ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Prince ນັກດົນຕີ ຊື່ສຽງໂດ່ງດັງ ຂອງ ສຫລ ເສຍຊີວິດແລ້ວ ຮວມອາຍຸໄດ້ 57 ປີ


ນົກກາງ​ແກ​ສັນຕິພາບກຳລັງ​ຮ້ອງ​ໄຫ້​ອີ​ຫຼີແລ້ວ​ເວລາ​ນີ້ ນັ້ນຄື​ຄຳ​ເວົ້າຂອງ​ຍານາງ Oprah Winfrey ນັກ​ສື່​ມວນ​ຊົນຄົນ​ສຳຄັນ​ຂອງ​ອາ​ເມຣິກັນກ່າວ​ກ່ຽວ​ກັບການ​ເສຍ​ຊີວິດຂອງ​ນັກ​ດົນຕຣີ Prince ທີ່​ມີ​ຊື່​ສຽງ​ໂດ່​ງດັງຊຶ່ງ​ເປັນ​ການ​ອ້າງ​ອີງ​ເຖິງ​ບົດ​ເພງ When Doves Cry ຂອງ​ຜູ້ກ່ຽວ.

Prince ນັກ​ສິນລະປິນ​ອາຍຸ 57​ ປີ ​ໄດ້​ເສຍ​ຊີວິດ ​ໃນ​ຕອນ​ເຊົ້າວັນ​ພະຫັດ​ວານ​ນີ້ ທີ່​ເຮືອນ​ຂອງ​ຜູຸ້ກ່ຽວ​ເອງ ຢູ່​ໃນ​ເຂດ​ຊານ​ເມືອງຂອງ​ນະຄອນ Minneapolis ລັດ Minnesota ​ໃນ​ພາກ​ເໜືອ​ຂອງ​ສະຫະລັດ.

ສາ​ເຫດ​ໃນ​ການ​ເສຍ​ຊີວິດ​ນັ້ນ ຍັງ​ບໍ່​ທັນ​ມີ​ການ​ລົງ​ຄວາມ​ເຫັນ​ເທື່ອ. ຜົນ​ຂອງ​ການສັນ​ນະ​ສູດ​ສົບ​ໃນ​ວັນ​ສຸກ​ມື້ນີ້ຄາດ​ວ່າ ຈະ​ໃຊ້​ເວລາ​ຫຼາຍມື້ຈຶ່ງ​ຈະ​ເປັນ​ທີ່​ຮູ້ຈັກ​ກັນ ອີງ​ຕາມ​ຄຳ​ເວົ້າ ຂອງ​ເຈົ້າໜ້າ​ທີ່.

Prince Celebrations
please wait
Embed

No media source currently available

0:00 0:01:33 0:00

​ເຈົ້າໜ້າ​ທີ່ ໃນ​ເຂດ​ເມືອງ​ດັ່ງກ່າວ​ເວົ້າວ່າ ຕົນ​ໄດ້​ພົບ​ເຫັນ​ນັກ​ດົນຕີ​ຊື່​ດັງ​ຄົນ​ນີ້ ບໍ່ມີອາການ​ຕອບ​ຮັບ​ໃດໆຢູ່​ໃນ​ລິບ ​ເວລາ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຮຽກ​ໂຕ ໃຫ້ໄປທີ່ເຮືອນຂອງຜູ້ກ່ຽວຊຶ່ງ ຕັ້ງຢູ່ໃນເຂດຊານເມືອງນັ້ນ. ລາວໄດ້ຖືກປະກາດວ່າເສຍຊີວິດຫຼັງຈາກເຂົາເຈົ້າໄດ້ພະຍາ ຍາມຊ່ອຍລາວໃຫ້ຫາຍໃຈ ແຕ່ບໍ່ສຳເລັດ.

ຜູ້ຊາຍທີ່ບໍ່ລະບຸຊື່ຄົນນຶ່ງ ໄດ້ໂທລະສັບໄປຫາເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ 911 ເພື່ອຮ້ອງຂໍການຊ່ອຍເຫຼືອໃຫ້ນັກ​ສິນລະປິນ Prince ​ແຕ່​ບໍ່​ຮູ້​ໝາຍ ​ເລກ​ທີ່ຢູ່​ຂອງ​ເຮືອນ​ຜູ້ກ່ຽວ ອີງ​ຕາມ​ບັນທຶກ​ຂອງ​ການ​ສົນທະນາ. ລາວ​ກ່າວ​ວ່າ ພວກ​ເຮົາ​ຢູ່​ທີ່​ເຮືອນ​ຂອງ​ນັກ​ສິນ​ລະ​ປິນ Prince ​ແລະ​ຜູ້​ຄົນ​ກຳລັງ​ພາກັນ​ຕື່ນ​ຕົກ​ໃຈ.

ນັກ​ສິນລະປິນ Prince ​ໄດ້​ເຂົ້າຮັບ​ການ​ພະຍາບານ​ຕົວ​ເມື່ອ​ອາທິດ​ແລ້ວນີ້. ​ເຮືອ ບິນ​ສ່ວນ​ຕົວ​ຂອງ​ລາວ​ ໄດ້​ລົງ​ຈອດ​ສຸກ​ເສີນ ​ທີ່​ລັດ Illinois ຫລັງ​ຈາກ​ໄດ້​ໄປສະ​ແດງຄອນ​ເຊີດ​ທີ່​ລັດ Georgia. ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ໃດໆ​ກ່ຽວ​ກັບ ສຸຂະພາບ​ຂອງ​ຜູຸ້ກ່ຽວ​ໃນ​ເວລາ​ນີ້​ເທື່ອ.

Prince ບໍ່​ແມ່ນຊື່​ເທິງ​ເວທີ​ການສະ​ແດງ​ຂອງ​ລາວ​ແຕ່​ຢ່າງ​ໃດ.​ ລາວ​ມີ​ຊື່​ແຕ່​ກຳ​ເນີ​ດວ່າ Prince Rogers Nelson ທີ່ເກີດຢູ່​ເມືອງ Minneapolis ​ເມື່ອ​ວັນ​ທີ 7 ມິຖຸນາ ປີ 1958.

ຜູ້ຊາຍທີ່ບໍ່ລະບຸຊື່ຄົນນຶ່ງ ໄດ້ໂທລະສັບໄປຫາເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ 911 ເພື່ອຮ້ອງຂໍການຊ່ອຍເຫຼືອໃຫ້ນັກ​ສິນລະປິນ Prince ​ແຕ່​ບໍ່​ຮູ້​ໝາຍ ​ເລກ​ທີ່ຢູ່​ຂອງ​ເຮືອນ​ຜູ້ກ່ຽວ ອີງ​ຕາມ​ບັນທຶກ​ຂອງ​ການ​ສົນທະນາ. ລາວ​ກ່າວ​ວ່າ ພວກ​ເຮົາ​ຢູ່​ທີ່​ເຮືອນ​ຂອງ​ນັກ​ສິນ​ລະ​ປິນ Prince ​ແລະ​ຜູ້​ຄົນ​ກຳລັງ​ພາກັນ​ຕື່ນ​ຕົກ​ໃຈ.

ນັກ​ສິນລະປິນ Prince ​ໄດ້​ເຂົ້າຮັບ​ການ​ພະຍາບານ​ຕົວ​ເມື່ອ​ອາທິດ​ແລ້ວນີ້. ​ເຮືອບິນ​ສ່ວນ​ຕົວ​ຂອງ​ລາວ​ໄດ້​ລົງ​ຈອດ​ສຸກ​ເສີນທີ່​ລັດ Illinois ຫລັງ​ຈາກ​ໄດ້​ໄປສະ​ແດງຄອນ​ເຊີດ​ທີ່​ລັດ Georgia. ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ໃດໆ​ ກ່ຽວ​ກັບສຸຂະພາບ​ຂອງ​ຜູຸ້ກ່ຽວ ​ໃນ​ເວ ລາ​ນີ້​ເທື່ອ.

Prince ບໍ່​ແມ່ນຊື່​ເທິງ​ເວທີ​ການສະ​ແດງ​ຂອງ​ລາວ​ແຕ່​ຢ່າງ​ໃດເລີຍ.​ ລາວ​ມີ​ຊື່​ແຕ່​ກຳ​ເນີ​ດ ວ່າ Prince Rogers Nelson ທີ່ເກີດຢູ່​ເມືອງ Minneapolis ​ເມື່ອ​ວັນ​ທີ 7 ມິຖຸນາ ປີ 1958.

Music Legend Prince Dead at 57
please wait

No media source currently available

0:00 0:01:06 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG