ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດິນຟ້າອາກາດບໍ່ດີ ຂັດຂວາງການຊອກຫາ ແລະ ກູ້ໄພ ເຫດພູເຂົາໄຟລະເບີດ ໃນອິນໂດເນເຊຍ


ຊາວບ້ານພາກັນເບິ່ງຂົວທີ່ເພພັງ ຈາກຫີນຮ້ອນ (ລາວາ) ທີ່ໄຫຼຜ່ານມາຈາກພູ ເຊເມຣູ ໃນເຂດເມືອງ ລູມາຈັງ ທາງພາກຕາເວັນອອກຂອງແຂວງ ຈາວາ ໃັນທີ 5 ທັນວາ 2021.
ຊາວບ້ານພາກັນເບິ່ງຂົວທີ່ເພພັງ ຈາກຫີນຮ້ອນ (ລາວາ) ທີ່ໄຫຼຜ່ານມາຈາກພູ ເຊເມຣູ ໃນເຂດເມືອງ ລູມາຈັງ ທາງພາກຕາເວັນອອກຂອງແຂວງ ຈາວາ ໃັນທີ 5 ທັນວາ 2021.

ພວກເຈົ້າໜ້າທີ່ກຳລັງຕິດຕາມເບິ່ງ ພູເຂົາໄຟ ເຊເມຣູ (Semeru) ຂອງ ອິນໂດເນເຊຍ ໃນ
ວັນຈັນມື້ນີ້ ໄດ້ເຕືອນໃຫ້ພວກຊາວບ້ານຢູ່ມີຄວາມລະມັດລະວັງ ຫຼັງຈາກໄດ້ເກີດການລະ
ເບີດຂຶ້ນໃນທ້າຍອາທິດທີ່່ຜານມາ ໃນຂະນະທີ່ລົມພັດແຮງ ແລະຝົນຕົກ ໄດ້ເຮັດໃຫ້ການ
ປະຕິບັດການຄົ້ນຫາ ແລະ ກູ້ໄພຢຸດລົງ ທີ່ລາຍງານຈາກອົງການຂ່າວຣອຍເຕີ.

ພູທີ່ສູງສຸດຢູ່ເກາະຈາວາ ໄດ້ລະເບີດຂຶ້ນຢ່າງແຮງໃນວັນເສົາທີ່ຜ່ານມາ ສົ່ງຂີ້ເຖົ່າຂຶ້ນສູງ
ສູ່ທ້ອງຟ້າ ປົກຄຸມໝູ່ບ້ານທີ່ຢູ່ອ້ອມຮອບ. ສິບສີ່ຄົນໄດ້ເສຍຊີວິດ ແລະອີກຫຼາຍສິບຄົນໄດ້
ຮັບບາດເຈັບ.

ຮູບພາບທີ່ຖືກຖ່າຍທາງອາກາດໄດ້ສະແດງໃຫ້ເຫັນ ຫຼັງຄາເຮືອນພົ້ນອອກມາຈາກທີ່ດິນ
ທີ່ຖືກປົກຄຸມໄປດ້ວຍຂີ້ເຖົ່າ ໃນຂະນະທີ່ຢູ່ເທິງພື້ນດິນ ພວກເຈົ້າໜ້າທີ່ທະຫານ ຕຳຫຼວດ
ແລະ ຊາວບ້ານໄດ້ພາກັນຂຸດຂີິ້ຕົມດ້ວຍມືຂອງເຂົາເຈົ້າ ແລະດືງເອົາຜູ້ເຄາະ ຮ້າຍອອກມາ.

ໃນວັນຈັນມື້ນີ້ ຫົວໜ້າຫ້ອງການສັງເກດການພູເຂົາໄຟ ເຊເມຣູ ທ່ານ ລິສວານໂຕ
(Liswanto) ໄດ້ເຕືອນໃຫ້ປະຊາຊົນຢູ່ຫ່າງໄກຈາກພູ ເພື່ອຄວາມປອດໄພ ທ່າມກາງການ
ລາຍງານວ່າຊາວບ້ານທີ່ມີຄວາມກັງວົນໄດ້ພາກັນກັບຄືນໄປບ້ານເພື່ອ ກວດເບິ່ງສິ່ງ ຂອງ
ແລະສັດລ້ຽງຂອງເຂົາເຈົ້າ.

ທ່ານກ່າວວ່າ “ສະຖານະຂອງພູ ເຊເມຣູ ແມ່ນຍັງຢູ່ລະດັບສອງ ຊຶ່ງໝາຍຄວາມວ່າໃນລະ
ດັບນີ້ ປະຊາຊົນຕ້ອງລະມັດລະວັງຫຼາຍຂຶ້ນ ເພາະວ່າໄອຂົ່ມຂູ່ທີ່ອາດເປັນໄປໄດ້ແມ່ນຍັງມີຢູ່.”

ຫຼາຍກວ່າ 50 ຄົນ ໄດ້ຮັບບາດເຈັບຈາກການປະທຸຂຶ້ນ, ເຊິ່ງສ່ວນໃຫຍ່ແມ່ນຖືກໄໝ້. ຫີນ
ຮ້ອນທີ່ລະລາຍອອກມາຈາກພູເຂົາໄຟຫຼື ລາວາ (Lava) ໄດ້ທຳລາຍຂົວຍຸດທະສາດແຫ່ງນຶ່ງ
ທີ່ເຊື່ອມຕໍ່ສອງເຂດໃນເມືອງ ລູມາຈາງ ກັບ ເມືອງ ມາລາງ ທີ່ຢູ່ໃກ້ຄຽງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG