລະ ຄວາມ​ປອງດອງ​ຂອງ​ກາ​ນາ​ດາ ໄດ້​ເອີ້ນ​ວ່າ “ວັດ​ທະ​ນະ​ທຳ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​.”

ປະ​ຊາ​ຊົນ​ພື້ນ​ເມືອງຫຼາຍ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ວັນ​ຈັນ​ວານນີ້​ ເພື່ອ​ຟັງ​ພະ​ສັນ​ຕະ​ປາ​ປາ​ກ່າວ​ຄຳ​ປາ​ໄສ​ຢູ່​ໃກ້​ກັບ​ສະ​ຖານ​ທີ່​ຕັ້ງ​ຂອງ​ອະ​ດີດ​ໂຮງ​ຮຽນ​ກິນ​ນອ​ນ ດິນ​ເດຍ ເອີ​ມີ​ເນັ​ສ​ກິນ, ຫຼາຍ​ຄົນ​ໄດ້​ນຸ່ງ​ຊຸດ​ພື້ນ​ເມືອງ. ຄົນ​ອື່ນໆ​ໄດ້​ໃສ່​ເສື້ອ​ສີ​ສົ້ມ, ເຊິ່ງ​ແມ່ນ​ສັນ​ຍາ​ລັກ​ຂອງ​ຜູ້​ລອດ​ຊີ​ວິດ​ຈາກ​ໂຮງ​ຮຽນ​ກິນນອນ​ນັ້ນ.

ພະ​ສັນ​ຕະ​ປາ​ປາ​ໄດ້​ກ່າວ​ວ່າ ໂຮງ​ຮຽນ​ກິນ​ນອນ​ດັ່ງ​ກ່າວ​ແມ່ນ “ຄວາມ​ຜິດ​ພາດ​ທີ່​ຮ້າຍ​ແຮງ” ທີ່ “ບໍ່​ສາ​ມາດ​ປຽບ​ທຽບ” ກັບ​ຄຳ​ສອນ​ຂອງ​ພະ​ເຍ​ຊູ ແລະ ໄດ້​ກ່າວ​ວ່າໂຮງ​ຮຽນ​ທີ່​ວ່າ​ນັ້ນ ມີ​ຜົນ​ກະ​ທົບ “ຢ່າງຫຼວງຫຼາຍ” ຕໍ່​ປະ​ຊາ​ຊົນ​ພື້ນ​ເມືອງຫຼາຍ​ລຸ້ນ​ຄົນ.

ພະ​ສັນ​ຕະ​ປາ​ປາ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ອະ​ໄພ​ຍະໂທດ, ໂດຍ​ສະ​ເພາະ, ສຳ​ລັບ​ວິ​ທີ​ທີ່​ສະ​ມາ​ຊິກຫຼາຍ​ຄົນ​ໃນ​ໂບດ ແລະ ຊຸມ​ຊົນ​ສາ​ສະ​ໜາ​ຕ່າງໆ​ໄດ້​ຮ່ວມ​ມື​ກັນ, ໂດຍ​ສະ​ເພາະ​ຜ່ານ​ການ​ຂາດ​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ, ໃນ​ໂຄງ​ການ​ທີ່​ທຳ​ລາຍ​ວັດ​ທະ​ນະ​ທຳ ແລະ ບັງ​ຄັບ​ໃຫ້​ດູດ​ຊຶມ​ເອົາ ທີ່​ຖືກ​ສົ່ງ​ເສີມ​ໂດຍ​ລັດ​ຖະ​ບານ​ໃນ​ເວ​ລາ​ນັ້ນ.”

ເພິ່ນ​ໄດ້​ຂໍ​ຂະ​ມາ​ໂທດ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ໂບດ​ກາ​ໂຕ​ລິກ ກ່ຽວ​ກັບ “ຄວາມ​ຄິດ​ອາ​ນາ​ນິ​ຄົມ” ແລະ ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ສືບ​ສວນ​ສອບ​ສວນ​ຢ່າງ​ຈິງ​ຈັງ” ກ່ຽວ​ກັບ ຄວາມ​ເຈັບ​ປວດ​ທີ່​ກະ​ທົບ​ຕໍ່​ພວກ​ເດັກ​ນ້ອ​ຍ​ພື້ນ​ເມືອງ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ ກາ​ໂຕ​ລິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG