ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະສັນຕະປາປາ ຂໍອະໄພສຳລັບ ອາຊະຍາກຳ ທີ່ໂບດກາໂຕລິກ ໄດ້ກໍ່ຂຶ້ນໃນປະເທດ ໄອຣ໌ແລນ


ພະສັນຕະປາປາ ຟຣານຊິສ ສະຫຼອງພິທີສັກສິດຢູ່ສວນ ຟີນິກສ໌, ນະຄອນຫຼວງ ດັບບລິນ, ປະເທດ ໄອຣ໌ແລນ. 26 ສິງຫາ, 2018.
ພະສັນຕະປາປາ ຟຣານຊິສ ສະຫຼອງພິທີສັກສິດຢູ່ສວນ ຟີນິກສ໌, ນະຄອນຫຼວງ ດັບບລິນ, ປະເທດ ໄອຣ໌ແລນ. 26 ສິງຫາ, 2018.

ພະສັນຕະປາປາໄດ້ “ຂໍອະໂຫສິກຳຈາກພະເຈົ້າ” ສຳລັບຂ່າວນອງນັນ ກ່ຽວກັບ ການ
ລ່ວງລະເມີດທາງເພດ ທີ່ໄດ້ສົ່ງຜົນກະທົບຕໍ່ໂບດໂຣມັນກາໂຕລິກ.

ພະສັນຕະປາປາ ໄດ້ກ່າວຢູ່ສານເຈົ້າໃນເມືອງ ນັອກ, ປະເທດ ໄອຣ໌ແລນ, ໃນວັນອາ
ທິດວານນີ້ວ່າ ຂ່າວນອງນັນແມ່ນ “ບາດແຜເປີດກວ້າງ” ແລະ ມາດຕະການທີ່ “ເດັດ
ດ່ຽວ” ແລະ “ໜັກແໜ້ນ” ຕ້ອງໄດ້ຖືກນຳມາໃຊ້ເພື່ອຊອກຫາ “ຄວາມຈິງ ແລະ ລົງ
ໂທດ.”

ພະສັນຕະປາປາ ຟຣານຊິສ໌ ຍັງໄດ້ປະນາມໂບດໃນປະເທດ ໄອຣ໌ແລນ ສຳລັບວິທີທີ່
ສະຖານບັນຕ່າງໆຂອງ ໄອຣ໌ແລນ ທີ່ຖືກຄວບຄຸມໂດຍໂບດກາໂຕລິກ ໄດ້ຍຶດເອົາລູກ
ຂອງພວກແມ່ ທີ່ບໍ່ໄດ້ເຂົ້າພິທີແຕ່ງດອງ ແລະ ສະເໜີໃຫ້ຄົນອື່ນຮັບເອົາໄປລ້ຽງ. ພະ
ອົງກ່າວວ່າ ການກະທຳດັ່ງກ່າວນັ້ນ ໄດ້ຍາດເອົາຄວາມບໍລິສຸດຂອງພວກເດັກນ້ອຍ
ໄປ, ເຮັດໃຫ້ພວກເດັກນ້ອຍ “ຖືກປະຖິ້ມ” ແລະ “ມີບາດແຜຈາກຄວາມຈຳທີ່ເຈັບປວດ
ຕ່າງໆ.”

ພະສັນຕະປາປາ ຟຣານຊິສ ໄດ້ມ້ວນທ້າຍການຢ້ຽມຢາມປະເທດ ໄອຣ໌ແລນ ຂອງ
ເພິ່ນລົງດ້ວຍການທຳພິທີທາງສາສະໜາກາງແຈ້ງຂະໜາດໃຫຍ່ ໃນສວນ ຟີນິກສ໌
ຂອງນະຄອນຫຼວງ ດັບບລິນ, ບ່ອນທີ່ພະສັນຕະປາປາອີກຄັ້ງນຶ່ງ ໄດ້ຂໍອະໂຫສິກຳ
ເມື່ອໂບດບໍ່ສາມາດທີ່ຈະມອບຄວາມເມດຕາສົງສານໃຫ້ “ຜູ້ລອດຊີວິດຈາກການລ່ວງ
ລະເມີດທຸກປະເພດ.”

ປະຊາຊົນຫຼາຍຮ້ອຍພັນຄົນໄດ້ພາກັນສູ້ທົນ ຕໍ່ສະພາບອາກາດທີ່ມີຝົນຕົກ ແລະ ລົມ
ພັດແຮງ ເພື່ອຟັງພະສັນຕະປາປາ ຟຣານຊິສ ສູດມົນເທດສະໜາ, ໃນຂະນະທີ່ບ່ອນ
ອື່ນໆອີກຫຼາຍພັນແຫ່ງ ໃນຕົວເມືອງດັ່ງກ່າວນັ້ນ ໄດ້ທຳການປະທ້ວງຕໍ່ການລ່ວງລະ
ເມີດຂອງພວກນັກບວດທັງຫຼາຍ. ພວກປະທ້ວງໃນເມືອງ ທວມ (Tuam) ໄດ້ອ່ານຊື່
ຂອງແອນ້ອຍ ແລະ ເດັກນ້ອຍໄວໜຸ່ມປະມານ 800 ຄົນ ຜູ້ທີ່ໄດ້ເສຍຊີວິດໃນສະຖານ
ລ້ຽງເດັກກຳພ້າທີ່ຖືກຄວບຄຸມໂດຍໂບດກາໂຕລິກຢູ່ທີ່ນັ້ນ, ສ່ວນໃຫຍ່ໃນລະຫວ່າງຊຸມ
ປີ 1950.

ການຂໍອະໂຫສິກຳຂອງພະສັນຕະປາປາ ສຳລັບຂ່າວນອງນັນການລ່ວງລະເມີດທາງ
ເພດນັ້ນ ໄດ້ມີຂຶ້ນໃນຂະນະທີ່ຈົດໝາຍຂອງຫົວໜ້າບາດຫຼວງ ຄາໂລ ມາເຣຍ ວິກາໂນ
ໄດ້ຖືກເປີດເຜີຍໃນໜັງສືພິມກາໂຕລິກແຫ່ງຊາດ. ໃນຈົດໝາຍຍາວ 11 ໜ້ານັ້ນ, ພະ
ວິກາໂນ, ທູດປະຈຳ ສະຫະລັດ ທີ່ອອກບຳນາດແລ້ວຂອງວັງ ວາຕິກັງ, ໄດ້ກ່າວຫາພະ
ສັນຕະປາປາ ຟຣານຊິສ ແລະ ເຈົ້າໜ້າທີ່ວັງວາຕິກັງຄົນອື່ນໆ ກ່ຽວກັບ ການບໍ່ເອົາຫົວ
ຊາຕໍ່ການກ່າວອ້າງລ່ວງລະເມີດທາງເພດ ຕໍ່ເຈົ້າໜ້າທີ່ລະດັບສູງຂອງໂບດກາໂຕລິກ
ສະຫະລັດ ທ່ານ ທີໂອດໍ ແມັກແຄຣິກ ຜູ້ທີ່ຖືກບັງຄັບໃຫ້ລາອອກໃນເດືອນທີ່ຜ່ານມາ
ຫຼັງຈາກການສືບສວນສອບສວນຂອງໂບດໄດ້ພົບເຫັນຄວາມໜ້າເຊື່ອຖື ໃນການກ່າວ
ອ້າງຕ່າງໆວ່າ ລາວໄດ້ລ່ວງລະເມີດເດັກນ້ອຍອາຍຸຕໍ່າກວ່າກະສຽນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pope's Visit Reveals Decline of Church's Power in Ireland
please wait

No media source currently available

0:00 0:02:34 0:00

XS
SM
MD
LG