ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ທ່ານ​ ພອມ​ພຽວ ເດີນ​ທາງ​ໄປ ຊາ​ອຸ​ດີ ອາ​ຣາ​ເບຍ ເພື່ອ​ຫາ​ລື ກ່ຽວ​ກັບ ການ​ຕອບ​ໂຕ້ ​ຕໍ່ການ​ໂຈມ​ຕີ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ຍົກ​ມື​ລາ ກ່ອນ​ຂຶ້ນ​ເຮືອ​ບິນຢູ່​ຖານ​ທັບ​ອາ​ກາດ ແອນດ​ຣູ​ສ໌, ລັດ ແມ​ຣີ​ແລນ. 17 ກັ​ນ​ຍາ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ຍົກ​ມື​ລາ ກ່ອນ​ຂຶ້ນ​ເຮືອ​ບິນຢູ່​ຖານ​ທັບ​ອາ​ກາດ ແອນດ​ຣູ​ສ໌, ລັດ ແມ​ຣີ​ແລນ. 17 ກັ​ນ​ຍາ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ເດີນ​ທາງ​ໄປ​ນະ​
ຄອນຫຼວງ ຣີຢາດ ໃນວັນພຸດມື້ນີ້ ເພື່ອປຶກສາຫາລືກັບບັນເຈົ້າໜ້າທີ່ ຊາອຸດີ ອາຣາເບຍ
ກ່ຽວກັບ ການໂຈມຕີ ໂຮງກັ່ນນ້ຳມັນຂອງ ຊາອຸດີ ອາຣາເບຍ ທີ່ບັນດາເຈົ້າໜ້າທີ່ກ່າວ
ວ່າ ເຂົາເຈົ້າເຊື່ອວ່າມີຕົ້ນກຳເນີດມາຈາກ ອີຣ່ານ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ກ່າວ​ໃນຄຳ​ປາ​ໄສ​ທີ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ
ວ່າ ທູດລະດັບສູງ ສະຫະລັດ ຈະປຶກສາຫາລື ກ່ຽວກັບ “ການຕອບໂຕ້ຂອງພວກເຮົາ”
ຕໍ່ການໂຈມຕີທີ່ວ່ານັ້ນ.

ກຸ່ມ​ກະ​ບົດ ຮູ​ຕີ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​
ລັບການໂຈມຕີຂອງວັນເສົາທີ່ຜ່ານມາ, ເຊິ່ງໄດ້ຕັດການຜະລິດນ້ຳມັນຂອງ ຊາອຸດີ ອາ
ຣາເບຍ ລົງເຄິ່ງນຶ່ງ. ແຕ່ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ຫຼັກຖານທີ່ມີຢູ່ແມ່ນໄດ້ສະ
ແດງໃຫ້ເຫັນວ່າມັນເປັນໄປບໍ່ໄດ້.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ການ​
ສັນນິຖານຂອງພວກເຮົາກໍແມ່ນວ່າ ມັນບໍ່ໄດ້ມາຈາກ ເຢເມນ ຫຼື ອີຣັກ.” ໂດຍກ່າວຕື່ມວ່າ
ກຸ່ມນັກວິທະຍາສາດຂອງພວກເຮົາແມ່ນໄດ້ເດີນທາງໄປສະໜາມເພື່ອເຮັດວຽກກັບ ຊາ
ອຸດີ ອາຣາເບຍ ເພື່ອກວດສອບສິ່ງເສດເຫຼືອຂອງລູກສອນໄຟນັ້ນ.

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ຕື່​ມ​ວ່າ “ພວກ​ເຮົາ​ຄິດ​ວ່າ ຫຼັກຖານຈະ​ເປັນ​ທີ່​ໜ້າ​ເຊື່ອ​ຖື​ໄດ້.”

ນອກ​ຈາກ​ນັ້ນ, ເຈົ້າ​ໜ້າ​ທີ່​ ສະ​ຫະ​ລັດ ຄົນ​ອື່ນໆ​ເວົ້າ​ວ່າ ຫຼັກ​ຖານ​ທີ່​ຖືກ​ເກັບ​ມາ​ໄດ້​ແມ່ນ
ຮັດກຸມ ແລະ ຊີ້ໄປໃສ່ ອີຣ່ານ ໂດຍກົງ.

ເຈົ້າ​ໜ້າ​ທີ່ໆ​ບໍ່​ປະ​ສົງ​ອອກ​ຊື່​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ NBC ໃນ​ວັນ​ອັງ​ຄານ​ວານນີ້​ວ່າ
ເຮືອບິນບໍ່ມີຄົນຂັບ ຫຼາຍກວ່າ 20 ລຳ ແລະ ລູກສອນໄຟທີ່ຖືກໃຊ້ໃນການໂຈມຕີໃສ່
ໂຮງກັ່ນນ້ຳມັນຂອງ ຊາອຸດີ ອາຣາເບຍ ແມ່ນຍິງມາຈາກ ອີຣ່ານ.

ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ໄດ້​ກ່າວ​ຕໍ່ NBC ວ່າ ຢ່າງ​ໜ້ອຍ​ມີ​ລູກ​ສອນ​ໄຟ​ລູກ​ນຶ່ງ​ໄດ້​ບິນ​ຜ່ານ​
ນ່ານຟ້າຂອງປະເທດ ຄູເວດ ໃນຂະນະທີ່ມັນມຸ່ງໜ້າໄປທາງທິດໃຕ້ຫາ ຊາອຸດີ ອາຣາ
ເບຍ, ໃນຂະນະດຽວກັນອົງການຂ່າວ ຣອຍເຕີ ໄດ້ກ່າວຢ້ຳຄຳເວົ້າຂອງບັນດາເຈົ້າໜ້າ
ທີ່ວ່າ ການໂຈມຕີແມ່ນໄດ້ມີຕົ້ນກຳເນີດໃນພາກຕາເວັນຕົກສຽງໃຕ້ຂອງ ອີຣ່ານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ກ່າວ​ວ່າ ນັກ​ສືບ​ສວນ​ສອບ​ສວນ​ແມ່ນ​ກຳ​ລັງ​ກວດ​ສອບ​ກົນ​ໄກ
ການນຳພາລູກສອນໄຟທີ່ຖືກພົບໃນ ຊາອຸດີ ອາຣາເບຍ ແລະ ລູກສອນໄຟນຳວິຖີທີ່ບໍ່
ໄດ້ຮັບຄວາມເສຍຫາຍທີ່ປາກົດວ່າບໍ່ສາມາດຈະໄປຮອດເປົ້າໝາຍຕາມທີ່ຕ້ອງການ
ຂອງມັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG