ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປະປາ Francis ນຳພາພິທີສູດມົນ ທີ່ນະຄອນ Quito


ພະສັນຕະປະປາ Francis ສະເດັດປະພາດ ເອກົວດໍ.
ພະສັນຕະປະປາ Francis ສະເດັດປະພາດ ເອກົວດໍ.

ພະ​ສັນ​ຕະປະ​ປາ Francis ​ໄດ້​ຮຽກຮ້ອງ​ໃຫ້​ຝູງ​ຊົນ​ຫລາຍ​ກວ່າ
1 ລ້ານ​ຄົນ​ໃນ ນະຄອນຫລວງ Quito ຂອງ Ecuador ຈົ່ງ​ຮ່ວມ
ກັນ​ໃນ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ ​ແລະ​ຊ່ວຍ​ເຜີຍແຜ່​ສາສະໜາ
Roman Catholic ຢູ່​ໃນ​ທະວີ​ບດັ່ງກ່າວ.

ພະ​ອົງ​ຊົງ​ໄດ້​ຖະ​ແຫລງ ຕໍ່ຝູງຊົນ​ຈຳນວນຫຼວງຫຼາຍ ​ຢູ່ທີ່​ສວນ
ສາທາລະນະ Bicentennial Park ໃນນະຄອນຫຼວງ Quito
​ໃນ​ວັນ​ອັງຄານວານນີ້ ຊຶ່ງ​ເປັນ​ມື້​ທີ່​ສອງ​ຂອງການ​ຢ້ຽມຢາມ
ສາມປ​ະ​ເທດອາ​ເມຣິກາ​ໃຕ້.

ພະ​ສັນ​ຕະປະ​ປາ Francis ​ໄດ້​ກ່າວ​ຕໍ່​ຝູງຊົນ​ວ່າ ຢູ່​ໃນ​ໂລກ​ທີ່​ມີ
​ການ​ແບ່ງ​ແຍກ​ກັນ​ຍ້ອນສົງ​ຄາມ ຄວາມຮຸນ​ແຮງ ​ແລະ​ຄວາມເຊື່ອໃນເລື້ອງປະໂຫຍດຂອງ
​ສ່ວນ​ບຸກຄົນນັ້ນສາສະໜາຄາ​ໂທ​ລິກຄວນ​ເປັນ “ຜູ້ເສີມສ້າງຄວາມສາມັກຄີ” ໂດຍ ນໍາເອົາ ​ຄວາມ​ຫວັງ​ ແລະ​ແນວ​ຄິດມາສູ່​ປະຊາຊົນ​ຂອງ​ເຂົາ​ເຈົ້າ.

ພະ​ສັນ​ຕະປະ​ປາ Francis ອາຍຸ 78 ປີ ​ໄດ້ໃຊ້​ເວລາ​ໃນມື້ວັນ​ຈັນຜ່ານມາ ຢູ່ທີ່ເມືອງທ່າ
Guayaquil ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ Ecuador ບ່ອນ​ທີ່ ພະ​ອົງໄດ້ ນຳພາພິ
ທີ​ສູດ​ມົນ ​ແລະ​ໃຫ້ໂອວາດຊົມເຊີຍສະຖາບັນຄອບຄົວ.

ພະ​ສັນ​ຕະປະ​ປາຊົງກ່າວ​ວ່າ “ຄອບຄົວ​ເປັນ​ໂຮງໝໍ​ໃກ້ທີ່ໃກ້ທີ່​ສຸດ ​ເປັນ​ໂຮງຮຽນ ທຳ​ອິດ
​ຂອງພວກຊາວໜຸ່ມ ​ເປັນເຮືອນ​ພັກ​ເຊົາ​ທີ່​ດີ​ເລີດ​ແກ່​ຜູ້ແກ່​ຊະ​ລາ​. ຄອບ ຄົວປະກອບ​ເປັນ
​ບ່ອນ ​“ເບິ່ງ​ແຍງ​ທີ່​ດີ​ເລີດ.” ມັນ​ບໍ່​ສາມາດ​ທົດ​ແທນ​ໄດ້​ໂດຍສະ​ຖາ​ບັນ​ອື່ນໃດທັງນັ້ນ.”

Pope South American
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG